ລາຍລະອຽດຜູ້ເສຍຊີວິດຈາກໂຄວິດ 19 ໃໝ່ 7 ກໍລະນີ

359

ມາຮອດວັນທີ 29 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 72.447 ຄົນ, ເສຍຊີວິດສະສົມ 166 ຄົນ (ໃໝ່ 07), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 581 ຄົນ, ກໍາລັງປິ່ນປົວ 11.598 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 07 ຄົນ ມີດັ່ງນີ້


1 ເພດຊາຍ ອາຍຸ 83 ປີ, ອາຊີບ: ພະນັກງານບຳນານ, ບ້ານຊຳເຄ້, ເມືອງໄຊເສດຖາ ນະຄອນຫລວງ
ພະຍາດປະຈໍາຕົວ: ພະຍາດຫົວໃຈ, ພະຍາດປອດ ແລະ ຄວາມດັນເລຶອດສູງ, ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
ວັນທີ 18 ພະຈິກ: ກວດພົບເຊື້ອໂຄວິດ, ວັນທີ 28 ພະຈິກ: ເສຍຊີວິດ


2 ເພດຊາຍ, ອາຍ 62 ປີ, ອາຊີບ: ພະນັກງານບຳນານ, ບ້ານຫນອງພະຍາ, ເມືອງໄຊທານີ, ນະຄອນຫລວງ
ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ພະຍາດຫົວໃຈ, ສັກຢາວັກຊີິນຄົບ, ວັນທີ 19 ພະຈິກ: ກວດພົບເຊື້ອໂຄວິດ, ວັນທີ 28 ພະຈິກ: ເສຍຊີວິດ

3 ເພດຍິງ, ອາຍຸ 55 ປີ, ອາຊີບ: ແມ່ເຮືອນ, ບ້ານ ນາຜົງ, ເມືອງ ຫີນເຫີບ, ແຂວງ ວຽງຈັນ ພະຍາດປະຈຳຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ໄຂ່ຫລັງຊຸດໂຊມຊຳເຮື້ອ
ວັນທີ 27 ພະຈິກ: ກວດພົບເຊື້ອໂຄວິດ, ວັນທີ 28 ພະຈິກ: ເສຍຊີວິດ


4 ເພດຍິງ, ອາຍຸ 50 ປີ, ບ້ານແສງສະຫວ່າງ, ເມືອງໄຊເສດຖາ, ນະຄອນຫລວງ
ພະຍາດປະຈໍາຕົວ: ພະຍາດເບົາຫວານ, ສັກຢາວັກຊີນຄົບ, ວັນທີ 13 ພະຈິກ: ກວດພົບເຊື້ອໂຄວິດ, ວັນທີ 28 ພະຈິກ: ເສຍຊີວິດ

5 ເພດຊາຍ, ອາຍຸ 67 ປີ, ບ້ານທ່າມ່ວງ, ເມືອງຫາດຊາຍຟອງ, ນະຄອນຫລວງ ພະຍາດປະຈໍາຕົວ ເບົາຫວານ ແລະ ຄວາມດັນເລືອດສູງ, ສັກວັກຊີນຄົບ, ວັນທີ 26 ພະຈິກ: ກວດພົບເຊື້ອໂຄວິດ, ວັນທີ 28 ພະຈິກ: ເສຍຊີວິດ


6 ເພດຊາຍ, ອາຍຸ 54 ປີ, ບ້ານນາໄຫ, ເມືອງຫາດຊາຍຟອງ, ນະຄອນຫລວງ, ພະຍາດປະຈໍາຕົວ ເບົາຫວານ, ສັກວັກຊີນຄົບ ວັນທີ 25 ພະຈິກ: ກວດພົບເຊື້ອໂຄວິດ ແລະ ວັນທີ 28 ພະຈິກ: ເສຍຊີວິດ
7 ເພດຍິງ, ອາຍຸ 67 ປີ, ບ້ານາໄຫ, ເມືອງນາຊາຍທອງ, ນະຄອນຫລວງ ສັກວັກຊີນຄົບວັນທີ 22 ພະຈິກ ກວດພົບເຊື້ອໂຄວິດ, ວັນທີ 28 ພະຈິກ ເສຍຊີວິດ