ເມືອງເມິງ! ຈະໃຫ້ລູກຫຼານແຕ່ 12-17 ປີເຂົ້າເຖິງວັກຊິນປ້ອງກັນໂຄວິດກ່ອນ 8 ທັນວານີ້

358

ການສັກວັກຊິນ ແມ່ນວິທີດຽວທີ່ຈະສ້າງພູມຄຸ້ມກັນ ໃຫ້ແກ່ຄົນເຮົາ ເພື່ອສາມາດຕ້ານທານກັບເຊື້ອໄວຣັດ ໂດຍສະເພາະ ໂຄວິດ19 ເມື່ອຮ່າງກາຍໄດ້ຮັບວັກຊິນແລ້ວກໍ່ຈະສາມາດຕ້ານທານຕໍ່ເຊື້ອພະຍາດອັກເສບປອດບໍໃຫ້ເຈັບຮຸນແຮງ ຫາກເກີດການຕິດເຊື້ອຂຶ້ນມາ ເຊິ່ງຕ່າງຈາກຮ່າງກາຍຂອງຄົນ ຜູ້ທີ່ບໍ່ໄດ້ຮັບການສັກຢາວັກຊິນ ແມ່ນມີຄວາມສ່ຽງສູງທີ່ຈະເກີດມີການທີ່ຮຸນແຮງ ກວ່າບຸກຄົນ ທີ່ໄດ້ຮັບການສັກຢາວັກຊິນຄົບຕາມຈຳນວນ.

ຕາມການລາຍງານ ຂອງຫ້ອງການສາທາລະນະສຸກເມືອງເມິງ, ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ປັດຈຸບັນເມືອງເມິງ ແມ່ນພວມສືບຕໍ່ເຄື່ອນໄຫວສັກວັກຊິນ ໃຫ້ບັນດາກຸ່ມເປົ້າໝາຍຢູ່ພາຍໃນເມືອງ, ປະຊາຊົນຜູ້ທີ່ອາໄສຢູ່ປາງ (ອາໄສຢູ່ບ່ອນທໍາການຜະລິດ) ໃຫ້ຄົບຕາມກໍານົດ ແລະ ກຸ່ມເປົ້າໝາຍ ໃນເກນອາຍຸແຕ່ 12-17 ປີ.

ທ່ານ ສົມສັກ ແສງຄໍາປວນ ຫົວໜ້າຫ້ອງການສາທາລະນະສຸກເມືອງເມິງ ໄດ້ໃຫ້ສໍາພາດວ່າ: ຕະຫຼອດໄລຍະຜ່ານມາ ເມືອງເມິງ ແມ່ນໄດ້ສຸມໃສ່ສັກວັກຊິນໃຫ້ບັນດາກຸ່ມເປົ້າໝາຍ ຢູ່ພາຍໃນເມືອງຕາມກໍານົດເວລາ ແລະ ຂັ້ນຕອນ ຂອງວິຊາການຂອງແພດໝໍກໍານົດໄວ້, ເຊິ່ງວັກຊິນທີ່ໄດ້ຮັບການຊ່ວຍເຫຼືອ ແລະ ນໍາມາສັກໃຫ້ພະນັກງານ ແລະ ປະຊາຊົນ ຢູ່ພາຍໃນເມືອງເມິງປະກອບມີ ຊີໂນຟາມ, ແອັດຕຣາຊີເນກາ, ແລະ ຈອນສັນແອນຈອນສັນ, ທຸກກຸ່ມເປົ້າໝາຍ ແມ່ນໄດ້ຮັບວັກຊິນຕາມຈໍານວນ ແລະ ຂັ້ນຕອນ ທີ່ແພດໝໍກໍານົດໄວ້.

ປັດຈຸບັນທາງຫ້ອງການສາທາລະນະສຸກເມືອງເມິງ ແມ່ນພວມສຸມໃສ່ເຄື່ອນໄຫວສັກວັກຊິນ ໃຫ້ກຸ່ມເປົ້າໝາຍ ອາຍຸລະຫວ່າງ 12-17 ປີ ຢູ່ພາຍໃນເມືອງ ເຊິ່ງຂະບວນການສັກວັກຊິນຮອບທີ 1 ແມ່ນໄດ້ເລີ່ມແຕ່ວັນທີ 23 ພະຈິກ 2021 ເປັນຕົ້ນມາ ແລະ ຈະໃຫ້ສໍາເລັດກ່ອນ ວັນທີ 8 ທັນວາ 2021 ທີ່ຈະມາເຖິງ.

ໃນທົ່ວເມືອງມີເດັກໃນກຸ່ມເປົ້າໝາຍເກນອາຍຸ 12 – 17 ປີ ທັງໝົດ 2.460 ຄົນ ໂດຍໄດ້ເລັ່ງໃສ່ສັກວັກຊິນ ໃຫ້ແກ່ກຸ່ມນັກຮຽນເປັນຫຼັກ ເຊິ່ງເປັນກຸ່ມສ່ຽງສ່ວນໃຫຍ່ ເພາະນັກຮຽນສ່ວນຫຼາຍມັກຈະໂຮມກັນເປັນກຸ່ມ ຢູ່ໃນສະຖານໂຮງຮຽນ, ບ້ານ ແລະ ສັງຄົມທົ່ວໄປ. ທັ້ງນີ້ ກໍ່ເພື່ອເປັນການສືບຕໍ່ສັກວັກຊິນໃຫ້ກຸ່ມເປົ້າໝາຍ ຢູ່ພາຍໃນເມືອງ ແລະ ໃຫ້ບັນລຸຕາມຄາດໝາຍທີ່ກະຊວງສາທາລະນະສຸກວາງອອກ ໃຫ້ກວມເອົາ 50% ຂອງຈໍານວນປະຊາກອນທົ່ວປະເທດໃນປີ 2021.
ຈາກ: ໜັງສືພິມບໍ່ແກ້ວ