ເຊັນບົດບັນທຶກຂໍ້ຕົກລົງການຮ່ວມມື ລະຫວ່າງ ສູນບໍລິການອາຊີວະສຶກສາແບບຄວບຄູ່ (DCT SC) ແລະ ບໍລິສັດ ເອັສເອັສ ອິນເຕີເນຊັນແນວ ຈຳກັດຜູ້ດຽວ (SSI)ໃນຈັດການຮ່ວມມືຈັດຝຶກອົບຮົມ ເຜີຍແຜ່ວຽກງານ ຄວາມປອດໄພ ແລະ ສຸຂະພາບແຮງງານ

320

ໃນຕອນບ່າຍຂອງວັນທີ 29 ພະຈິກ 2021 ທີ່ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ມີພິທິເຊັນບົດບັນທຶກຂໍ້ຕົກລົງການຮ່ວມມື ລະຫວ່າງ ສູນບໍລິການອາຊີວະສຶກສາແບບຄວບຄູ່ (DCT SC) ແລະ ບໍລິສັດ ເອັສເອັສ ອິນເຕີເນຊັນແນວ ຈຳກັດຜູ້ດຽວ (SSI)ໃນຈັດການຮ່ວມມືຈັດຝຶກອົບຮົມ ເຜີຍແຜ່ວຽກງານ ຄວາມປອດໄພ ແລະ ສຸຂະພາບແຮງງານ

ລະຫວ່າງ ທ່ານ ນາງ ດາວວະດິງ ພິລະໄຊພິທັກ ຮອງເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຜູ້ຊີ້ນຳວຽກງານສູນບໍລິການ ອາຊີວະສຶກສາແບບຄວບຄູ່ (Dual-Cooperative Training Service Center) ກັບທ່ານ ວິບູນ ສິດທິມໍລະດາ ຜູ້ອຳນວຍການບໍລິສັດ ເອັສເອັສ ອິນເຕີເນຊັນແນວ ຈຳກັດຜູ້ດຽວ (SS International Sole Co.,Ltd).


ຈຸດະສົງຂອງການຮ່ວມມືຄັ້ງນີ້ແມ່ນເພື່ອແລກປ່ຽນຂໍ້ມູນຂ່າວສານ, ເຜີຍແຜ່ຈັດກິດຈະກຳສຳມະນາ, ໃຫ້ຄຳແນະນຳ ແລະ ປູກຈິດສຳນຶກສຳນຶກກ່ຽວກັບຄວາມປອດໄພແຮງງານ ຕໍ່ສັງຄົມ, ລວມເຖິງການຝຶກອົບຮົມ ຄວາມປອດໄພ ແລະ ສຸຂະພາບແຮງງານ ໃຫ້ກັບ ສະມາຊິກ ສຄອຊ ແລະ ຫົວໜ່ວຍທຸລະກິດ ທີ່ມີຄວາມສົນໃຈໃນວຽກງານດັ່ງກ່າວ.

ທີ່ມາ:ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ