ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອນຮັບທູດການຄ້າຫວຽດນາມ ປະຈຳລາວ ຢ້ຽມຢາມອວຍພອນເນື່ອງໃນວັນຊາດທີ2ທັນວາ

651

ໃນວັນທີ 29 ພະຈິກ 2021 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ພ້ອມຄະນະ ໄດ້ຕ້ອນຮັບການຢ້ຽມຢາມຂອງ ທ່ານ ນາງ Le thi Phuong Hoa ທູດການຄ້າ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະ ເຂົ້າອວຍພອນເນື່ອງໃນວັນຊາດ ວັນທີ 2 ທັນວາ ຄົບຮອບ 46 ປີ ທີ່ຈະມາເຖິງໃນມໍ່ໆນີ້.


ໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ໂອ້ລົມແລກປ່ຽນການຮ່ວມມືໃນໄລຍະຜ່ານມາ ພ້ອມທັງການຮ່ວມມືໃນຕໍ່ໜ້າ ເຊິ່ງໃນໄລຍະການລະບາດຂອງພະຍາດໂຄວິດ-19 ທັງສອງປະເທດ ກໍໄດ້ຮັບຜົນກະທົບຢ່າງໜັກ ເຮັດໃຫ້ການພົວພັນວຽກງານການຮ່ວມມືເຮັດໄດ້ບໍ່ເປັນປົກກະຕິ, ດ້ານລັດຖະບານຫວຽດນາມ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຄວບຄຸມ ສະກັດກັັັ້ນ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວເຊັ່ນ: ສົ່ງວິຊາການ, ອຸປະກອນການແພດ, ເງິນຊ່ວຍເຫຼືອ ແລະ ອື່ນໆ.

ນອກນີ້, ຍັງໄດ້ເນັ້ນວຽກງານການຄ້າວ່າ ຖ້າສິ່ງໃດຍັງພົບຄວາມຫຍຸ້ງຍາກ ຈະຮ່ວມກັນປັບປຸງຂັ້ນຂອດ, ຫຼຸດຜ່ອນຄວາມຫຍຸ້ງຍາກ ເພື່ອເຮັດໃຫ້ການຮ່ວມມືສອງຝ່າຍຮັດແໜ້ນຍິ່ງຂຶ້ນ.

ໃນຕອນທ້າຍ, ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ ທ່ານ ນາງ Le thi Phuong Hoa ທູດການຄ້າ ສສ ຫວຽດນາມ ປະຈຳລາວ ພ້ອມຄະນະ ທີ່ໄດ້ເຂົ້າຮ່ວມອວຍພອນວັນຊາດຂອງ ສປປ ລາວ ຄົບຮອບ 46 ປີ.

ຂ່າວ-ພາບ: ສັນຕິ