ອົງການ USAID ມອບເງິນຊ່ວຍເຫຼືອ 2,4 ລ້ານໂດລາ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານສັກວັກຊີນກັນພະຍາດໂຄວິດ-19

538

ອົງການ USAID ມອບເງິນຊ່ວຍເຫຼືອ 2,4 ລ້ານໂດລາ ຜ່ານອົງການຢູນິເຊັບ ແລະ ອົງການອະນາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານການສັກວັກຊີນກັນພະຍາດໂຄວິດ-19 ໃນ ສປປ ລາວ ທຶນຊ່ວຍເຫຼືອດັ່ງກ່າວຈະເປັນການປະກອບສ່ວນເຂົ້າໃນວຽກງານການສັກວັກຊີນທົ່ວໄປ ແລະ ວັກຊີນປ້ອງກັນພະຍາດໂຄວິດ-19 ຂອງ ກະຊວງສາທາລະນະສຸກ.


ພິທີເປີດໂຄງການສະໜັບສະໜູນ ກະຊວງສາທາລະນະສຸກ ໃນການບໍລິການສັກວັກຊີນກັນພະຍາດໂຄວິດ-19 ໂດຍການສະໜັບສະໜູນຈາກອົງການ USAID ຜ່ານ ອົງການຢູນິເຊັບ ແລະ ອົງການອະນາໄມໂລກ ໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 29 ພະຈິກ 2021 ທີ່ກະຊວງສາທາລະນະສຸກ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ພາກສ່ວນຕ່າງໆເຂົ້າຮ່ວມໃນຮູບແບບປົກກະຕິ ແລະ ແບບວີດີໂອທາງໄກ.


ທ່ານ ດຣ. ສະໜອງ ທອງຊະນະ ໄດ້ກ່າວສະແດງຄວາມຂອບໃຈມາຍັງອົງການ USAID ທີ່ໄດ້ໃຫ້ການຊ່ວຍເຫຼືອນີ້ ແລະ ຍັງກ່າວຊົມເຊີຍລັດຖະບານສະຫະລັດອາເມລິກາ, ອົງການຢູນິເຊັບ ແລະ ອົງການອະນາໄມໂລກ ທີ່ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າແກ່ປະຊາຊົນລາວໃນຊ່ວງການລະບາດຂອງພະຍາດ ໂຄວິດ-19. ທ່ານໄດ້ກ່າວວ່າ: “ຍ້ອນວ່າ ສປປ ລາວ ປະສົບກັບກໍລະນີ ໂຄວິດ-19 ໃນຊຸມຊົນຫຼາຍຂຶ້ນ. ສະນັ້ນ, ຈຶ່ງຈໍາເປັນຕ້ອງເສີມສ້າງຄວາມເຂັ້ມແຂງໃນການສັກວັກຊີນແກ່ປະຊາຊົນ ເຊິ່ງກໍຄືບູລິມະສິດອັນດັບໜຶ່ງຂອງລັດຖະບານໃນປັດຈຸບັນ. ສະນັ້ນ, ໂຄງການໃໝ່ນີ້ ໄດ້ຮັບການສະໜັບສະໜູນຈາກອົງການ USAID ແລະ ຈັດຕັ້ງປະຕິບັດໂດຍ ອົງການຢູນິເຊັບ ແລະ ອົງການອະນາໄມໂລກ ຈະເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຄວາມພະຍາຍາມຂອງພວກເຮົາໃນດ້ານນີ້ ແລະ ເພື່ອບັນລຸເປົ້າໝາຍການສັກວັກຊີນກັນພະຍາດຂອງພວກເຮົາ.”


ທ່ານ ປີເຕີ ເຮມອນ ກ່າວວ່າ: ການຊ່ວຍເຫຼືອຄັ້ງໃໝ່ນີ້ ໄດ້ສະແດງໃຫ້ເຫັນເຖິງການເປັນຄູ່ຮ່ວມງານທີ່ແໜ້ນແຟ້ນລະຫວ່າງລັດຖະບານ ແລະ ປະຊາຊົນຂອງສະຫະລັດອາເມລິກາ ແລະ ສປປ ລາວ. ມາຮອດປັເຈຸບັນ, ສະຫະລັດອາເມລິກາ ໄດ້ໃຫ້ການສະໜັບສະໜູນທຶນຈຳນວນທັງໝົດ 13 ລ້ານກວ່າໂດລາສະຫະລັດ ແກ່ ສປປ ລາວ ເພື່ອຮັບມືກັບພະຍາດ ໂຄວິດ-19. ນອກເໜືອຈາກວຽກງານສາທາລະນະສຸກແລ້ວ, ສະຫະລັດອາເມລິກາ ຈະສືບຕໍ່ໃຫ້ການຊ່ວຍເຫຼືອເເກ່ ສປປ ລາວ ເພື່ອແກ້ໄຂຜົນກະທົບຈາກພະຍາດ ໂຄວິດ-19 ຕໍ່ລະບົບການສຶກສາ, ເສດຖະກິດ ແລະ ລະບຽບກົດໝາຍ. ການຊ່ວຍເຫຼືອທັງໝົດຂອງພວກເຮົາກໍແມ່ນເພື່ອຊ່ວຍໃຫ້ ສປປ ລາວ ສາມາດຟື້ນຕົວຄືນ.


ທັງນີ້, ທຶນຈຳນວນ 1 ລ້ານໂດລາສະຫະລັດ ຂອງຈໍານວນທຶນທັງໝົດຈາກອົງການ USAID ນັ້ນເເມ່ນຈະປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ອົງການອະນາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ເພື່ອຮັບປະກັນການສັກວັກຊີນທີ່ປອດໄພສຳລັບປະຊາຊົນລາວ. ສ່ວນເງິນທຶນອີກ 1,4 ລ້ານໂດລາ ຈະປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ອົງການຢູນິເຊັບ ໃນການໃຫ້ຄໍາແນະນໍາດ້ານວິຊາການຕໍ່ລັດຖະບານ ກ່ຽວກັບການຕິດຕາມກວດກາ ລະບົບຄວາມເຢັນ ແລະ ການຂົນສົ່ງວັກຊີນ, ການສື່ສານກັບຊຸມຊົນເພື່ອສ້າງຄວາມເຂົ້າໃຈຕໍ່ການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ເເລະ ຕິດຕາມອາການຜົນຂ້າງຄຽງພາຍຫຼັງການສັກວັກຊີນ.

ຂ່າວ-ພາບ: ສັນຕິ