ລັດຖະບານ ແລະ ພາກທຸລະກິດກຳປູເຈຍມອບເງິນສົດຊ່ວຍ ສປປ ລາວ 13 ລ້ານໂດລາສະຫະລັດ

764

ທ່ານ ນາຍົກລັດຖະມົນຕີ ພ້ອມຄະນະໄດ້ເດີນທາງໄປຢ້ຽມຢາມ ລາຊະອານາຈັກກຳປູເຈຍຢ່າງເປັນທາງການໃນລະຫວ່າງວັນທີ 29-30 ພະຈິກ 2021 ຕາມຄຳເຊີນຂອງສົມເດັດອັກຄະມະຫາເສນາບໍດີເຕໂຈ ຮຸນເຊັນ ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກໍາປູເຈຍ.

ໃນລະຫວ່າງການຢ້ຽມຢາມ ຫຼັງຈາກການພົບປະສອງຝ່າຍແລ້ວ ທ່ານນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກໍາປູເຈຍ ຕາງໜ້າລັດຖະບານມອບເງິນສົດຊ່ວຍເຫຼືອແກ່ ສປປ ລາວ ຈຳນວນ 03 ລ້ານໂດລາສະຫະລັດ ແລະ ພາກທຸລະກິດກຳປູເຈຍ ຈຳນວນ 10 ລ້ານໂດລາສະຫະລັດ ເພື່ອຮ່ວມສົມທົບທຶນຊ່ວຍເຫຼືອ ສປປລາວ ຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19 (ລວມທັງໝົດ 13 ລ້ານໂດລາສະຫະລັດ).

ພາຍໃນກອງປະຊູມສອງຝ່າຍ, ທ່ານສົມເດັດອັກຄະມະຫາເສນາບໍດີເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກໍາປູເຈຍ ຍັງໄດ້ແຈ້ງວ່າຈະຊ່ວຍເຫຼືອຢາວັກຊິນປ້ອງກັນພະຍາດ COVID-19 ໃຫ້ແກ່ບັນດາແຂວງພາກໃຕ້ ສປປລາວ ຈຳນວນ 500.000 ໂດສ ແລະ ລົດຂົນຢາວັກຊິນຍີ່ຫໍ້ຟອດຈຳນວນ 02 ຄັນ (ສາມາດບັນທຸກໄດ້ 100.000 ໂດສ/ຄັ້ງ), ເຊີ່ງຄາດວ່າຈະຈັດພິທີການມອບຢູ່ເຂດຊາຍແດນ ສປປ ລາວ ແລະ ກຳປູເຈັຍ ພາຍໃນວັກສຸກ 03 ທັນວາ 2021 ທີ່ຈະມາເຖີງນີ້.