ພົບຜູ້ຕິດເຊື້ອໃໝ່ 929 ຄົນ, ຈາກໄປອີກ 7 ຄົນ

290

ຍອດຍັງສູງ ມື້ນີ້ 29 ພະຈິກ 2021 ພົບຜູ້ຕິດເຊື້ອໃໝ່ 929 ຄົນ, ນໍາເຂົ້າ 1 ຄົນ, ພາຍໃນ 928 ຄົນ ແລະ ເສຍຊີວິດເພິ່ມ 7 ຄົນ

ທ່ານ ດຣ ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄອບຄຸມພະຍາດຕິດຕໍ່, ກະຊ່ວງສາທາລະນະສຸກ ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວວ່າ ມາຮອດວັນທີ 28 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.045 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 929 ຄົນ (ຕິດເຊື້ອພາຍໃນ ມີ 928 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 928 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງ ເຊິ່ງມີລາຍລະອຽດ ດັ່ງນີ້
ນະຄອນຫຼວງ 279 ຄົນ: ມາຈາກ 118 ບ້ານ, ໃນ 8 ເມືອງ ຈາກ ເມືອງຈັນທະບູລີ ມີ 12 ບ້ານ (18 ຄົນ), ເມືອງສີໂຄດຕະບອງ ມີ 19 ບ້ານ (45 ຄົນ), ເມືອງໄຊເສດຖາ ມີ 24 ບ້ານ (79 ຄົນ), ເມືອງສີສັດຕະນາກມີ 13 ບ້ານ (24 ຄົນ), ເມືອງ ນາຊາຍທອງ ມີ 17 ບ້ານ (32 ຄົນ), ເມືອງໄຊທານີ ມີ 21 ບ້ານ (57 ຄົນ), ເມືອງຫາດຊາຍຟອງ ມີ 11 ບ້ານ (22 ຄົນ), ເມືອງ ປາກງື່ມ ມີ 01 ບ້ານ (01 ຄົນ) ແລະ ຕ່າງແຂວງ ມີ 01 ຄົນ


ຫຼວງພະບາງ ມີ 70 ຄົນ ໃນ 30 ບ້ານ ແລະ 6 ເມືອງ, ແຂວງວຽງຈັນ ມີ 114 ຄົນ ໃນ 27 ບ້ານ ແລະ 8 ເມືອງ, ຫຼວງນ້ຳທາ ມີ 15 ຄົນ ໃນ 11 ບ້ານ ແລະ 2 ເມືອງ, ຜົ້ງສາລີ ມີ 38 ຄົນ ໃນ 7 ບ້ານ ແລະ 2 ເມືອງ, ໄຊຍະບູລີ ມີ 59 ຄົນ ໃນ 10 ບ້ານ ແລະ 1 ເມືອງ, ຈຳປາສັກ ມີ 51 ຄົນ ໃນ 29 ບ້ານ ແລະ 6 ເມືອງ


ອຸດົມໄຊ ມີ 39 ຄົນ ໃນ 18 ບ້ານ ແລະ 4 ເມືອງ, ເຊກອງ ມີ 4 ຄົນ ໃນ 2 ບ້ານ ແລະ 1 ເມືອງ, ບໍລິຄຳໄຊ ມີ 16 ຄົນ ໃນ 8 ບ້ານ ແລະ 4 ເມືອງ, ຄຳມ່ວນ ມີ 17 ຄົນ ໃນ 12 ບ້ານ ແລະ 2 ເມືອງ, ສະຫວັນນະເຂດ ມີ 53 ຄົນ ໃນ 20 ບ້ານ ແລະ 6 ເມືອງ, ບໍ່ແກ້ວ ມີ 60 ຄົນ ໃນ 27 ບ້ານ ແລະ 5 ເມືອງ, ສາລະວັນ ມີ 17 ຄົນ ໃນ 7 ບ້ານ ແລະ 2 ເມືອງ


ຊຽງຂວາງ ມີ 31 ຄົນ ໃນ 12 ບ້ານ ແລະ 2 ເມືອງ, ຫົວພັນ ມີ 27 ຄົນ ໃນ 17 ບ້ານ ແລະ 3 ເມືອງ, ໄຊສົມບູນ ມີ 10 ຄົນ ໃນ 4 ບ້ານ ແລະ 2 ເມືອງ ແລະ ອັດຕະປື ມີ 28 ຄົນ ໃນ 9 ບ້ານ ແລະ 4 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ 01 ຄົນ ຈາກ ບໍລິຄຳໄຊ ມາຮອດວັນທີ 29 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 72.447 ຄົນ, ເສຍຊີວິດສະສົມ 166 ຄົນ (ໃໝ່ 07), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 581 ຄົນ, ກໍາລັງປິ່ນປົວ 11.598 ຄົນ.