ຂ່າວດີ! ລາວໄດ້ວັກຊິນເພີ່ມອີກແລ້ວ 600.000 ໂດສ ເສີມພູມຄຸ້ມກັນໃຫ້ປະຊາຊົນ

413

ຖືວ່າເປັນຂ່າວດີ ຕົ້ນອາທິດ ຕາມການລາຍງານຂ່າວຈາກ ສູນຂ່າວສານການແພດແລະ ສຸຂະສຶກສາໃຫ້ຮູ້ວ່າ: ໃນມື້ນີ້ 29 ພະຈິກ 2021 ທີ່ກະຊວງສາທາລະນະສຸກ ສປປ ລາວ ໄດ້ຮັບການບໍລິຈາກວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈໍານວນ 600.000 ກ່ວາໂດສ໌ ໂດຍຜ່ານ COVAX Facility.

ເຊີ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi) ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ ເເລະ ເປັນການຈັດສົ່ງວັກຊີນຊຸດທີ 6 ພາຍໃຕ້ COVAX.

ການຈັດສັນວັກຊີນກັນພະຍາດ ໂຄວິດ-19 ຊຸດໃໝ່ນີ້ປະກອບມີວັກຊີນ AstraZeneca 132.000 ໂດສ໌ ເຊີ່ງເປັນການປະກອບສ່ວນໂດຍກົງຈາກ COVAX Facility, ແລະ ການບໍລິຈາກວັກຊີນຊະນີດດຽວກັນຈາກປະເທດ ຟິນແລນ, ສວີເດນ ແລະ ເນເທີແລນ ໂດຍຜ່ານ COVAX Facility, ເຊິ່ງປະກອບມີ 100.800 ໂດສ໌ ຈາກປະເທດຟິນແລນ, 199.200 ໂດສ໌ ຈາກປະເທດສວີເດນ ແລະ 199.200 ໂດສ໌ ຈາກປະເທດເນເທີແລນ.

ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ: ລັດຖະບານແຫ່ງ ສປປ ລາວ ຂໍສະເເດງຄວາມຂອບໃຈຕໍ່ລັດຖະບານເເຫ່ງ ຟິນແລນ, ສະວີເດັນ ແລະ ເນເທີແລນ ທີ່ໄດ້ໃຫ້ການປະກອບສ່ວນອັນລໍ້າຄ່າຢ່າງສູງນີ້ແກ່ ສປປ ລາວ ໃນຂະບວນການສັກວັກຊີນກັນພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ, ໂດຍສະເພາະໃນປັດຈຸບັນນີ້ທີ່ພວກເຮົາໄດ້ກໍານົດເປົ້າໝາຍໃໝ່ຂອງການສັກວັກຊີນໃຫ້ໄດ້ 70% ຂອງປະຊາກອນທັງໝົດໃນທ້າຍປີ 2021 ນີ້.

ວັກຊີນເຫຼົ່ານີ້ເເມ່ນຈະໄດ້ນໍາໃຊ້ເປັນຕົ້ນເພື່ອໃຫ້ການປ້ອງກັນເເກ່ຜູ້ທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດ ໂຄວິດ-19 ຂັ້ນຮ້າຍແຮງ ແຕ່ຍັງບໍ່ທັນໄດ້ຮັບວັກຊີນຄົບເຂັມເທື່ອ. ກຸ່ມບູລິມະສິດສຳລັບການສັກວັກຊີນກັນພະຍາດ ໂຄວິດ-19 ເເມ່ນປະກອບມີ ພະນັກງານສາທາລະນະສຸກແຖວໜ້າ, ຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈໍາໂຕ, ແມ່ຍິງຖືພາ ແລະ ບຸກຄະລາກອນທີ່ສໍາຄັນ ເຊັ່ນ: ຄູສອນ ແລະ ພະນັກງານໃນທົ່ວປະເທດ, ອີງຕາມທີ່ລະບຸໄວ້ໃນ ແຜນປະຕິບັດການສັກວັກຊີນກັນພະຍາດ ໂຄວິດ-19 ແຫ່ງຊາດ.

ຈາກ: ສູນຂ່າວສານການແພດ ສຸຂະສຶກສາ

ຮູບພາບປະກອບ