ຢູນີເທວ ໃສ່ໃຈລູກຄ້າ ມອບ ຢູພ້ອຍ ໃຫ້ລູກຄ້າຄົນພິເສດ ນໍາໄປແລກຂອງຂວັນສຸດຄຸ້ມຫຼາຍຢ່າງ

382

ໂຄງການ U-care ຂອງ ຢູນິເທວ ເປັນໂຄງການດູແລລູກຄ້າດ້ວຍຄວາມເອົາໃຈໃສ່ ທັງເປັນການຄືນກໍາໄລໃຫ້ລູກຄ້າ ໂດຍຖືລູກຄ້າເປັນໃຈກາງ ໄດ້ປັບປຸງຮູບແບບໃໝ່ ນຳໃຊ້ຫຼາຍຍິ່ງໄດ້ຮັບຫຼາຍ ບໍ່ວ່າຈະເປັນສິດທິພິເສດໃນການບໍລິການ, ແລກຂອງຂວັນ ແລະ ບັນດາບໍລິການເສີມຕ່າງໆ.


ເພາະລູກຄ້າຄືຄົນພິເສດ ສຳລັບ ຢູນີເທວ, ລູກຄ້າທີ່ມີການຕື່ມເງິນ ຫຼື ຊໍາລະຄ່າບໍລິການ ກໍຈະໄດ້ຮັບຄະແນນ ຢູພ້ອຍ (Upoint) ຈາກໂຄງການຢູແຄ (U-care) ໄປເລີຍ; ເມື່ອຕື່ມເງິນ ຫຼື ຊໍາລະຄ່າບໍລິການ ຈຳນວນ 1.000 ກີບ = 20 ຢູພ້ອຍ ແລະ 1 ຢູພ້ອຍ = 1 ກີບ, ສໍາລັບລູກຄ້າເບີລາຍເດືອນ ແລະ ອິນເຕີເນັດ FTTH ພຽງແຕ່ລູກຄ້າມີການຊຳລະຄ່າບໍລິການ ກໍຈະໄດ້ຮັບຄະແນນເຊັ່ນດຽວກັນ; ສ່ວນເບີມືຖືແບບຕື່ມເງິນ ແລະ ຊິມອີນເຕີເນັດ ເມື່ອລູກຄ້າມີການຕື່ມບັດເທົ່ານັ້ນ ກໍຈະໄດ້ຮັບຄະແນນເລີຍ 1.000 ກີບ = 20 ຢູພ້ອຍ. ສຳລັບລູກຄ້າ ທີ່ຕ້ອງການນຳຄະແນນ ຢູພ້ອຍ ແລກຂອງຂວັນຈາກໂຄງການ ຢູແຄ ແມ່ນສາມາດແລກໄດ້ຜ່ານ 3 ຊ່ອງທາງຄື: ຜ່ານການໂທ ໂດຍກົດ *9000# ໂທອອກ ແລະ ປະຕິບັດຕາມຂັ້ນຕອນ; ຜ່ານທາງ ແອັບ My Unitel ແລະ ຜ່ານທາງເວບໄຊຣ໌ www.unitel.com.la.

ນອກນີ້, ຢູແຄຂອງຢູນີເທວ ຍັງໄດ້ມີການປັບປຸງໃນຮູບແບບໃໝ່ ເມື່ອມີການນຳໃຊ້ຫຼາຍ ຍິ່ງໄດ້ຮັບຫຼາຍ ແລະ ມີສິດທິພິເສດອີກຢ່າງຫຼວງຫຼາຍເຊັ່ນ: ສາມາດແລກ SMS, ແລກດາຕ້າອິນເຕີເນັດ, ແລກນາທີໂທຟຣີ, ແລກການນຳໃຊ້ບໍລິການ Munlai (ເປັນບໍລິການເບິ່ງໂທລະພາບທາງມືຖື), ແລກການນຳໃຊ້ບໍລິການ Play HD (ເປັນບໍລິການເບິ່ງຮູບເງົາຜ່ານທາງມືຖື), ແລກຜະລິດຕະພັນຂອງຢູນີເທວໄດ້ ອີກຫຼາຍໆຜະລິດຕະພັນທີ່ໜ້າສົນໃຈ ແລະ ນອກຈາກນັ້ນ ຄະແນນ ຢູພ້ອຍ ຍັງສາມາດນຳໃຊ້ແລກຊື້ສິນຄ້າກັບບັນດາຮ້ານຄ້າ ທີ່ເຂົ້າຮ່ວມໂຄງການເຖິງ 32 ຮ້ານຄ້າ ແລະ ຈະມີການຂະຫຍາຍເພີ່ມໄປເລື້ອຍໆ ເຊິ່ງ ລູກຄ້າ ສາມາດແລກເປັນສ່ວນຫຼຸດໃນຮ້ານຄ້າທີ່ເຂົ້າຮ່ວມກັບ Upoint ເຊັ່ນ: ບັນດາຮ້ານກາເຟ, ໃນແອບຟູດແພນດ້າ ກໍສາມາດໃຊ້ສ່ວນຫຼຸດໃນການແລກຊື້ອາຫານ ໃນແອັບນີ້ໄດ້ ແລະ ບັນດາຮ້ານຄ້າອື່ນໆທີ່ເຂົ້າຮ່ວມ.


ພິເສດ, ສຳລັບລູກຄ້າ ທີ່ເຂົ້າຮ່ວມໂຄງການ ຢູແຄ, ເມື່ອນຳໃຊ້ຄົບ 1 ປີ ຈະໄດ້ຮັບ 5.000 ຢູພ້ອຍ ເນື່ອງໃນໂອກາດພິເສດວັນບຸນ, ເທດສະການທີ່ສຳຄັນ, ເມື່ອລູກຄ້າຂຶ້ນລະດັບແລ້ວ ກໍຈະໄດ້ຮັບຄະແນນ ຢູພ້ອຍ ໂດຍອີງຕາມຄະແນນສະສົມຂອງແຕ່ລະລະດັບສະມາຊິກ ເຊິ່ງລູກຄ້າສາມາດເຫັນລະດັບຂັ້ນຂອງຕົນໄດ້ ຜ່ານທາງແອັບ My Unitel ໂດຍຈະສະແດງໃຫ້ເຫັນໃນແອັບດັ່ງກ່າວ. ລະດັບສະມາຊິກຈະໄດ້ຮັບຜົນປະໂຫຍດ ແລະ ສິ່ງຈູງໃຈທີ່ສອດຄ່ອງກັນເຊັ່ນ: ລະດັບ DIAMOND ແມ່ນມີຄະແນນ 96.000 ຢູພ້ອຍຂຶ້ນໄປ; GOLD ມີຄະແນນ 60.000 – 95.999 ຢູພ້ອຍ; SILVER ມີຄະແນນ 36.000 – 59.999 ຢູພ້ອຍ; TITANIUM ມີຄະແນນ 12.000 – 35.999 ແລະ ລະດັບ WELCOME ມີຄະແນນ 12.000 ຢູພ້ອຍລົງມາ.
ເມື່ອເຂົ້າຮ່ວມໂຄງການ, ລູກຄ້າ ຈະໄດ້ຮັບບັດສະມາຊິກ ເປັນບັດສະມາດກ໋າດ ມີໄລຍະການຄິດໄລ່ 12 ເດືອນ ເຊິ່ງລະດັບສະມາຊິກ ຢູແຄ ແລະ ຜົນປະໂຫຍດພິເສດທີ່ໄດ້ຮັບ ກໍຄື ສຳລັບລູກຄ້າທີ່ຂຶ້ນລະດັບສະມາຊິກແລ້ວລູກຄ້າຈະໄດ້ຮັບສິດທິພິເສດ ບໍລິການເຖິງທີ່ ຫຼື ທາງອອນລາຍກ່ຽວກັບບໍລິການຫຼັງການຂາຍ (ປ່ຽນຊິມຟຣີ, ລົງທະບຽນໂຣມມິງອອນລາຍ ເຊັນສັນຍາໃໝ່ ພາຍໃນ 24 ຊົ່ວໂມງ ແລະ ຍັງໄດ້ຮັບການບໍລິການແບບພິເສດ ຜ່ານສູນບໍລິການ).