ທ່ານ ປອ. ເພັດ ພົມພີພັກ ປະທານສະມາຄົມມິດຕະພາບ ລາວ- ຈີນ ຜູ້ໃໝ່

749

ໃນວັນທີ 29 ພະຈິກ 2021, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີພິທີມອບ – ຮັບໜ້າທີ່ ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ຊຸດເກົ່າ ແລະ ຊຸດໃໝ່ ລະຫວ່າງ ທ່ານ ປອ. ຄຳມະນີ ອິນທິລາດ, ອາດີດລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ປະທານສະມາຄົມມິດຕະພາບ ລາວ – ຈີນ ຂັ້ນສູນກາງ ຜູ້ເກົ່າ ແລະ ທ່ານ ປອ. ເພັດ ພົມພີພັກ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າ ໄມ້, ປະທານສະມາຄົມມິດຕະພາບ ລາວ- ຈີນ ຜູ້ໃໝ່. ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.

ໃນພິທີດັ່ງກ່າວ, ທ່ານ ປອ. ຄຳມະນີ ອິນທິລາດ, ອະດີດລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ປະທານສະມາຄົມມິດຕະພາບ ລາວ – ຈີນ ຂັ້ນສູນກາງ ຜູ້ເກົ່າ ໄດ້ສະຫຼຸບຕີລາຄາການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານ ແລະ ການເຄື່ອນໄຫວໂດຍຫຍໍ້ ຂອງ ສະມາຄົມມິດ ຕະພາບ ໃນໄລຍະຜ່ານມາໂດຍໄດ້ຍົກໃຫ້ເຫັນເຖິງຜົນສຳເລັດໃນການເຄື່ອນໄຫວກິດຈະກຳຕ່າງໆຮ່ວມກັບ ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ

ສະຖານກົງສູນໃຫຍ່ແຫ່ງ ສປ ຈີນ ປະຈຳບັນດາແຂວງ, ນັກສຶກສາຈີນທີ່ສຶກສາຢູ່ລາວ ແລະ ສະມາຄົມຊາວຈີນ ຢູ່ລາວ ເນື່ອງໃນໂອກາດວັນສຳຄັນຕ່າງໆຂອງ ສອງພັກ, ຂອງຊາດ ຂອງ ສປປ ລາວ ແລະ ສປ ຈີນ ແລະ ກິດຈະກຳຊ່ວຍ ເຫຼືອສັງຄົມເປັນຕົ້ນແມ່ນໄລຍະການແຜ່ລະບາດ ຂອງ ພະຍາດໂຄວິດ-19 ສະມາ ຄົມມິດຕະພາບ ລາວ-ຈີນ ໄດ້ເປັນເຈົ້າ ການລະດົມທຶນຮອນ ແລະ ອຸປະກອນການແພດຢ່າງຫຼວງຫຼາຍ ເພື່ອຊ່ວຍເຫຼືອສັງຄົມ.

ນອກນັ້ນ, ຍັງໄດ້ເຄື່ອນໄຫວຊຸກຍູ້ສະໜັບສະໜູນ, ສົ່ງເສີມການພົວພັນຮ່ວມມືຮອບດ້ານ ລະຫວ່າງ ປະຊາຊົນສອງຊາດລາວ ແລະ ຈີນ. ທ່ານ ປອ. ເພັດ ພົມພິພັກ, ກຳມະການສູນກາງພັກ, ລັດ ຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ປະທານສະມາຄົມມິດຕະພາບ ລາວ-ຈີນ ຜູ້ໃໝ່ ໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ຮັບຕຳແໜ່ງດັ່ງກ່າວ ແລະ ໃຫ້ຄຳໝັ້ນໝາຍຈະພະຍາຍາມທຸ່ມເທເຫື່ອແຮງ, ສະຕິປັນຍາ ແລະ ເຮັດໜ້າທີ່ຢ່າງສຸດຄວາມສາມາດ ເພື່ອນຳພາການເຄື່ອນ ໄຫວ ຂອງ ສະມາຄົມມິດຕະພາບ ລາວ-ຈີນ ຕາມພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ.

ໃນຕອນທ້າຍ, ທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກໍ່ໄດ້ໂອ້ລົມຕໍ່ພິທີດັ່ງກ່າວ, ເຊິ່ງໄດ້ຍ້ອງຍໍ-ຊົມເຊີຍຜົນງານ ຂອງ ປະທານສະມາຄົມມິດຕະພາບ ລາວ-ຈີນ ຜູ້ເກົ່າພ້ອມດ້ວຍຄະນະ ທີ່ໄດ້ສຸມສະຕິປັນຍາ, ເຫື່ອແຮງ ນຳພາ-ຊີ້ນຳ ການເຄື່ອນໄຫວວຽກງານ ຂອງ ສະມາ ຄົມມິດຕະພາບ ລາວ-ຈີນ ໃຫ້ມີຜົນສຳ ເລັດຫຼາຍດ້ານໂດຍສະເພາະການເຄື່ອນ ໄຫວສ້າງກິດຈະກຳຕ່າງໆ ເພື່ອສົ່ງເສີມໃຫ້ປະຊາຊົນ ສອງຊາດລາວ ແລະ ຈີນ ມີການພົວພັນໄປມາຫາສູ່ນັບມື້ຫຼາຍຂຶ້ນ ແລະ ການສຶກສາອົບຮົມ ປະຊາຊົນ ກໍ່ຄືຄົນຮຸ້ນໜຸ່ມ ຂອງສອງປະເທດຊາດ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ຂອງສອງຊາດ ລາວ ແລະ ຈີນ.

ພ້ອມນັ້ນ ຍັງໄດ້ມີຄຳເຫັນຊີ້ນຳໃຫ້ ປະ ທານສະມາຄົມມິດຕະພາບ ລາວ-ຈີນ ຜູ້ໃໝ່ ສືບຕໍ່ປະຕິບັດໜັາທີ່ສໍາຄັນ ແລະ ມີກຽດນີ້ ເພື່ອນໍາພາ ສະມາຄົມມິດຕະພາບ ລາວ-ຈີນ ເຄື່ອນໄຫວຢ່າງຫ້າວຫັນ ແລະ ມີຄວາມປະດິດສ້າງ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ທີ່ພັກ-ລັດ ມອບໝາຍໃຫ້ ເພື່ອປະກອບສ່ວນປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ, ຄູ່ຮ່ວມຊະຕາກຳສັງຄົມນິຍົມ ລາວ- ຈີນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຈີນ ໃຫ້ນັບມື້ ແໜ້ນແຟ້ນຈະເລີນງອກງາມ ແລະ ໝັ້ນຄົງຂະໜົງແກ່ນ ເພື່ອພ້ອມກັນສ້າງ ສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.