ບັນຫາທີ່ໜ້າກັງວົນທີ່ສຸດ ຄືຜູ້ມາກວດ ປິດລັບອາຊີບຕົນເອງ ສ້າງຄວາມສັບສົນ ບໍ່ສາມາດຮູ້ໄດ້ວ່າຕິດເຊື້ອຢູ່ກຸ່ມໃດ

309

ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວວ່າ ການຕິດເຊື້ອໃນຊຸມຊົນ ທີ່ລາຍງານວັນນີ້ ຍັງບໍ່ມີທ່າອ່ຽງຫຼຸດລົງ.

ປະດັນສໍາຄັນກໍ່ຄື ການກວດພົບເຊື້ອຍັງສູງຫຼາຍ. ຖ້າການກວດໜອ້ຍ ແຕ່ພົບຜູ້ຕິດເຊື້ອຫຼາຍຄືສະພາບທຸກວັນນີ້ ສະແດງວ່າ ການສົ່ງເຊື້ອໃນຊຸມຊົນແມ່ນຍັງໜ້າເປັນຫ່ວງທີ່ສຸດ ໂດຍສະເພາະ ນະຄອນຫຼວງ, ແຂວງວຽງຈັນ, ຫຼວງພະບາງ ແລະ ຜົ້ງສາລີ.


ການກວດພົບຜູ້ຕິດເຊື້ອໃນແຂວງວຽງຈັນ ມື້ນີ້ແມ່ນສູງພົ້ນເດັ່ນກວ່າທຸກວັນ ທຽບໃສ່ມື້ຜ່ານມາ ໝາຍຄວາມວ່າ ກວດ 100 ຄົນໃດ ພົບຜູ້ຕິດເຊື້ອເຖິງ 60 ຄົນ ທີ່ປະຈຸບັນ ການລະບາດແຜ່ລາມໄປທຸກເມືອງຂອງແຂວງ.

ກຸ່ມຄົນທີ່ຕິດເຊື້ອໃນນະຄອນຫຼວງວຽງຈັນ ພົ້ນເດັ່ນ ແມ່ນການຕິດເຊື້ອໃນຄອບຄົວ, ພະນັກງານ, ທະຫານ, ຕຳຫຼວດ, ທະນາຄານ ແລະ ຂະແໜງການອື່ນ, ນັກສຶກສາ, ແລະ ກໍາມະກອນໂຮງງານ.

ບັນຫາທີ່ໜ້າກັງວົນທີ່ສຸດໃນນະຄອນຫຼວງວຽງຈັນຕອນນີ້ຄື ຜູ້ມາກວດ ປິດລັບອາຊີບຕົນເອງ ຊຶ່ງມື້ວານນີ້ມີທັງໝົດ ເຖິງ 180 ຄົນ.
ການບໍ່ລະບຸອາຊີບ ແມ່ນມີສວ່ນ ເຮັດໃຫ້ນະຄອນຫຼວງສືບຕໍ່ແຜ່ເຊື້ອຕໍ່່ເນື່ອງ ແລະ ສ້າງຄວາມສັບສົນ ທີ່ບໍ່ສາມາດຮູ້ໄດ້ວ່າການຕິດເຊື້ອຢູ່ກຸ່ມໃດ. ສະນັ້ນ, ຂໍຮຽກຮ້ອງໃຫ້ທ່ານຈິງໃຈ ລະບຸອາຊີບຂອງຕົນໃຫ້ຈະແຈ້ງດ້ວຍ.