ຣາດູຄານູ ຄວ້າລາງວັນນັກກີລາຍິງດີເດັ່ນປະຈໍາປີ 2021

493

ເອັມມາ ຣາດູຄານູ ນັກເທັນນັສດາວເດັ່ນອາຍຸ 19 ປີຈາກອັງກິດ ຄວ້າລາງວັນນັກກີລາຍິງດີເດັ່ນປະຈໍາປີ 2021 ຈາກການຈັດຂອງ ເດິ ຊັນເດ ທາມ ສື່ຊັ້ນນໍາຂອງໂລກ ຫຼັງຈາກສ້າງປະຫວັດສາດຄວ້າແຊັມແກຣນສະແລມ ຢູເອັສ ໂອເພັນ 2021 ທີ່ສະຫະລັດອາເມຣິກາ.

ຫຼັງຈາກຄວ້າແຊັມ ຢູເອັສ ໂອເພັນ ເມື່ອເດືອນກັນຍາ 2021​ ເຮັດໃຫ້ ຣາດູຄານູ ກາຍເປັນນັກເທັນນິສຍິງຈາກສະຫະອານາຈັກ ຄົນທໍາອິດໃນຮອບ 44 ປີ ທີ່ຄວ້າແຊັມແກຣນສະແລມຍິງດ່ຽວ ຫຼື ນັບຕັ້ງແຕ່ ເວີຈິເນຍ ເວດ ຄວ້າແຊັມ ວິລເບິລດັນ ເມື່ອປີ 1977 ພ້ອມທັງກາຍເປັນນັກເທັນນິສຄົນທໍາອິດໃນປັດຫວັດສາດທີ່ມາຈາກຮອບຄັດເລືອກ ທີ່ຄວ້າແຊັມໂດຍບໍ່ເສຍຈັກເຊັດຕະຫຼອດລາຍການດັ່ງກ່າວ.

ນອກຈາກຄວ້າແຊັມລາຍການດັ່ງກ່າວໄດ້ ຣາດູຄານູ ຍັງສາມາດຄວ້າແຊັມລະດັບແກຣນສະແລມໄດ້ຕັ້ງແຕ່ການຫຼິ້ນລາຍການທີ 2 ເທົ່ານັ້ນ ເຊິ່ງຖືເປັນສະຖິຕິໄວທີ່ສຸດໃນປະຫວັດສາດແຊງໜ້າ ໂນນິກາ ເຊເລສ ແລະ ບຽນກ້າ ອັນດຣີສຄູ ທີ່ໄດ້ແຊັມແກຣນສະແລມໃນການແຂ່ງຂັນລາຍການທີ 4.