ວ້າວ! ຊຸດປະຈໍາຊາດຂອງ ດາວມີໄຊ ພະຈັນສິດທິ ໃນເວທີ Miss Grand International 2021 ເຜັດແຊບແຮງ

1102

ວ້າວແຊບເຜັດທີ່ສຸດເລີຍ ພຽງເຫັນກໍ່ຫິວແລ້ວ ຊຸດປະຈຳຊາດຂອງ Miss Grand Laos 2021 ໃນເວທີ Miss Grand International ທີ່ປະເທດໄທ ບອກໄດ້ເລີຍພຽງໄດ້ເຫັນກໍ່ຮູ້ແລ້ວວ່າແຊບເຜັດຂະຫນາດໃດ ສໍາລັບຊຸດປະຈຳຊາດ ໃນປີນີ້ແມ່ນພ້ອມເສີມຄວາມແຊບໃຫ້ທຸກຄົນແລ້ວ.

ເຊິ່ງຊຸດປະຈໍາຊາດໃນປີນີ້ແມ່ນເປັນຊຸດທີ່ໄດ້ຮັບແຮງບັນດານໃຈມາຈາກ “ຕຳຫມາກຫຸ່ງ” ທີ່ຖືເປັນອາຫານພື້ນເມືອງ ຂອງປະເທດລາວ ມີລົດຊາດສົ້ມຫວານ, ເຜັດ, ເຄັມ, ນົວ ເມື່ອເວົ້າເຖິງອາຫານລາວ ຖືເປັນອັນດັບທຳອິດທີ່ທຸກຄົນຕ້ອງຄິດຫາ “ຕຳຫມາກຫຸ່ງ”

ຈື່ງໄດ້ແຮງບັນດານໃຈມາເປັນຊຸດປະຈໍາຊາດລາວ ໂດຍນໍາຜ້າໄຫມລາວ ແລະ ນໍາເທັກນິກ ເຄື່ອງຈັກສານມາອອກແບບເຂົ້າດ້ວຍກັນ ເພື່ອໃຫ້ໄດ້ລົດຊາດຂອງການກີນຕຳຫມາກຫຸ່ງ ແລະ ເພີ່ມກີ່ນອາຍຂອງຄວາມເປັນລາວ ດ້ວຍການແຕ່ງກາຍແບບຊຸດລາວພື້ນເມືອງ ຜ່ານການສື່ສານໃນຮູບແບບຊຸດປະຈຳຊາດ Miss Grand Laos 2021.

ຊຸດຕຳຫມາກຫຸ່ງທີ່ຈະໃຊ້ປະກວດໃນເວທີ Miss Grand International 2021ປີນີ້ແມ່ນໄດ້ຮັບການ ອອກແບບໂດຍ Saykeo Make ເຊິ່ງເປັນຊ່າງແຕ່ງຫນ້າຊື່ດັງ ແລະ ສີມືດີຂອງປະເທດລາວ  ຍັງບໍ່ພໍເທົ່ານັ້ນ ຍັງໄດ້ຮັບການຕັດຊຸດຈາກຊ່າງສືມືດີ ທີ່ເຄີຍອອກແບບໃຫ້ຊຸດປະຈຳຊາດລາວມາແລ້ວຫລາຍເວທີ ຈົນເປັນທີ່ປະທັບໃຈຈາກສາຍຕາສາກົນເລີຍ ເຊິ່ງທ່ານທີ່ກຳລັງເວົ້າເຖິງຢູ່ນີ້ ກໍ່ຄື ຄຳພີ ອະລັງການ ນັກອອກແບບຊື່ດັງຈາກປະເທດເພື່ອນບ້ານ ນັ້ນກໍຄືປະເທດໄທນັ້ນເອງ.

ໃນປີນີ້ກໍຖືໄດ້ວ່າຕົວແທນຂອງລາວເຮັດຜົນງານທີ່ຫນ້າພູມໃຈ ແລະ ໄດ້ຊີນໄປຫລາຍເລີຍ ເພາະຈາກຄວາມສົດໃສ ປົນດື້ໆຂອງນ້ອງ ດາວມີໄຊ ພະຈັນສິດທິ ຕົວແທນສາວລາວໃນເວທີສາກົນ Miss Grand International 2021 ນີ້, ເຮົາມາລຸ້ນນໍາກັນວ່າຈະຄວ້າມົງມາຄອງ ແລະ ສ້າງປະຫວັດສາດຫນ້າໃຫມ່ໃຫ້ກັບວົງການນາງງາມລາວ ໄດ້ຫລືບໍ່!

ດາວມີໄຊ ຕົວແທນສາຍສະພາຍລາວໃນປີນີ້ ຖືໄດ້ເລີຍວ່າຖືກຈັບຈ້ອງ ແລະ ແຟນໆເຊຍຫນັກເປັນພິເສດເລີຍ ບໍ່ວ່າໃນຮອບໃດແຟນໆກໍ່ຕ່າງຕື່ນຕາ ແລະ ປະທັບໃຈກັບການສະແດງອອກ ແລະ ຄວາມຫມັ້ນໃຈທີ່ນ້ອງມີ ເປັນອີກຫນຶ່ງສາວງາມທີ່ເປັນຕົວແທນຂອງລາວທີ່ມີຄວາມສາມາດຄົບເຄື່ອງ ແລະ ຮອບດ້ານອີຫລີ ບໍ່ວ່າຈະເປັນຮູບຮ່າງ, ຫນ້າຕາ, ການຍ່າງ, ການຕອບຄໍາຖາມ ແລະ ຄວາມຫມັ້ນໃຈ ມີຄວາມເປັນແກຣນທີ່ສຸດຄືມາເຕັມສໍາລັບຄົນນີ້.

ດາວມີໄຊ ພະຈັນສິດທິ Miss Grand Laos 2021 ຄົນລ່າສຸດ ປັດຈຸບັນ ອາຍຸ 22ປີ ເຊິ່ງຈົບການສຶກສາລະດັບປະລິນຍາຕີ ຈາກຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ເປັນສາວງາມຈາກແຂວງສະຫວັນນະເຂດຂອງເຮົານີ້ເອງ.

ຝາກເຊຍ ແລະ ຮ່ວມໃຫ້ກໍາລັງໃຈຕົວແທນສາຍສະພາຍລາວຄົນນີ້ແນ່ເດີ ເພື່ອໃຫ້ນ້ອງໄດ້ເຮັດຫນ້າທີ່ ອັນຊົງກຽດນີ້ໃຫ້ດີທີ່ສຸດ ຊ່ອງທາງການຕິດຕາມທາງເຟສບຸກສ່ວນຕົວ Daomixay Pcst ແລະ ທາງເພຈກອງປະກວດ MISS GRAND LAOS ມີສແກຣນລາວ.

ຮູບ: MISS GRAND LAOS