ບົດສະຫຼຸບງານ ບັລລົງດໍ 2021 ເມສຊີ ຄວ້າຕັດໜ້າຕົວເຕັງ, ເຊລຊີ ຄວ້າລາງວັນສະໂມສອນດີເດັ່ນ

442

ໃນທີ່ສຸດງານບັລລົງດໍ 2021 ທີ່ຈັດຂຶ້ນຊາເຕີເລ ເທຍເຕີ ໃນນະຄອນຫຼວງປາຣີສ ປະເທດຝຣັ່ງ ກໍສໍາເລັດໄປເປັນທີ່ຮຽບຮ້ອຍເມື່ອຄໍ່າຄືນຂອງວັນທີ 29 ພຶດສະພາ 2021 ປາກົດວ່າ: ລິໂອເນລ ເມສຊີ ກອງໜ້າຂອງ ປາຣີສ ແຊງແຊກແມງ ຄວ້າລາງວັນບັລລົງດໍ 2021 ໄປຄອງ ແລະ ເປັນສະໄໝທີ 7.

ເຊິ່ງການໄດ້ລາວວັນນີ້ຂອງ ເມສຊີ ຖືເປັນການຕັດໜ້າ ໂຣເບິລ ເລວານດອຟສະກີ ກອງໜ້າຂອງ ບາເຢິນ ມິວນິີກ ທີ່ສ້າງຜົນງານໂດດເດັ່ນໃນລະດູການນີ້ຈົນກາຍເປັນຕົວເຕັງ ແຕ່ກັບໄດ້ພຽງອັນດັບ 2. ຢ່າງໃດກໍຕາມ ເລວານດອຟສະກີ ຍັງໄດ້ລາງວັນກອງໜ້າດີເດັ່ນປະຈໍາງານ ບັລລົງດໍ 2021 ທີ່ຈັດຂຶ້ນເປັນຄັ້ງທໍາອິດເປັນການປອບໃຈ.

ສ່ວນ ເຊລຊີ ສະໂມສອນໃນພຣີເມຍລີກ ອັງກິດ ຄວ້າລາງວັນສະໂມສອນດີເດັ່ນ ຫຼັງຈາກທີ່ທີຊາດຄວ້າແຊັມ ຢູຟາ ແຊັມປ້ຽນລີກ ໃນລະດູການທີ່ຜ່ານມາ, ສ່ວນ ທີມຍິງຂອງ ເຊລຊີ ກໍເຂົ້າເຖິງຮອບຊີງຊະນະເລີດ ຢູຟາ ວີເມັນສ໌ ແຊັມປ້ຽນລີກ ແຕ່ເສຍໃຫ້ກັບ ບາເຊໂລນາ 0-4.

ສະຫຼູບທຸກລາງວັນໃນງານ ບັນລົງດໍຂອງ ຈັດໂດຍ ຟຣ໊ອງຟຸດບອລ ວາສະລານບານເຕະໃນປະເທດຝຣັ່ງ ມີຄື:
-ບັລລົງດໍ: ລິໂອເນລ ເມສຊີ ຈາກປາຣີສ ແຊງແຊກແມງ
-ບັລລົງດໍ ເຟມິແນ໊ງ ( ນັກເຕະຍິງດີເດັ່ນ ): ອະເລັກເຊຍ ປູເຕຢາສ ຈາກແອັດສະປາຍ ແລະ ບາເຊໂລນາ

-ໂກປາ ໂທຣຟີ ( ດາວເດັ່ນດີເດັ່ນ ): ເປດຣິ ຈາກແອັດສະປາຍ ແລະ ບາເຊໂລນາ
-ຢາຊິນ ໂທຣຟີ ( ຜູ້ຮັກສາປະຕູດີເດັ່ນ ): ຈານລຸຍຈິ ດອນນາຣຸມມາ ຈາກອິຕາລີ ແລະ ປາຣີສ ແຊກງແຊກແມງ.
-ກອງໜ້າດີເດັ່ນ: ໂຣເບິລ ເລວານດອຟສະກີ ຈາກໂປໂລຍ ແລະ ບາເຢິນມິວນິກ
-ສະໂມສອນດີເດັ່ນ: ເຊລຊີ ຈາກພຣີເມຍລີກ ອັງກິດ