ຮອດປັດຈຸບັນ ເຂດເສດຖະກິດບຶງທາດຫຼວງ ມີນັກລົງທຶນເຂົ້າມາແລ້ວຫຼາຍກວ່າ 40 ບໍລິສັດ

475

ໃນທ່າມກາງການລະບາດຂອງພະຍາດໂຄວິດ-19, ແຕ່ສປປ ລາວ ຍັງໄດ້ຮັບຄວາມສົນໃຈຈາກນັກລົງທຶນຢູ່ ໂດຍໃນກາງເດືອນພະຈິກ 2021 ທີ່ຜ່ານມາ ໄດ້ມີພິທີເຊັນສັນຍາການພັດທະນາທາງດ້ານທຸລະກິດ ຂອງເຂດເສດຖະກິດພິເສດ ບຶງທາດຫຼວງ ລະຫວ່າງ ບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ, ຜູ້ພັດທະນາ ຂສພ ບຶງທາດຫຼວງ ແລະ ບໍລິສັດ D&C minieun, ຈາກ ສາທາລະນະລັດເກົາຫຼີ. ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ພ້ອມບັນດາທ່ານນັກທຸລະກິດຈາກ ສາທາລະນະລັດ ເກົາຫຼີ; ທຸລະກິດ ສປ ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ເຂດເສດຖະກິດພິເສດ ບຶງທາດຫຼວງ ເປັນໜຶ່ງໃນ 5 ເຂດເສດຖະກິດພິເສດ ທີ່ຕັ້ງ ຢູ່ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການຄຸ້ມຄອງ ຂອງ ຄະນະຄຸ້ມຄອງເຂດເສດຖະກິພິເສດ ນະຄອນຫຼວງວຽງຈັນ. ສ້າງຕັ້ງຂຶ້ນບົນສັນຍາວ່າດ້ວຍການພັດທະນາເມືອງທ່ອງທ່ຽວໜອງນ້ຳທຳມະຊາດ ແລະ ວັດທະນາທຳ ຢູ່ເມືອງ ໄຊເສດຖາ ແລະ ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ ສະບັບຄັ້ງວັນທີ 28 ທັນວາ 2011 ຕັ້ງຢູ່ໃຈກາງ ຂອງ ນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດ 365 ເຮັກຕາ, ມີທຶນທັງໝົດຈຳນວນ 1,6 ຕື້ໂດລາສະຫະລັດ, ທຶນຈົດທະບຽນ: 90,6 ລ້ານໂດລາສະຫະລັດ.

ນັບແຕ່ມື້ສ້າງຕັ້ງເຖິງປັດຈຸບັນສາມາດດຶງດູດການລົງທຶນໄດ້ຫຼາຍກວ່າ 40 ບໍລິສັດ, ການລົງທຶນຕົວຈິງເຂົ້າໃນວຽກງານພື້ນຖານໂຄງລ່າງ ເຊັ່ນ: ລະບົບໄຟຟ້າ, ນ້ຳປະປາ, ຖະໜົນ, ສະບົບໂທລະຄົມ, ອາຄານສຳນັກງານຫ້ອງການ, ຄອນໂດມີນຽມ, ໂຮງແຮມ, ຕະຫຼາດ ມີມູນຄ່າຫຼາຍກວ່າ 300 ລ້ານໂດລາສະຫະລັດ, ພ້ອມນີ້ທາງ ບໍລິສັດ ລາວທາດຫຼວງ ລົງທຶນພັດທະນາ ຈຳກັດ (ບໍລິສັດຜູ້ພັດທະນາ) ກໍ່ໄດ້ປະກອບສ່ວນໃນກໍ່ສ້າງເສັ້ນທາງແຕ່ໄຟແດງໂພນທັນ ຫາ ບ້ານ ໂນນຫວາຍ ໄລຍະ 2,6 ກິໂລແມັດ, ລະບົບໄຟສັນຈອນ ແລະ ບັນດາເສັ້ນທາງເຊື່ອມຕໍ່ໃສ່ເສັ້ນທາງຂອງລັດ.

ສຳລັບວຽກງານການພັດທະນານັ້ນ ປະຈຸບັນທາງ ບໍລິສັດ ລາວທາດຫຼວງ ລົງທຶນພັດທະນາ ຈຳກັດ ກໍ່ຄືບໍລິສັດຜູ້ພັດທະນາ ໄດ້ເອົາໃຈໃສ່ພັດທະນາເຂດຢ່າງຕໍ່ເນື່ອງ ໂດຍໄດ້ຮັບການເອົາໃຈໃສ່ ແລະ ຊີ້ນຳຢ່າງໃກ້ຊິດຈາກພັກ ແລະ ລັດຖະບານ ເວົ້າລວມ, ເວົ້າສະເພາະ ກໍ່ຄື ຄະນະນໍາຂອງກະຊວງແຜນການ ແລະ ການລົງທຶນ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ຊຶ່ງໄດ້ເຮັດໃຫ້ວຽກງານການພັດທະນາ ໄດ້ຮັບການພັດທະນາຢ່າງຕໍ່ເນືອງ ແລະ ເປັນໄປໃນທິດທາງທີ່ພັກ-ລັດຖະບານ ໄດ້ວາງເປົ້າໝາຍເພື່ອພັດທະນາໃຫ້ກາຍເປັນເຂດຕົວເມືອງທ່ອງທຽວທີ່ທັນສະໃໝ່, ສະຫງົບປອດໄພ, ເປັນຕົວເມືອງສີຂຽວ, ອະນຸລັກສິ່ງເເວດລ້ອມ ແລະ ຮັບປະກັນການພັດທະນາແບບຍືນຍົງ, ເພື່ອຮອງຮັບຜູ້ລົງທຶນ, ນິຕິບຸກຄົນ ແລະ ບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ.

.

ສຳລັບພິທີລົງນາມເຊັນສັນຍາລະຫວ່າງ ບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ ແລະ ບໍລິສັດ D&C minieun ໃນມື້ນີ້. ມີຈຸດປະສົງກໍ່ເພື່ອປະຕິບັດຕາມທິດທາງນະໂຍບາຍຂອງພັກ-ລັດຖະບານ ເປັນການດຶງດູດການລົງທຶນ, ກະຕຸ້ນເສດຖະກິດໃຫ້ມີບັນຍາກາດຟົດຟື້ນໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19. ຊຶ່ງຄາດວ່າການຮ່ວມມືດັ່ງກ່າວນີ້ ຈະສ້າງໃບໜ້າອັນໃໝ່ອີກບາດກ້າວໜຶ່ງໃນການດຶງດູດເອົານັກທຸລະກິດທີ່ມີຄຸນນະພາບ ແລະ ມີຊື່ສຽງຈາກ ສາທາລະນະລັດ ເກົາຫຼີ ເຂົ້າມາລົງທຶນຢູ່ ສປປ ລາວ ກໍ່ຄືໃນ ຂສພ ບຶງທາດຫຼວງ ໃນນັບມື້ຫຼາຍຂຶ້ນ..