ພິທີ ມອບ-ຮັບ ເຄື່ອງມື ແລະ ອຸປະກອນການກວດສອບຄຸນນະພາບແບບບໍ່ທຳລາຍ

786

ໃນວັນທີ 26 ພະຈິກ 2021 ສູນປະເມີນແບບບໍ່ທຳລາຍ, ສະຖາບັນພະລັງງານນິວເຄຼຍ ກະຊວງວິທະຍາສາດ ແລະ ເຕັກໂນໄລຊີ ແຫ່ງ ສສ ຫວຽດນາມ ກັບ ສູນກວດສອບຄຸນນະພາບແບບບໍ່ທຳລາຍ, ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ໄດ້ຈັດພິທີ ມອບ-ຮັບ ຄື່ອງມືເຄື່ອງມື ແລະ ອຸປະກອນການກວດສອບຄຸນນະພາບແບບບໍ່ທຳລາຍ ຂຶ້ນ; ທີ່ກົມມາດຕະຖານ ແລະ ວັດແທກ, ພາຍໃຕ້ຂໍ້ຕົກລົງຮ່ວມມືໃນການສ້າງຄວາມເຂັ້ມແຂງດ້ານການກວດສອບຄຸນນະພາບແບບບໍ່ທຳລາຍຂອງ ສປປ ລາວ.


ໂດຍການເຂົ້າຮ່ວມເປັນປະທານໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ, ທ່ານ ວູຕຽນຮາ ອຳນວຍການສູນປະເມີນແບບບໍ່ທຳລາຍ ສະຖາບັນພະລັງງານນິວເຄຼຍ ກະຊວງວິທະຍາສາດ ແລະ ເຕັກໂນໄລຊີ ແຫ່ງ ສສ ຫວຽດນາມ, ມີຮັກສາການຫົວໜ້າຫ້ອງການກະຊວງ ອຄ, ຫົວໜ້າກົມຈັດຕັ້ງ ແລະ ອ້າຍນ້ອງພະນັກງານ 2ຝ່າຍເຂົ້າຮ່ວມ.

ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ເຄື່ອງທີ່ສູນປະເມີນແບບບໍ່ທຳລາຍ, ສະຖາບັນພະລັງງານນິວເຄຼຍ ກະຊວງວິທະຍາສາດ ແລະ ເຕັກໂນໄລຊີ ແຫ່ງ ສສ ຫວຽດນາມ ໄດ້ນຳມາມອບໃຫ້ ສູນກວດສອບຄຸນນະພາບແບບບໍ່ທຳລາຍ, ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ມື້ນີ້ມີມູນຄ່າທັງໝົດ 221,005.47 ໂດລາ ແລະ ຈະມານຳໃຊ້ເຂົ້າໃນວຽກງານການກວດສອບແບບບໍ່ທຳລາຍ ໂດຍສະເພາະແມ່ນການກວດສອບຮອຍຈອດຮອຍເຊື່ອມ, ຮອຍແຕກຂອງຖັງບັນຈຸຄວາມດັນ, ໝໍ້ຕົ້ມແຮງດັນ, ຖັງບັນຈຸສານເຄມີອັນຕະລາຍ ທີ່ນຳໃຊ້ໃນບັນດາໂຮງຈັກໂຮງງານອຸດສາຫະກຳ, ກວດສອບຄວາມແຂງແກ່ນ, ຄວາມຊຸ່ມ, ຄວາມໜາແໜ້ນຂອງໂຄງສ້າງວິສາວະກຳເຊັ່ນ: ຂົວ, ທາງ ແລະ ອາຄານຕ່າງໆ, ກວດສອບ ແລະ ໃຈ້ແຍກວັດຖຸມີຄ່າເຊັ່ນ: ເປີເຊັນເງິນ, ຄຳ, ທອງ ແລະ ອື່ນໆ, ກວດສອບຄວາມປອດໄພເຄື່ອງສາຍລັງສີເອັກສເລທາງການແພດ ໃຫ້ສອດຄ່ອງກັບມາດຕະຖານ ພາກພື້ນ ແລະ ສາກົນ ຮັບປະກັນຄຸນະພາບ, ຮັບປະກັນຄວາມປອດໄພຂອງ ຂອງຜູ້ອຸປະໂພກ ແລະ ບໍລິໂພກ, ຜູ້ຊົມໃຊ້.

ຄວາມໝາຍຄວາມສຳຄັນຂອງໂຄງການ 1. ເພື່ອເປັນການຕອບສະໜອງນະໂຍບາຍຂອງລັດຖະບານໃນການສ້າງພື້ນຖານໂຄງລ່າງດ້ານຄຸນນະພາບແຫ່ງຊາດ, ສະໜອງການບໍລິການກວດກາຄຸນນະພາບໂດຍນຳໃຊ້ເຕັກນິກແບບທັນສະໄຫມບໍ່ເປັນການທຳລາຍໂຄງສ້າງ, ຄຸນສົມບັດຂອງວັດຖຸ ຫຼື ອຸປະກອນທີ່ກວດແຕ່ຢ່າງໃດ; 2. ສ້າງລາຍຮັບໃຫ້ລັດຖະບານ ຈາກການເກັບຄ່າທໍານຽມ, ການກວດກາຄຸນນະພາບ ແລະ ການບໍລິການອື່ນໆທີ່ກ່ຽວຂ້ອງ; 3. ຮັບປະກັນຄຸນະພາບ, ຮັບປະກັນຄວາມປອດໄພຂອງປະຊາຊົນ; 4. ປັບປຸງລະບົບມາດຕະຖານ ໃຫ້ມີຄວາມສອດຄ່ອງກັບການກຳນົດຂອງພາກພື້ນ ແລະ ສາກົນ; 5. ຍົກສູງຄຸນນະພາບຂອງບັນດາໂຄງສ້າງ, ອຸປະກອນຕ່າງໆ ໃຫ້ມີຄວາມຄົງທົນ, ຮັບປະກັນຕໍ່ການນໍາໃຊ້, ປົກປ້ອງຊີວິດ ແລະຊັບສິນຂອງປະຊາຊົນ; 6. ຊ່ວຍປົກປ້ອງ ຜົນປະໂຫຍດຂອງລັດ ແລະ ປະຊາຊົນ, ປົກປ້ອງຜູ້ຊົມໃຊ້, ມີຄຸນນະພາບ, ຍຸຕິທຳ; 7. ຊ່ວຍກໍ່ສ້າງພະນັກງານ ບຸກຄະລະກອນ ດ້ານກວດກາຄຸນນະພາບແບບບໍ່ທຳລາຍ ໃຫ້ມີຄວາມອາດສາມາດ ແລະ ເປັນທີ່ຍອມຮັບ ທັງສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້, ໃນວຽກງານການກວດກາ ແລະ ຢັ້ງຢືນຄຸນນະພາບແບບບໍ່ທຳລາຍ.

ສຳລັບລະບຽບການທີ່ນຳໃຊ້ແມ່ນອີງຕາມ ກົດໝາຍວ່າດ້ວຍມາດຕະຖານ (ສະບັບປັບປຸງ) ເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014; ອີງຕາມ ກົດໝາຍວ່າດ້ວຍການວັດແທກ (ສະບັບປັບປຸງ) ເລກທີ 36/ສພຊ, ລົງວັນທີ 13 ທັນວາ 2013; ອີງຕາມ ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010; ອີງຕາມ ກົດໝາຍວ່າດ້ວຍຄວາມປອດໄພທາງດ້ານລັງສີ ສະບັບເລກທີ 115/ສປຊ, ລົງວັນທີ 14 ທັນວາ 2018.

ທ່ານ ວູຕຽນຮາ ອຳນວຍການສູນປະເມີນແບບບໍ່ທຳລາຍ ສະຖາບັນພະລັງງານນິວເຄຼຍ ກະຊວງວິທະຍາສາດ ແລະ ເຕັກໂນໄລຊີ ແຫ່ງ ສສ ຫວຽດນາມ ໄດ້ກ່າວບາງຕອນວ່າ: ເຄື່ອງມືເຄື່ອງມື ແລະ ອຸປະກອນການກວດສອບຄຸນນະພາບແບບບໍ່ທຳລາຍ ທີ່ນຳມາມອບໃນຄັ້ງນີ້ແມ່ນມີ 40 ລາຍການ ລວມມູນຄ່າ 221,005.47 ໂດລາ.

ຫວັງວ່າກົມວັດແທກ ແລະ ມາດຕະຖານ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ຈະນຳໃຊ້ເຄື່ອງມື ແລະ ອຸປະກອນເຫຼົ່ານີ້ໄປໃຊ້ໃນວຽກງານໃຫ້ປະສົບຄວາມສຳເລັດ.


ໃນເຄື່ອງຈຳນວນ 40 ລາຍການທີ່ນຳມາມອບ ສິ່ງທີ່ພົ້ນເດັ່ນແມ່ນມີ: ເຄື່ອງກວດສອບໂຄງສ້າງອຸດສາຫະກຳດ້ວຍວິທີພາບຖ່າຍລັງສີ (ສາມາດກວດແທ່ງ, ຖັງຄວາມດັນ, ໝໍ້ຫຸງຕົ້ມ, ໂຄງສ້າງເຫຼັກ ແລະ ສາງນໍ້າມັນ); ເຄື່ອງກວດສອບຄວາມປອດໄພເຄື່ອງສາຍລັງສີຂອງການແພດ (ໂດຍກວດວ່າການຮັບແສງລັງສີຂອງຜູ້ມາໃຊ້ບໍລິການຕາມໂຮງໝໍ); ເຄື່ອງກວດສອບວັດຖຸມີຄ່າ ແລະ ໄຈ້ແຍກແຮ່ທາດ (ສາມາດກວດສອບຄວາມບໍລິສັດຂອງຄຳ, ເງິນ, ທອງ ແລະ ອື່ນໆ)