ຈຸດບໍລິການເກັບຕົວຢ່າງ ແລະ ສັກວັກຊີນ ທົ່ວປະເທດ

286

ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.


ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່ (ກວດວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ ສະໜາມກິລາໃນຮົ່ມ ບຶງຂະຫຍອງ
ແລະ ມສ ເຈົ້າອານຸວົງ


ທີມກວດເຄື່ອນທີ່ ມີທີມກວດເຄື່ອນທີ່ ໃນເມືອງ ໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ


ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື
1 ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍເດັກ).
2 ໂຮງໝໍເມືອງ 9 ຕົວເມືອງ


3 ນອກຈາກນັ້ນກໍ່ມີໜ່ວຍບໍລິການສັກວັກຊີນນອກສະຖານທີ່ ຄື: ສູນການຄ້າລາວໄອ ເຕັກ 29-30 ພະຈິກ 2021 (ສໍາລັບ Astra Zeneca ເຂັ້ມ 1, 2 ສໍາລັບຄົນທົ່ວໄປ ແລະ ເຂັ້ມ 3 ສໍາລັບພະນັກງານດ່ານໜ້າ) (ເວລາ 9:00 – 15:30 ໂມງ)
ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້