ອາການ “ໄວທອງ” ທີ່ອາດພົບໄດ້ ພ້ອມວິທີຮັກສາ

607

ໄວທອງເປັນໄວທີ່ເກີດການປ່ຽນແປງຂອງຮ່າງກາຍຈາກລະດັບຮໍໂມນເພດທີ່ຫຼຸດລົງ ເຮັດໃຫ້ເກີດບັນຫາສຸຂະພາບຕາມມາທັງໃນໄລຍະສັ້ນ ແລະ ໄລຍະຍາວ

ໄວທອງ ຄືຫຍັງ

ແພດໄດ້ກ່າວວ່າ “ສະຕີໄວທອງ” ຫຼື ສະຕີໄວໝົດປະຈຳເດືອນ ຫຼື ໄວໝົດລະດູ ໝາຍເຖິງສະຕີທີ່ມີລະດັບຮໍໂມນເອສໂຕເຈນຫຼຸດລົງຈາກການເຮັດວຽກຂອງຮັງໄຂ່ທີ່ຫຼຸດລົງ

ຊ່ວງໄວອາຍຸຂອງ ໄວທອງ

ຊ່ວງອາຍຸທີ່ພົບໄດ້ຕະຫຼອດຄື 50-59 ປີ ແນວໃດກໍຕາມ ຄວາມແຕກຕ່າງທາງຮ່າງກາຍຂອງຜູ້ຍິງເຮັດໃຫ້ພາວະໝົດປະຈຳເດືອນຂອງແຕ່ລະຄົນບໍ່ຄືກັນ ໂດຍຜູ້ຍິງປະມານ 15-20% ຈະບໍ່ມີອາການບໍ່ພຶງປະສົງໃດໆ ນອກຈາກປະຈຳເດືອນໝົດໄປເທົ່ານັ້ນ.

ສາເຫດຂອງການເກີດອາການໄວທອງ

ແພດໄດ້ບອກຕື່ມວ່າ ນອກຈາກຈະເກີດຕາມທຳມະຊາດແລ້ວ ອາການເຈັບປ່ວຍ ຫຼື ຄວາມຜິດປົກກະຕິຂອງຮັງໄຂ່ກໍອາດສົ່ງຜົນຕໍ່ການຂາດປະຈຳເດືອນ ລວມໄປເຖິງການເຮັດເຄມີບຳບັດ (Chemotherapy) ທີ່ໃຊ້ໃນຜູ້ປ່ວຍພະຍາດມະເຮັງ ເພາະນອກຈາກການຮັກສາຈະສົ່ງຜົນຕໍ່ເຊວມະເຮັງແລ້ວ ຍັງສົ່ງຜົນຕໍ່ເຊວຕ່າງໆ ຂອງຮ່າງກາຍທີ່ມີການຈະເລີນເຕີບໃຫຍ່ພ້ອມ.

ກໍລະນີເຂົ້າສູ່ໄວໜົດປະຈຳເດືອນກ່ອນກຳໜົດ (ອາຍຸນ້ອຍກວ່າ 40 ປີ) ອາດເກີດຈາກຫຼາຍສາເຫດໄດ້ແກ່ ປະຫວັດຄົນໃນຄອບຄົວເຂົ້າສູ່ໄວໝົດປະຈຳເດືອນໄວ, ພະຍາດພູມຕ້ານທານເນື້ອເຍື່ອຕົນເອງ, ຄວາມຜິດປົກກະຕິຂອງໂຄຣໂມໂຊມ X ແລະ ການສູບຢາເປັນຕົ້ນ.

ອາການໄວທອງທີ່ພົບໄດ້

ນອກເໜືອຈາກການສິ້ນສຸດຂອງປະຈຳເດືອນແລ້ວ ຍັງມີການປ່ຽນແປງທາງສະລີລະວິທະຍາອີກຫຼາຍປະການ ເຊັ່ນ: ຮ້ອນວູບວາບ, ວິນຫົວ ອ່ອນເພຍ, ອາລົມແປປວນ, ຊ່ອງຄອດແຫ້ງ ແລະ ຕີບແຄບ, ຍ່ຽວຕະຫຼອດ ຫຼື ອົດຍ່ຽວບໍ່ຢູ່, ນອນໜ້ອຍ ນອນບໍ່ຄ່ອຍຫຼັບ, ຕຸ້ຍຂຶ້ນ ເພາະລະບົບເຜົາຜານຮ່າງກາຍເຮັດວຽກໄດ້ໜ້ອຍລົງ ແລະ ອາດສົ່ງຜົນໃນໄລຍະຍາງ ເຊັ່ນ: ພະຍາດກະດູກພຸນ.

ແມ່ຍິງທຸກຄົນຕ້ອງເຂົ້າສູ່ໄວທອງ ການເບິ່ງແຍງ ແລະ ຮັບມືກັບການປ່ຽນແປງໃນຊ່ວງໄວນີ້ເປັນສິ່ງສຳຄັນ ໂດຍສາມາດຮັບມືງ່າຍໆ ໄດ້ດັ່ງນີ້: ຮັບປະທານອາຫານທີ່ມີປະໂຫຍດຄົບ 5 ໝູ່ ເນັ້ນອາຫານທີ່ມີປະລິມານແຄວຊຽມສູງ ແລະ ໄຂມັນຕ່ຳ, ງົດສູບຢາ, ຫຼຸດການດື່ມແອວກໍຮໍ, ອອກກຳລັງກາຍຢ່າງສະໝ່ຳສະເໝີຢ່າງໜ້ອຍ ພັກຜ່ອນໃຫ້ພຽງພໍ ເຝິກການຄວບຄຸມອາລົມໃຫ້ມີຄວາມຄິດໃນເຊີງບວກ ແລະ ກວດຮ່າງກາຍຢ່າງສະໝ່ຳສະເໝີປີລະ 1 ຄັ້ງ ຫາກຮູ້ສຶກວ່າການປ່ຽນແປງໃນຊ່ວງໄວທອງມີຜົນກະທົບກັບຄຸນນະພາບຊີວິດ ຄວນໄປພົບແພດເພື່ອປຶກສາ ໂອ້ລົມ ແລະ ຮັບການຮັກສາຕໍ່ໄປ.