ສັດກໍ່ຕ້ອງຮັບວັກຊິນ! ວິລະບູລີ ພວມເດີນສາຍສັກຢາປ້ອງກັນພະຍາດໃຫ້ຝຸງສັດລ້ຽງ

468

ສຳລັບການສັກຢາປ້ອງກັນພະຍາດລະບາດຂອງສັດ ແມ່ນເປັນສິ່ງສຳຄັນ ເນື່ອງຈາກສັດລ້ຽງແມ່ນເປົ້າໝາຍລາຍຮັບຂອງຊາວກະສິກຳ ຖ້າຫາກສັດລ້ຽງເກີດມີພະຍາດຕິດຕໍ່ເກີດການລົ້ມຫາຍຕາຍຈາກກໍ່ໝາຍເຖິງລາຍໄດ້ຈຳນວນຫຼາຍ ດັ່ງນັ້ນ, ການສັກຢາປ້ອງກັນແມ່ນເປັນວິທີປ້ອງກັນທີ່ດີຫຼາຍທີ່ຕ້ອງໄດ້ເອົາໃຈໃສ່ໄວ້ກ່ອນ.

ເພື່ອດຳເນີນຕາມປະຕິທິນຂອງຂະແໜງກະສິກຳ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ ວັນທີ 13 ພະຈິກແມ່ນມີຄວາມສຳຄັນຫຼາຍ  ມາໃນຕອນເຊົ້າຂອງວັນທີ 26 ພະຈິກຜ່ານມາ ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ວິລະບູລີ ແຂວງສະຫວັນນະເຂດ ຈຶ່ງໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດໃຫ້ສັດ ຂຶ້ນຢູ່ທີ່ບ້ານນໍ້າປະເຄນ ໂດຍການ ເຂົ້າຮ່ວມຂອງທ່ານ ຄໍາຜຸຍ ເຮືອງ ກໍາສີບຸນ ເຈົ້າເມືອງ ວິລະບູລີ, , ມີຄະນະຫ້ອງການ-ວິຊາການຈາກຫ້ອງການກະສິກໍາປ່າ ແລະ ໄມ້ເມືອງ, ມີຄະນະພັກຮາກຖານເຂົ້າຮ່ວມ.

ທ່ານ ຄໍາໃບ ໄຊຍະລິນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງວິລະບູລີ ໄດ້ລາຍງານໃຫ້ຮູ້ວ່າ: ໃນແຕ່ລະປີວິລະບູລີ ແມ່ນໄດ້ຈັດຕັ້ງປະຕີິບັດການສັກຢາປ້ອງກັນພະຍາດສັດ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເຊິ່ງເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານສົ່ງເສີມສຸຂະພາບສັດລ້ຽງຂອງປະຊາຊົນ, ຕິດພັນກັບການພັດທະນາການລ້ຽງສັດແບບມີການຄຸ້ມຄອງ, ລ້ຽງເກືອ ແລະ ການປົກປັກຮັກສາ ເພື່ອກ້າວໄປສູ່ການລ້ຽງແບບເປັນຟາມໃຫ້ຫຼາຍຂຶ້ນ ແລະ ກາຍເປັນສິນຄ້າໃນອະນາຄົດ

ປະຈຸບັນໃນທົ່ວເມືອງວິລະບູລີ ມີສັດລ້ຽງທັງໝົດ 138.680 ໂຕ, ໃນນັ້ນມີຄວາຍ 8.039 ໂຕ, ງົວ 11.567 ໂຕ, ໝູ 9.371 ໂຕ, ແບ້ 9.361 ໂຕ ແລະ ສັດປີກ 100.342 ໂຕ, ສໍາລັບໃນປີຜ່ານມາ ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ກໍ່ໄດ້ເອົາໃຈໃສ່ຊຸກຍູ້ປຸກລະດົມຊາວກະສິກອນ ຜູ້ລ້ຽງສັດໃນທົ່ວເມືອງໃຫ້ສັກຢາປ້ອງກັນພະຍາດສັດລ້ຽງຂອງຕົນ ໄດ້ທັງໝົດຈໍານວນ 56.501 ໂຕ.

ໃນນັ້ນມີຄວາຍ 4.127 ໂຕ, ງົວ 7.037 ໂຕ, ແບ້ 7.111 ໂຕ, ໝູ 7.226 ໂຕ ແລະ ສັດປີກ 40 ພັນກວ່າໂຕ, ສ່ວນວ່າສັດລ້ຽງຂອງປະຊາຊົນໃນຈໍານວນ 5 ບ້ານທີ່ໄດ້ນໍາມາສັກຢາປ້ອງກັນພະຍາດສັດໃນຄັ້ງນີ້ ແມ່ນມີທັງໝົດຈໍານວນ 2.151 ໂຕ, ມີຄວາຍ 16 ໂຕ, ງົວ 50ໂຕ, ໝູ 25 ໂຕ, ແບ້ 60 ໂຕ ແລະ ສັດປີກຈໍານວນ 2 ພັນກວ່າໂຕ ທັງນີ້ກໍ່ເພື່ອເປັນການປ້ອງກັນພະຍາດໃຫ້ກັບສັດລ້ຽງບໍ່ໃຫ້ເກີດການເສຍຫາຍຍ້ອນພະຍາດໃນພາຍຫຼັງ..