ຍອດຍັງສູງພົບຜູ້ຕິດເຊື້ອໂຄວິດ 19 ໃໝ່ 1.291 ຄົນ, ນະຄອນຫຼວງວຽງຈັນ 615 ຄົນ

253

ສະຖານະການໂຄວິດ 19 ມື້ນີ້ 30 ພະຈິກ 2021, ກວດພົບຜູ້ຕິດເຊື້ອໃໝ່ສູງ 1.291 ຄົນ, ເສຍຊີວິດ 4 ຄົນ, ບໍ່ມີຕິດເຊື້ອນໍາເຂົ້າ ໃນນັ້ນນະຄອນວນວຽງຈັນຫຼາຍກ່ອນໝູ່ 615 ຄົນ, ແຂວງວຽງຈັນ 158 ຄົນ

ທ່ານ ດຣ ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ ວ່າ ໃນວັນທີ 29 ພະຈິກ 2021 ລາວເຮົາກວດເຊື້ອໂຄວິດ 6273 ຕົວຢ່າງ, ພົບຜູ້ຕິດເຊື້ອ 1.291 ເປັນຜູ້ຕິດເຊື້ອພາຍໃນທັງໝົດ


ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,291 ຄົນ ຈາກ 18 ແຂວງ ເຊິ່ງມີລາຍລະ
ອຽດ ດັ່ງນີ້:
ນະຄອນຫຼວງ 615 ຄົນ ໃນ 197 ບ້ານ ແລະ 8 ເມືອງ ຈາກເມືອງຈັນທະບູລີ 74 ຄົນ ຈາກ 18 ບ້ານ
ເມືອງສີໂຄດຕະບອງ 106 ຄົນ ຈາກ 33 ບ້ານ, ເມືອງໄຊເສດຖາ 100 ຄົນ ຈາກ 33 ບ້ານ, ເມືອງສີສັດຕະນາກ 79 ຄົນ ຈາກ 18 ບ້ານ, ເມືອງນາຊາຍທອງ 49 ຄົນ ຈາກ 27 ບ້ານ, ເມືອງໄຊທານີ 111 ຄົນ ຈາກ 40 ບ້ານ, ເມືອງຫາດຊາຍຟອງ 52 ຄົນ ຈາກ 27 ບ້ານ, ເມືອງປາກງື່ມ 1 ຄົນ ຈາກ 1 ບ້ານ, ຕ່າງແຂວງ 8 ຄົນເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ


ສໍາລັບຕ່າງແຂວງ ແຂວງວຽງຈັນ ມີ 158 ຄົນ ໃນ 64 ບ້ານ ແລະ 11 ເມືອງ, ຜົ້ງສາລີ ມີ 126 ຄົນ, ບໍ່ແກ້ວ ມີ 64 ຄົນ ໃນ 22 ບ້ານ ແລະ 2 ເມືອງ, ຫຼວງພະບາງ ມີ 51 ຄົນ ໃນ 51 ບ້ານ ແລະ 11 ເມືອງ, ຫຼວງນ້ຳທາ ມີ 28 ຄົນ ໃນ 17 ບ້ານ ແລະ 3 ເມືອງ, ສະຫວັນນະເຂດ ມີ 44 ຄົນ ໃນ 25 ບ້ານ ແລະ 4 ເມືອງ, ບໍລິຄຳໄຊ ມີ 32 ຄົນ


ອຸດົມໄຊ ມີ 31 ຄົນ ໃນ 12 ບ້ານ ແລະ 1 ເມືອງ, ຊຽງຂວາງ ມີ 30 ຄົນ ໃນ 11 ບ້ານ ແລະ 3 ເມືອງ, ຄຳມ່ວນ ມີ 24 ຄົນ ໃນ 13 ບ້ານ ແລະ 2 ເມືອງ, ຈຳປາສັກ ມີ 19 ຄົນ ໃນ 16 ບ້ານ ແລະ 5 ເມືອງ, ໄຊສົມບູນ ມີ 19 ຄົນ ໃນ 5 ບ້ານ ແລະ 3 ເມືອງ, ຫົວພັນ ມີ 15 ຄົນ ໃນ 5 ບ້ານ ແລະ 2 ເມືອງ


ສາລະວັນ ມີ 13 ຄົນ ໃນ 7 ບ້ານ ແລະ 2 ເມືອງ, ໄຊຍະບູລີ ມີ 9 ຄົນ ໃນ 4 ບ້ານ ແລະ 2 ເມືອງ, ອັດຕະປື 9 ຄົນ ໃນ 9 ບ້ານ ແລະ 2 ເມືອງ, ເຊກອງ ມີ 4 ຄົນ ໃນ 3 ບ້ານ ແລະ 1 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 0 ຄົນ


ມາຮອດວັນທີ 30 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 73.738 ຄົນ, ເສຍຊີວິດສະສົມ 170 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 795 ຄົນ, ກໍາລັງປິ່ນປົວ 11.537