ໃຈເພັດ ວົງວິໄລທອງ ML12 ສາວງາມດິນແດນໄດໂນເສົາ ໃນເວທີນາງສາວລາວ

624

ທໍາຄວາມຮູ້ຈັກກັບສາວງາມແຫ່ງດິນແດນໄດໂນເສົາ ແລະ ເປັນຜູ້ມາພ້ອມກັບຄວາມຝັນ, ຄວາມຫວັງໃນເວທີ ນາງສາັກຟໂເູ ວລາວ Miss Laos 2021 ໃນປີນີ້ ຮ່ວມເຊຍ ແລະ ໃຫ້ກຳລັງໃຈສາວງາມຄົນນີ້ໃຫ້ໄປເຖິງຝັນພ້ອມກັນ ທີ່ສຳຄັນໃນຕອນນີ້ ສາວງາມຄົນນີ້ຜ່ານເຂົ້າຮອບ 30ຄົນເປັນທີ່ຮຽບຮ້ອນແລ້ວ ສໍາລັບ ໃຈເພັດ ວົງວິໄລທອງ ຫລື ສາຍແນນ  ໝາຍເລກ ML 12 ປັດຈຸບັນອາຍຸ23ປີ ຈາກແຂວງສະຫວັນນະເຂດ, ຈົບການສຶກຈາກ ມະຫາວິທະຍາໄລສະຫວັນນະເຂດ(ມຂ) ພາກວິຊາບໍລິຫານທຸລະກິດ ສາຂາ ການເງິນ-ການທະນາຄານ.

ສໍາລັບ ສາຍແນນຜ່ານມາເຄີຍປະກວດ ນາງສາວປະຕິທິນຊີມັງລາວ ສະຫວັນນະເຂດ ປີ 2015 ແລະ ໄດ້ຮັບລາງວັນເປັນນາງສາວ ຖ່າຍປະຕິທິນຊີມັງລາວ ປະຈຳປີ 2015ອີກດ້ວຍ ແລະ ເວທີ ນາງສາວລາວໃນປີນີ້ຄືຄວາມຝັນ ແລະ ຄວາມຫວັງທີ່ຢາກຈະໄປໃຫ້ເຖິງ.

ສາຍແນນໄດ້ໃຫ້ສຳພາດກັບທີມຂ່າວບັນເທີງໂດຍນ້ອງບອກວ່າ: ສຳລັບເວທີນາງສາວລາວ ແນ່ນອນເປັນຄວາມໃຝ່ຝັນຂອງນ້ອງ ແລະ ນາງສາວລາວທຸກຄົນທີ່ເຂົ້າຮ່ວມປະກວດເວທີ ນາງສາວລາວ2021ນີ້ ກໍ່ຄືການໄດ້ຄອງມົງກຸດນາງສາວລາວ ປະຈຳປີ2021 ເພາະຕໍາແຫນ່ງອັນຊົງກຽດນີ້ ເປັນຄວາມພາກພູມໃຈຂອງແມ່ຍິງລາວ ແລະ ນ້ອງເອງກໍ່ເປັນແມ່ຍິງລາວຜູ້ຫນຶ່ງທີ່ຢາກມີສ່ວນຮ່ວມໃນການອະນຸລັກຮັກສາເຜີຍແຜ່ວັດທະນະທຳອັນດີງາມຂອງປະເທດລາວເຮົາ ໄວ້ສືບທອດຈາກຮຸ່ນສູ່ຮຸ່ນ ແລະ ຢາກເປັນກະບອກສຽງ ໃນການຊ່ວຍເຫລືອການສຶກສາຂອງເຍົາວະຊົນຮຸ່ນໃຫມ່ທີ່ຫ່າງໄກສອກຫລີກ ໃຫ້ໄດ້ເຂົ້າເຖິງການສືກສາຖ້ານ້ອງໄດ້ເປັນຄອບຄົວຂອງນາງສາວລາວ2021ນີ້.

ຄຳຄົມ ຫລື ຄະຕິປະຈຳໃຈຂອງສາຍແນນ: “ຮາກຖານຂອງຕຶກ ຄືດິນຈີ່ ຮາກຖານຂອງຊີວິດ ຄືການສຶກສາ”

ທີ່ສາຍແນນເລືອກໃນການເຂົ້າປະກວດໃນເວທີນາງສາວລາວ2021ນີ້ ເພາະວ່າເວທີນາງສາວລາວນີ້ເປັນເວທີແຫ່ງກຽດຕິຍົດ ແລະ ຄວາມພາກພູມໃຈຂອງແມ່ຍິງລາວ ນ້ອງເອງກໍ່ເປັນແມ່ຍິງລາວຜູ້ຫນຶ່ງທີ່ຢາກມີສ່ວນຮ່ວມໜຶ່ງໃນການອະນຸລັກຮັກສາ, ເຜີຍແຜ່ວັດທະນາທຳ, ຮີດຄອງປະເພນີອັນດີງາມຂອງປະເທດລາວໄວ້ໃຫ້ສືບທອດລຸ້ນສູ່ລຸ້ນ ແລະ ຢາກເປັນກະບອກສຽງໃນການຊ່ວຍເຫລືອ ເດັກນ້ອຍເຂດຫ່າງໄກຊອກລີກ ໂດຍຢາກສ້າງໂຄງການຊ່ວຍເຫລືອ ແລະ ສົ່ງເສີມການສຶກສາໃຫ້ເດັກນ້ອຍໃນເຂດຊົນນະບົດໃຫ້ໄດ້ຮັບຄວາມຮູ້ທີ່ມີປະສິດທິພາບ.

ສຳລັບການສະແດງຄວາມສາມາດ ແນນ ຄິດວ່າຈະໂຊສິ່ງທີ່ຕິດພັນກັບວັດທະນະທຳລາວ, ສ່ວນການສະແດງຫຍັງນັ້ນ ແນນ ຂໍອະນຸຍາດ ອຸບໄວ້ກ່ອນເດີ ຖ້າຕິດຕາມນຳກັນ ແດ່ເດີທຸກໆທ່ານ.

ຖ້າເວົ້າເຖິງຈຸດເດັ່ນຂອງແນນ ແນນຄິດວ່າ: ເປັນຮອຍຍີ້ມ ,ແວວຕາ ແລະ ການປະພຶດຕົນ-ການກະທຳ ເພາະວ່າ ແນນ ເປັນຄົນທີ່ເຂົ້າກັບທຸກຄົນໄດ້ງ່າຍ,ມັກຊອກຮູ້ຮ່ຳຮຽນ ແລະ ພ້ອມທີ່ຈະເປີດຮັບປະສົບການ ແລະ ບົດຮຽນໃຫມ່ໆສະເຫມີ.

ການກະກຽມສຳລັບຕົວແນນເອງແລ້ວ ຖືວ່າມີເວລາຫນ້ອຍທີ່ສຸດ ເນື່ອງຈາກວ່າ: ສະພາບການແຜ່ລະບາດພະຍາດໂຄວິດ19 ໃນປະເທດລາວເຮົາ ເວົ້າລວມເວົ້າສະເພາະພາຍໃນແຂວງສະຫວັນນະເຂດ ເຮັດໃຫ້ມີອຸປະສັກໃນການກຽມຄວາມພ້ອມ, ແຕ່ແນນເອງກໍ່ບໍ່ໄດ້ທໍ້ຖອຍ ໄດ້ມີການຝຶກຊ້ອມຍ່າງ, ເບິ່ງວິດີໂອທີ່ລຸ້ນເອື້ອຍໆໃນປີຜ່ານມາ,ໂທປຶກສາຂໍແຊສປະສົບການ ແລະ ຂໍຄວາມຮູ້ຈາກຜູ້ທີ່ມີປະສົບການໃນເວທີຜ່ານມາ ເພື່ອມານຳໃຊ້ ໃຫ້ຕົນເອງມີຄວາມພ້ອມ ໃນການປະກວດໃນເວທີນາງສາວລາວ2021ນີ້.

ຖ້ານ້ອງໄດ້ຕຳແໜ່ງໃນການປະກວດນາງສາວປີ2021ນີ້ ແນນຈະ ເປັນກະບອກສຽງໃນການຊ່ວຍເຫລືອ ເດັກນ້ອຍເຂດຫ່າງໄກສອກຫລີກ ໂດຍຢາກສ້າງໂຄງການຊ່ວຍເຫລືອ ແລະ ສົ່ງເສີມການສຶກສາໃຫ້ເດັກນ້ອຍໃນເຂດຊົນນະບົດ, ຊ່ວຍວຽກງານຕ່າງໆທີ່ທາງພັກ-ລັດ ຕ້ອງການໃຫ້ໂຄສະນາປະຊາສຳພັນ.ກິດຈະກຳຍາມວ່າງ : ແນນມັກຈະເປັນຄົນຊອກຮູ້ຮ່ຳຮຽນໃນສິ່ງໃໝ່ໆ ໂດຍການອ່ານຂ່າວສານຕ່າງໆໃນໂຊຊ້ຽວ ເພື່ອນຳມາເປັນຂໍ້ມູນ ແລະ ຄວາມຮູ້ທີ່ຈະເອົາມາພັດທະນາຕົນເອງຕະຫຼອດເວລາ.

ສຸດທ້າຍນີ້ ແນນ ຂໍຝາກທຸກທ່ານໆຊ່ວຍສົ່ງແຮງໃຈແຮງເຊຍ ສາວດິນແດນໄດໂນເສົາ ຕົວແທນຫນື່ງດຽວຂອງຊາວແຂວງສະຫວັນນະເຂດ ຜູ້ເຂົ້າປະກວດນາງສາວລາວ 2021 ໝາຍເລກ ML 12 ໃຫ້ຢູ່ໃນອ້ອມອົກອ້ອມໃຈ ຂອງທຸກໆທ່ານແດ່ເດີ.FB:Sainean Vongvilaythong.

ຮູບ:Sainean Vongvilaythong.