ເພາະເວທີນາງງາມແມ່ນຄວາມຝັນຂອງສາວຄົນນີ້ ບີບີ້ ວິດາວອນ 

737

ໃນທີ່ສຸດຄວາມຝັນຂອງສາວງາມຄົນນີ້ກໍ່ຍັບໃກ້ເຂົ້າມາເລື້ອຍໆ ເພາະໃນເວທີ ນາງສາວລາວນ້ອງສາມາດຜ່ານເຂົ້າຮອບ 30ຄົນສຸດທ້າຍເປັນທີ່ຮຽບຮ້ອຍແລ້ວ ມາຕິດຕາມ ແລະ ໃຫ້ກຳລັງໃຈສາວຄົນນີ້ກັນຕໍ່ວ່າຈະເດີນຕາມຄວາມຝັນ ແລະ ເຮັດມັນໃຫ້ເປັນຈິງໄດ້ ຫລືບໍ່ ສໍາລັບ ວິດາວອນ ມຸກດາສັກ ຫລື ບີບີ້ ປັດຈຸບັນອາຍຸ 21ປີ ມາຈາກແຂວງຄຳມ່ວນ , ກຳລັງສຶກສາຢູ່ທີ່ ມະຫາວິທະຍາໄລກຸ້ຍໂຈ  ສປປ ຈີນ.

ບີບີ້ເຄີຍຜ່ານການປະກວດນາງສັງຂານແຂວງຄຳມ່ວນປີ2015 ໄດ້ທີ4 ແລະ ມີຄວາມໃຝ່ຝັນຄືການຢາກເປັນນາງສາວລາວ ເພາະວ່າມັກ ແລະ ຕິດຕາມເວທີນີ້ມາຕັ້ງແຕ່ນ້ອຍ ຈຶ່ງມີຄວາມຝັນວ່າຢາກເປັນນາງງາມ ເພື່ອຈະໄດ້ມີໂອກາດໄດ້ມີວຽກປະກອບສ່ວນໃນວົງການປັນເທີງ

ຄະຕິປະຈຳໃຈຂອງບີ້ແມ່ນ “ຢ່າຟ້າວທໍ້ແທ້ໃນສິ່ງທີ່ຍັງບໍ່ພະຍາຍາມ ແລະ ຢ່າຟ້າວຫມົດຫວັງໃນສີ່ງທີ່ບໍ່ທັນເລີ່ມຕົ້ນ”

ເຫດຜົນທີ່ບີ້ເລືອກປະກວດນາງສາວລາວຍ້ອນວ່າ ນີ້ເປັນເວທີອັນຊົງກຽດເພິ່ນໄດ້ຄັດເລືອກເພັດນໍ້າງາມແຕ່ລະເມັດທົ່ວປະເທດລາວມາໂຮມໂຕກັນຊີງມົງກຸດ ນ້ອງເຫັນວ່າຄົນທີ່ຈະເປັນນາງສາວລາວ ຕ້ອງບໍ່ງາມຢ່າງດຽວເທົ່ານັ້ນ ຕ້ອງເປັນຜູ້ຍິງທີ່ມີຄວາມຮູ້, ທັນສະໄຫມ ແລະ ເປັນຜູ້ຍິງທີ່ທັງງາມທັງເກັ່ງ ຈຶ່ງເຮັດໃຫ້ນ້ອງຢາກມາປະກວດເວທີນີ້.

ໃນຮອບໂຊຄວາມສາມາດ ນ້ອງຈະໂຊການເປັນພິທີກອນ, ອ່ານກາບກອນເປັນພາສາຈີນ&ລາວ ຝາກທຸກຄົນຕິດຕາມແນ່ເດີ້ ວ່າການໂຊຄວາມສາມາດຂອງບີ້ມັນຈະເປັນໃນຮູບແບບໃດ ແລະ ທຸກຄົນຈະປະທັບໃຈຫລືບໍ່ ຢ່າລືມຕິດຕາມເດີ້

ສ່ວນຈຸດເດັ່ນຂອງຕົນເອງທີ່ມີ ບີ້ຄິດວ່າເປັນສະເຫນ່, ຄວາມເປັນທຳມະຊາດ, ຄວາມງາມຈາກຂ້າງໃນສູ່ຂ້າງນອກ ແລ້ວຕ້ອງຕອບຄຳຖາມໃຫ້ຊະນະໃຈກຳມະການ ເພື່ອໃຫ້ໄດ້ຮັບຕຳແຫນ່ງ.

ສໍາລັບການກຽມຕົວກ່ອນເຂົ້າປະກວດໃນໄລຍະທີ່ນ້ອງບໍ່ທັນໄດ້ໄປຮຽນ ນ້ອງກໍໄດ້ປັບປຸງຂໍ້ເສຍເລັກນ້ອຍຂອງຕົນເອງນັ້ນກໍຄືການຍ່າງ ແລະ ການເວົ້າ ເພາະແຕ່ກ່ອນນ້ອງເປັນຄົນຂີ້ອາຍ, ປັບປຸງບຸກຄະລິກຕົນເອງໃຫ້ມີຄວາມກ້າຫານ,ກ້າເຮັດກ້າສະແດງອອກໃຫ້ຫລາຍຂຶ້ນ.

ຖ້າຫາກໄດ້ຮັບໂອກາດ ໄດ້ຕຳແຫນ່ງຈາກເວທີອັນຊົງຄຸນຄ່ານີ້ ສິ່ງທີ່ນ້ອງຢາກຈະເຮັດໃນການຊ່ວຍເຫລືອສັງຄົມກໍຄື: ຢາກຊ່ວຍເຫລືອຜູ້ເຖົ້າຜູ້ແກ່ ທີ່ຢູ່ຕາມລຳພັງ, ຊ່ວຍເຫລືອຄົນທີ່ດ້ອຍໂອກາດ, ຢາກປຸກລະດົມສັງຄົມຜູ້ທີ່ມີຊ່ວຍເຫລືອກຸ່ມຄົນທີ່ທຸກຍາກຂາດແຄນ.

ຜ່ານມາບີ້ເອງຍັງບໍ່ທັນມີໂອກາດມີຜົນງານໃນວົງການບັນເທີງເລີຍ  ແຕ່ນ້ອງກໍຂໍຝາກເນື້ອຝາກໂຕແນ່ ບໍ່ວ່າຈະເປັນການຖ່າຍເອັມວີ ຫລື ເປັນນາງແບບປະຕິທິນເອີ້ນໄດ້ເດີ້

ກິດຈະກຳຍາມວ່າງນ້ອງຈະອອກກຳລັງກາຍ ໃນຊ່ວງໂຄວິດບໍ່ໄດ້ເຂົ້າຢິ້ມນ້ອງກໍຈະແລ່ນອອກກຳລັງກາຍແທນ ແລະ ຂໍຝາກຜົນງານປະຈຸບັນການປະກວດນາງສາວລາວ 2021 ຈັ່ງໃດກໍຝາກເນື້ອຝາກໂຕສາວນ້ອຍຄົນນີ້ແນ່ ຊ່ວຍໂຫວດຊ່ວຍເຊຍ ແລະ ເປັນກຳລັງໃຈໃຫ້ແນ່ເດີ້. ຊ່ອງທາງການຕິດຕາມຜົນງານ B-bee nvs ແລະ ເພຈ ນາງສາວລາວ.

 

ຮູບ: B-bee nvs