ເປີດແຜນພັດທະນາການສົ່ງອອກຂອງຂະແໜງອຸດສາຫະກຳປຸງແຕ່ງໄມ້ 2021-2025 ເນັ້ນ 3 ເປົ້າໝາຍຍຸດທະສາດ

680

ໃນວັນທີ 29 ພະຈິກ 2021 ກະຊວງ ອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນການຄ້າສາກົນ ແລະ ສະຫະພາບເອີຣົບປະຈຳລາວ ຈັດພິທີເປີດຕົວ ແຜນພັດທະນາການສົ່ງອອກຂອງຂະແໜງອຸດສາຫະກຳປຸງແຕ່ງໄມ້ ຂອງ ສປປ ລາວ ປີ 2021-2025 ຂຶ້ນ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ.


ໂດຍການເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານນາງ ອີນາ ມາຈຸ໋ດນີແຕ (Ina Marciulionyté) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງທາງພິທີ ແລະ ຜ່ານທາງໄກ.


ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວເປີດພິທີ ວ່າ: ແຜນພັດທະນາ ສະບັບນີ້ ຈະຊ່ວຍສະໜັບສະໜູນ ແລະ ສົ່ງເສີມການຈັດຕັ້ງປະຕິບັດ ນັບແຕ່ການປູກໄມ້ ໄປຈົນເຖິງການຜະລິດປຸງແຕ່ງໄມ້ ແລະ ສົ່ງອອກຜະລິດຕະພັນໄມ້ທີ່ມີມາດຕະຖານ, ຄຸນນະພາບ, ມີການສ້າງມູນຄ່າເພີ່ມສູງ ແລະ ມີຄວາມຫຼາກຫຼາຍຂອງຜະລິດຕະພັນໄມ້ ທີ່ເປັນເງື່ອນໄຂສຳຄັນໃນການສ້າງຂີດຄວາມສາມາດໃນການແຂ່ງຂັນ ຄ່ຽງຄູ່ກັບການຫັນປ່ຽນໄປນໍາໃຊ້ລະບົບດີຈີຕອນ ແລະ ການຄ້າແບບອີເລັກໂຕນິກ ໃຫ້ສາມາດຮັບມືກັບການປ່ຽນແປງຂອງເສດຖະກິດ ໃນສະພາບການລະບາດຂອງພະຍາດໂຄວິດ-19 ທັງໃນ ສປປ ລາວ ແລະ ໃນທົ່ວໂລກ.


ດ້ານທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວວ່າ: ແຜນພັດທະນາດັ່ງກ່າວ ຈະຊ່ວຍແກ້ໄຂສິ່ງທ້າທາຍ ແລະ ເປີດກວ້າງບັນດາຕະຫຼາດໃໝ່ທີ່ສໍາຄັນ, ສ້າງໂອກາດ ແລະ ທ່າແຮງໃນການພັດທະນາຂະແໜງການປຸງແຕ່ງໄມ້. ສະຫະພາບເອີຣົບ ແລະ ບັນດາປະເທດສະມາຊິກ ມີຄວາມພູມໃຈທີ່ໄດ້ປະກອບສ່ວນ ຊ່ວຍ ສປປ ລາວ ໃຫ້ສາມາດບັນລຸເປົ້າໝາຍທີ່ສໍາຄັນນີ້ ແລະ ຈະສືບຕໍ່ຮ່ວມມືຄຽງຂ້າງກັບລັດຖະບານຂອງ ສປປ ລາວ ເພື່ອກະກຽມຄວາມພ້ອມໃນການຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດອັນໃກ້ນີ້.

ທ່ານນາງ ອີນາ ມາຈຸ໋ດນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ ກ່າວວ່າ: ຍິ່ງໄປກວ່າການວາງແຜນ, ແຜນພັດທະນາສະບັບນີ້ແມ່ນເອກະສານທີ່ສໍາຄັນສໍາລັບການດຳເນີນງານ. ໃນມື້ນີ້, ງານເປີດຕົວຂອງແຜນພັດທະນານີ້ໄດ້ສະແດງໃຫ້ເຫັນຜົນສໍາເລັດຂອງຂັ້ນຕອນການສ້າງແຜນພັດທະນາດັ່ງກ່າວ ແລະ ເປັນການລິເລີ່ມຂອງການຈັດຕັ້ງປະຕິບັດ. ຕາງໜ້າ ສູນການຄ້າສາກົນ (ITC) ພວກເຮົາມີຄວາມພູມໃຈທີ່ໄດ້ ມີສ່ວນຮ່ວມຊ່ວຍເຫຼືອໃນການບັນລຸຜົນສຳເລັດອັນສໍາຄັນນີ້, ເຊິ່ງໄດ້ຖືກພັດທະນາຂຶ້ນພາຍໃຕ້ໂຄງການ ARISE Plus ປະຈໍາ ສປປ ລາວ”.

ສຳລັບແຜນພັດທະນາໃໝ່ຂອງ ສປປ ລາວ ເພື່ອຊຸກຍູ້ການຜະລິດແລະ ການສົ່ງອອກຜະລິດຕະພັນໄມ້ປຸງແຕ່ງແບບຍືນຍົງ (ນະຄອນຫຼວງວຽງຈັນ) ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ເປີດຕົວແຜນພັດທະນາການສົ່ງອອກສະບັບທໍາອິດ ຂອງຂະແໜງການປຸງແຕ່ງໄມ້, ເຊິ່ງເປັນເຫດການອັນສໍາຄັນສໍາລັບບໍລິສັດຜະລິດໄມ້ແປຮູບພາຍໃນປະເທດ. ແຜນພັດທະນາການສົ່ງອອກຂອງຂະແໜງການປຸງແຕ່ງໄມ້ຂອງ ສປປ ລາວ ໄດ້ນໍາສະເໜີແຜນງານການສົ່ງອອກຂອງປະເທດລາວ ເພື່ອສົ່ງເສີມຜະລິດຕະພັນໄມ້ທີ່ມີມູນຄ່າເພີ່ມ, ອີງຕາມ 3 ເປົ້າໝາຍຍຸດທະສາດ ຄື: (1) ສ້າງຄວາມຍືນຍົງໃຫ້ຂະແໜງການໂດຍປັບປຸງການປະສານງານ, ເພີ່ມທະວີການເຂົ້າເຖິງໄມ້ທີ່ຖືກຕ້ອງຕາມກົດໝາຍ; (2) ຊຸກຍູ້ໃຫ້ມີຄວາມຫລາກຫລາຍຂອງຜະລິດຕະພັນ ແລະ ຍົກລະດັບຄວາມອາດສາມາດໃນການປຸງແຕ່ງ ໂດຍການສ້າງທັກສະ, ສົ່ງເສີມການນໍາໃຊ້ເຕັກໂນໂລຊີ ແລະ ດຶງດູດການລົງທຶນ; (3) ເສີມຂະຫຍາຍຄວາມສາມາດຂອງຂະແໜງການໃນການສ້າງ ແລະ ການເຊື່ອມໂຍງກັບຕະຫຼາດທີ່ຍືນຍົງ.