ຈີນ ປະເມີນສະຖານະການໂຄວິດ ຍັງບໍ່ພ້ອມເປີດປະເທດ

629

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ສູນ​ຄວບ​ຄຸມ ແລະ ປ້ອງ​ກັນ​ພະ​ຍາດ​ແຫ່ງ​ຊາດ​ຈີນ (CDC) ໄດ້​ເຜີຍ​ແຜ່​ຜົນ​ການ​ສຶກ​ສາ ປະ​ເມີນ​ສະ​ຖາ​ນະ​ການ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ພາຍ​ໃນ​ປະ​ເທດ ລະ​ບຸ​ວ່າ ຖ້າ​ຫາກ​ລັດ​ຖະ​ບານ​ຕັດ​ສິນ​ໃຈ​ທີ່​ຈະ​ຢູ່​ຮ່ວມ​ກັບ​ໂຄວິດ-19 ເໝືອນ​ກັບ​ປະ​ເທດ​ອື່ນໆ ແລະ ຍົກ​ເລີກ​ມາດ​ຕະ​ການ​ຕ່າງໆ “ຄວາມ​ອົດ​ທົນ​ຈະ​ເປັນ​ສູນ” ຕັດ​ຕ່ອງ​ໂສ້​ການ​ແຜ່​ລະ​ບາດ​ທີ່​ນຳ​ໃຊ້​ມາ​ຕະຫຼອດ.

ທັງ​ນີ້ ຜົນ​ການ​ສຶກ​ສາ​ຂອງ CDC ຮ່ວມ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ໄດ້​ໃຊ້​ຂໍ້​ມູນ​ຈາກ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ຝ​ຣັ່ງ, ອັງ​ກິດ, ແອັດ​ສະ​ປາຍ ແລະ ອິດ​ສະ​ຣາ​ແອນ ນຳ​ມາ​ຄຳ​ນວນ​ຜົນ​ລັບ​ວ່າ ຫາກ​ລັດ​ຖະ​ບານ​ຈີນ​ດຳ​ເນີນ​ການ​ຕາມ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ເຫຼົ່າ​ນີ້​ກັບ​ປະ​ເທດ​ຈີນ​ແລ້ວ ຈະ​ມີ​ຜົນ​ອອກ​ມາ​ແນວ​ໃດ ເຊິ່ງ​ຜົນ​ການ​ສຶກ​ສາ​ປາ​ກົດ​ວ່າ ຫາກ​ຈີນ​ໃຊ້​ມາດ​ຕະ​ການ​ຕາມ​ສະ​ຫະ​ລັດ​ແລ້ວ ຈະ​ເຮັດ​ໃຫ້​ມີ​ຜູ້​ຕິ​ດ​ເຊື້ອ​ໂຄວິດ-19 ​ເພີ່ມສູງ​ເຖິງ 637.155 ຄົນ​ຕໍ່​ວັນ; ຫາກ​ໃຊ້​ມາດ​ຕະ​ການ​ດຽວ​ກັບ​ຝ​ຣັ່ງ ຈະ​ເຮັດ​ໃຫ້​ມີ​ຜູ້​ຕິດ​ເຊື້ອ​ເພີ່ມ 454.198 ຄົນ​ຕໍ່​ວັນ, ຫາກ​ໃຊ້​ມາດ​ຕະ​ການ​ດຽວ​ກັບ​ອັງ​ກິດ ຈະ​ເຮັດ​ໃຫ້​ມີ​ຜູ້​ຕິດ​ເຊື້ອ​ເພີ່ມ 275.793 ຄົນ​ຕໍ່​ວັນ.

ນັກ​ວິ​ໄຈ​ລະ​ບຸ​ວ່າ: ຕົວ​ເລກ​ຄາດ​ການ​ເຫຼົ່າ​ນີ້ ມາ​ຈາກ​ການ​ໃຊ້​ສູດ​ຄຳ​ນວນ​ທາງ​ຄະ​ນິດ​ສາດ​ເທົ່າ​ນັ້ນ ແຕ່​ກໍ​ເປັນ​ຂໍ້​ມູນ​ເຕືອນ​ວ່າ ຂະ​ນະ​ນີ້ ປະ​ເທດ​ຈີນ ຍັງ​ບໍ່​ມີ​ຄວາມ​ພ້ອມ​ໃນ​ການ ເປີດ​ເມືອງ ເໝືອນ​ກັບ​ບັນ​ດາ​ປະ​ເທດ​ຕາ​ເວັກ​ຕົກ ເຊິ່ງ​ຕັດ​ສິນ​ໃຈ​ຈາກ​ຄວາມ​ເຊື່ອ​ໃນ​ສົມ​ມຸດ​ຖານ​ການ​ສັກ​ວັກ​ຊີນເປັນ​ຈຳ​ນວນຫຼາຍ ຈະ​ເຮັດ​ໃຫ້​ເກີດ​ພູມ​ຄຸ້ມ​ກັນ​ໝູ່ (Herd Immunity) ແລະ ຖ້າ​ຫາກວ່າ ຈີນ​ຈະ​ເປີດ​ປະ​ເທດ ກໍ​ຕ້ອງ​ມີ​ຂະ​ບວນ​ການ​ສັກ​ວັກ​ຊີນ​ທີ່​ມີ​ປະ​ສິດ​ທິ​ພາບ ຍິ່ງ​ໄປ​ກວ່າ​ນັ້ນ ຕ້ອງ​ມີ​ຊ່ອງ​ທາງ​ໃນ​ການ​ປິ່ນ​ປົວ​ສະ​ເພາະ​ດ້ານ.