ເສຍໃຈນໍາຜູ້ເສຍຊີວິດໃໝ່ 4 ກໍລະນີ ຈາກໂຄວິດ, ນະຄອນຫຼວງວຽງຈັນ 3 ແລະ ແຂວງ ວຽງຈັນ 1 ກໍລະນີ

393

ມາຮອດວັນທີ 30 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 73.738 ຄົນ, ເສຍຊີວິດສະສົມ 170 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 795 ຄົນ, ກໍາລັງປິ່ນປົວ 11.537 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້

ຜູ້ທີ 1 ເພດຊາຍ ອາຍຸ 81ປີ, ບ້ານ ເກີນກາງ, ເມືອງທຸລະຄົມ, ແຂວງວຽງຈັນ ພະຍາດປະຈໍາຕົວ: ບໍ່ໄດ້ກວດສຸຂະພາບ ບໍ່ໄດ້ຮັບການສັກຢາວັກຊີນ ຕິດເຊື້ອຈາກສະມາຊິກຄົນໃນຄອບຄົວ ຜົນກວດຢືນຢັນ 22 ພະຈິກ 21
ວັນທີ 22 ພະຈິກ 2021 ເວລາ 14:30 ນາທີ: ຜູ້ກ່ຽວຖືກສົ່ງໂຕມາຈາກໂຮງໝໍແຂວງວຽງຈັນ ເຂົ້າມາສູນປິ່ນປົວໂຄວິດ ດ້ວຍອາການອິດເມື່ອຍ, ຫາຍໃຈຝືດ, ແຫນ້ນເອິກ, ໄອ, ຄວາມດັນເລືອດຕຳ່ ວັນທີ 29 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 2 ເພດຍິງ, ອາຍຸ 48 ປີ, ບ້ານທ່າດິນແດງ, ເມືອງໄຊທານີ, ນະຄອນຫລວງ. ເລີ່ມມີໄຂ້ ໄຂ້ຍາມແລງ ໄຂ້ຫນາວສັ່ນ ແຕ່ວັນທີ 24 ພະຈິກ 2021
ມາສຸກເສີນໂຮງຫມໍມິດຕະພາບວັນທີ 28 ພະຈິກ 2021 ດ້ວຍອາການງ່ວງຊຶມ ບໍ່ໄດ້ສະຕິ ຕາລອຍ ກະວົນກະວາຍ ແລະ ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19, ຜົນກວດເປັນບວກ ແລະ ໄດ້ເຂົ້ານອນໂຮງໝໍມິດຕະພາບ
ພະຍາດປະຈຳໂຕ ບໍ່ໄດ້ກວດສຸກຂະພາບຈັກເທື່ອ ຍັງບໍ່ໄດ້ສັກວັກຊີນ ໄລຍະເວລານອນປີ່ນປົວ ຢູ່ໂຮງມໍດັ່ງກ່າວ ແຕ່ວັນທີ 28-29 ພະຕິກ 2021 ມາຮອດເວລາ 08:00 ວັນທີ 29 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 3 ເພດຊາຍ, ອາຍ 78 ປີ, ບ້ານໂພນແກ້ວ, ເມືອງນາຊາຍທອງ, ນະຄອນຫລວງ ພະຍາດຜ່ານມາ ປອດອັກເສບ 2 ປີ ໄດ້ສັກຢາວັກຊີນ ຄົບ ກ່ອນຫນ້ານີ້ 1 ອາທິດ ແມ່ນຜ່າຕັດຜົ້ງດັງອັກເສບ ມາກວດຢູ່ສຸກເສີນວັນທີ 06 ພະຈິກ 2021 ດ້ວຍອາການເຈັບຜົ້ງດັງ, ໄຂ້, ໄອ, ຫາຍໃຈຝືດ ແລະ ເຈັບຫນ້າເອິກ ເວລາເຄຶ່ອນໄຫວໄປມາຫາຍໃຈຫອບ ພ້ອມທັງໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19
ວັນທີ 07 ພະຈິກ 2021 ຜົນກວດພົບເຊື້ອ ແລະ ຮັບຄົນເຈັບເຂົ້ານອນໂຮງໝໍມິດຕະພາບ ໄລຍະເວລານອນປີ່ນປົວ ຢູ່ໂຮງມໍດັ່ງກ່າວ ແຕ່ວັນທີ່ 07-29 ພະຈິກ 2021, ເປັນເວລາ 22 ວັນ

ມາຮອດເວລາ 12:00 ໂມງຂອງວັນທີ 29 ພະຈິກ 2021: ຄົນເຈັບໄດ້ ເສຍຊີວິດ

ຜູ້ທີ 4 ເປັນເພດຍິງ, ອາຍູ 80 ປີ, ບ້ານຮອ່ງແຊງ, ເມືອງໄຊເສດຖາ, ນະຄອນຫລວງ
ພະຍາດປະຈໍາຕົວ ເບົາຫວານ, ຄວາມດັນເລືອດສູງ ແລະ ໄຂ່ຫັລງຊຸດໂຊມ ບໍ່ໄດ້ຮັບການສັກຢາວັກຊີນ
ເວລາ 12:30 ໂມງ ຂອງວັນທີ 28 ພະຈິກ 2021: ຄົນເຈັບມາກວດ ຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ຫາຍໃຈຝຶດ, ແໜ້ນໜ້າເອີກ, ງ່ວງຊຶມ ແລະ ອົກຊີໃນເລືອດຕໍ່າ ພ້ອມທັງໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ໃຫ້ຜົນບວກ, ຄົນເຈັບເຂົ້ານອນໂຮງໝໍ 103.
ເວລາ 02:00 ໂມງ ຂອງວັນທີ 29 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ ຂໍສະແດງຄວາມເສຍໃຈ ນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ