ອຸມົງ ທີ່ຍາວທີ່ສຸດໃນເສັ້ນລົດໄຟລາວ-ຈີນ ຢູ່ລະຫວ່າງຊ່ວງຂ້າມຜ່ານຫຼວງພະບາງ-ວຽງຈັນ

671

ສຳລັບການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແຕ່ນະຄອນຫຼວງວຽງຈັນຫາບໍ່ເຕັນ ແມ່ນເປັນທີ່ຮູ້ກັນດີວ່າພື້ນທີ່ການກໍ່ສ້າງແມ່ນເຕັມໄປດ້ວຍ ພູຜາສູງຊັນແຕ່ຂະນະດຽວກັນລົດໄຟແມ່ນຕ້ອງການທາງຊື່ ດ້ວຍເຫດນີ້ການເຮັດຂົວ ແລະອຸມົງຈິ່ງເປັນທາງເລືອກທີ່ຕ້ອງທະລຸໃຫ້ສອດຕະຫຼອດລອດຝັ່ງ ທັ້ງໝົດກໍ່ເພື່ອຕັດບັນຫາຄວາມຫຍຸ້ງຍາກຄົດໂຄ້ງຂອງເສັ້ນທາງໃຫ້ໃຊ້ເວລາສັ້ນ ແລະໃກ້ທີ່ສຸດໃນການເດີນທາງ.

ສຳລັບເສັ້ນທາງລົດໄຟລາວ-ຈີນ ນັບແຕ່ນະຄອນຫຼວງວຽງຈັນຫາບໍ່ເຕັນມີຂົວ 170 ແຫ່ງ, ອຸມົງ 75 ແຫ່ງ ເຊິ່ງໃນນັ້ນມີ 1 ອຸມົງທີ່ຍາວທີ່ສຸດ 9,384 ກິໂລແມັດ ນັ້ນໄດ້ແກ່ອຸມົງ ຢູ່ລະຫວ່າງເຂດບ້ານເສີນແຂວງຫຼວງພະບາງ ແລະ ແຂວງວຽງຈັນ.

ທ່ານ ເວີນວູ ຜູ້ອຳນວຍການບໍລິສັດທາງລົດໄຟກໍ່ສ້າງສາກົນ ໃຫ້ສຳພາດວ່າ: ໃນໄລຍະການກໍ່ສ້າງທາງລົດໄຟລາວ-ຈີນ ນັບແຕ່ນະຄອນຫຼວງວຽງຈັນຫາບໍ່ເຕັນ ແຂວງຫຼວງນໍ້າທາ ຕິດກັບຊາຍແດນ ສປ ຈີນ ມີຄວາມຍາວທັງໝົດ 422,4 ກິໂລແມັດ, ໃນນັ້ນ, ມີຂົວທັງໝົດ 170 ແຫ່ງ, ມີຄວາມຍາວທັງໝົດ 69,20 ກີໂລແມັດ ລວມທັງຂົວຂ້າມແມ່ນໍ້າຂອງ ຢູ່ແຂວງຫລວງພະບາງ 2 ແຫ່ງ, ມີອຸມົງ 75 ແຫ່ງ, ມີຄວາມຍາວທັງໝົດ 197,6 ກີໂລແມັດ ໃນນັ້ນອຸໂມງທີ່ຍາວທີ່ສຸດແມ່ນອຸໂມງຢູ່ລະຫວ່າງເຂດບ້ານເສີນແຂວງຫຼວງພະບາງ ແລະແຂວງວຽງຈັນ.

ນອກຈາກນີ້, ສໍາລັບການກໍ່ສ້າງເສັ້ນທາງໄລຍະແຕ່ແຂວງຫຼວງນໍ້າທາ ຫາ ແຂວງອຸດົມໄຊມີຄວາມຍາວທັງໝົດ 22,3 ກິໂລແມັດ ມີ 8 ອຸມົງ, 14 ຂົວ, ມີຄວາມຍາວ 6,5 ກິໂລແມັດ ແລະມີສະຖານີ 2 ແຫ່ງ, ໂດຍປະຕິບັດຕາມມາດຕະຖານເຕັກນິກຂອງທາງດ່ວນລົດໄຟ ສປ ຈີນ, ຄຸນນະພາບການກໍ່ສ້າງ ໄດ້ຮັບຮອງເປັນເອກກະພາບຈາກສະຖາປະນິກກວດກາໃຫຍ່ ສປ ຈີນ ແລະບໍລິສັດກວດກາຝ່າຍທີ່ສາມ ທີ່ເລີ່ມລົງມືກໍ່ສ້າງຕັ້ງແຕ່ຕົ້ນປີ 2017 ແລະ ຮອດທ້າຍປີ 2019ໄດ້ ສຳເລັດວຽກງານກໍ່ສ້າງອຸມົງ ແລະ ຂົວເຊິ່ງເປັນບໍລິສັດທີ່ສ້າງສໍາເລັດກ່ອນໝູ່.

ທ່ານ ເວີນວູ ກ່າວຕື່ມວ່າ: ບໍລິສັດຂອງລາວໄດ້ກໍ່ສ້າງສະຖານີເມືອງໄຊມີເນື້ອທີ່ 22.000 m2, ສະໜາມຫີນອ່ອນ 4.000 m2, ສະໜາມສິນຄ້າ ເນື້ອທີ 26.000 m2 ແລະອື່ນໆ.
ຈາກ: CRI.