ດ່ວນທີ່ສຸດ! ຊຽງຂວາງ ອອກຄຳສັ່ງໃໝ່ໃຫ້ເພີ່ມມາດຕະການຕ້ານໂຄວິດຫຼັງພົບຜູ້ຕິດເຊື້ອຫຼາຍຄົນຕໍ່ວັນ

565

ຊຽງຂວາງອອກຄຳສັ່ງດ່ວນທີ່ສຸດເຖິງ ທຸກພະແນກ, ກົມກອງ,ຫ້ອງການ ຕະຫຼອດເຖິງປະຊາຊົນບັນດາເຜົ່າ ທີ່ຢູ່ແຂວງຊຽງຂວາງ ເລກທີ 24/ຊຂ ລົງວັນທີ 29 ພະຈິກ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ- 19 ຢູ່ແຂວງຊຽງຂວາງ.

ໃນຄຳສັ່ງຂອງແຂວງຊຽງຂວາງລະບຸໄວ້ວ່າ: ເນື່ອງຈາກ ສະພາບການລະບາດຂອງພະຍາດໂດວິດ-19 ໃນຊຸມຊົນພາຍໃນເຂດເທດສະບານເມືອງແປກ ມີຜູ້ສໍາພັດໃກ້ຊິດກັບກໍລະນີຕິດເຊື້ອຈໍານວນຫຼາຍ, ດັ່ງນັ້ນ, ຈິ່ງມີຄວາມຈໍາເປັນເພີ່ມມາດຕະການບາງດ້ານ ເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ບໍ່ໃຫ້ແຜ່ລະບາດເປັນວົງກ້ວາງ ອອກໄປເມືອງອື່ນ.

ຊຽງຂວາງສັ່ງ ປິດການເດີນທາງເຂົ້າ-ອອກ ຄຸ້ມ ຫຼື ບ້ານ ແລະ ສະຖານທີ່ ທີ່ມີການລະບາດຂອງພະຍາດໂຄວິດ19 ພາຍໃນເທດສະບານ ເມືອງແປກ ເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 29 ພະຈິກ ເຖິງເວລາ 24:00 ໂມງ ຂອງວັນທີ 12 ທັນວາ 2021 ພ້ອມ ປິດຕະຫຼາດ ແລະ ຮ້ານຊັບພະສິນຄ້າທີ່ມີຄວາມສ່ຽງ ພາຍໃນເທດສະບານເມືອງແປກ ຍົກເວັ້ນຕະຫຼາດຂາຍອາຫານສົດ, ຜັກສົດ ແຕ່ຕ້ອງປະຕິບັດໂມງຕາມຄະນະສະເພາະກິດວາງອອກ.

ສືບຕໍ່ເລັ່ງຊອກຄົ້ນຫາຜູ້ສໍາຜັດໃກ້ສິດກັບກໍລະນີຕິດເຊື້ອໂຄວິດ-19 ເພື່ອນໍາເຂົ້າສູນກັກກັນ ແລະ ກວດຫາເຊື້ອ, ໃຫ້ທຸກໜ່ວຍງານ ຫຼື ຫ້ອງການ ຜັນປ່ຽນກັນມາປະຈຳການຫຼຸດຜ່ອນຄວາມແອອັດ ບັນດາພະແນກການ, ກອງກົມ, ຫ້ອງການ, ອົງການທຽບເທົ່າອ້ອມຂ້າງແຂວງ, ບັນດາລັດວິສາຫະກິດ, ທະນາຄານ ແລະ ສໍານັກງານງານຕ່າງໆຜັດຜຽນກັນມາປະຈໍາການ ເພື່ອຫຼຸດຜ່ອນຄວາມແອອັດ.

ຫ້າມບໍ່ໃຫ້ຈັດປະຊຸມ, ຝຶກອົບຮົມສໍາມະນາຕ່າງໆທີ່ມີຜູ້ເຂົ້າຫຼາຍກວ່າ 20 ຄົນຂຶ້ນໄປ ຖ້າມີຄວາມ
ຈໍາເປັນ ແມ່ນໃຫ້ຈັດໃນຮູບແບບທາງໄກ, ມອບໃຫ້ກອງບັນຊາການປກສ, ປກຊ ຊີ້ນໍາເຈົ້າຫນ້າທີ່ປະຈໍາແຕ່ລະຈຸດກວດກາ, ປກສ ເມືອງ, ປກສ ກຸ່ມບ້ານ ແລະ ກໍາລັງ ປກຊ-ປກສ ບ້ານ ເປັນເຈົ້າການໃນການລົງສໍາຫຼວດ, ກວດກາ, ລາດຕະເວນ, ທັງເວັນ ແລະ ຄືນ. ຖ້າພົບເຫັນຜູ້ລະເມີດ ໃຫ້ປະຕິບັດມາດຕະການ ປັບໃຫມ 500.000-3.000.000 ກີບ/ຄົນຄັ້ງ ແລະ 5 -10 ລ້ານກີບ/ນິຕິບຸກຄົນທີ່ຄັ້ງ,ພ້ອມທັງດໍາເນີນຄະດີຕາມກົດຫມາຍ ແລະ ຮັບຜິດຊອບຄ່າເສຍຫາຍຕ່າງໆທີ່ເກີດຂື້ນ.

ຮຽກຮ້ອງທຸກພາກ ເປັນເຈົ້າການນຳກັນ ໃນການແຜ່ລະບາດເຊື້ອພະຍາດຮ້າຍນີ້ ຖ້າຫາກຕົນເອງຕິດພັນກັບກຸ່ມສ່ຽງແມ່ນໃຫ້ຕື່ນຕົວຈໍາກັດບໍລິເວນຕົນເອງ ແລະ ແຈ້ງມາທີ່ : 061 165, 061 166 ຫຼື 020 2234 2979, ມອບໃຫ້ທຸກພາກສ່ວນອົງກອນ-ຫ້ອງການ ບັນດາພະແນກການ ຜັນຂະຫຍາຍຄໍາສັ່ງ ສະບັບນີ້ອອກເປັນແຜນການ, ແຜນງານໃຫ້ລະອຽດ ແລະ ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະອົງ ກອນ, ທ້ອງຖິ່ນຂອງຕົນ

ນອກຈາກມາດຕະການທີ່ກ່າວມາຂ້າງເທິງນີ້ແລ້ວ ແມ່ນໃຫ້ປະຕິບັດຕາມນິຕິກໍາຂອງສູນກາງ, ແຂວງໂດຍສະເພາະແມ່ນແຈ້ງການຂອງຫ້ອງວ່າການແຂວງ ສະບັບເລກທີ 148/ຫວຂ, ລົງວັນທີ 25 ພະຈິກ 2021 ວ່າດ້ວຍມາດຕະການເພີ່ມເຕີມ ຢ່າງເຂັ້ມງວດ, ໃຫ້ຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ເອົາໃຈໃສ່ສ້າງແຜນຮອງຮັບສະຖານທີ່ກັກກັນ ແລະ ປິ່ນປົວທີ່ຕາມໃນຄວາມຮັບຜິດຊອບຂອງຕົນ,ໃຫ້ເຈົ້າຫນ້າທີ່ແພດ ຂັ້ນແຂວງ, ຂັ້ນເມືອງ ແລະ ໂຮງຫມໍນ້ອຍ ສືບຕໍ່ໂຄສະນາຂົນຂວາຍຕໍ່ມາດຕະ
ການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ແລະ ຮີບຮ້ອນສັກຢາວັກຊິນໃນກຸ່ມເປົ້າ
ຫມາຍ ໃຫ້ທົ່ວເຖິງໂດຍໄວ.