ການນຳແຂວງຢ້ຽມຢາມສະຖານີຂົນສົ່ງໂດຍສານ ຂອງທາງລົດໄຟລາວ-ຈີນຢູ່ແຂວງຫຼວງພະບາງ

535

ວັນທີ່ 28 ນີ້, ການນຳແຂວງຫຼວງພະບາງ ນຳໂດຍ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຫົວໜ້າພະແນການ-ກົມກອງອ້ອມຂ້າງແຂວງ ໄດ້ຢ້ຽມຢາມສະຖານີຂົນສົ່ງໂດຍສານ ຂອງທາງລົດໄຟລາວ-ຈີນຢູ່ແຂວງຫຼວງພະບາງ, ເຊິ່ງຮັບເໝົາກໍ່ສ້າງໂດຍ ກຸ່ມບໍລິສັດກໍ່ສ້າງທາງລົດໄຟ ສປ ຈີນ

ສຳລັບໂຕອາຄານມີລັກສະນະໂດດເດັ່ນທາງດ້ານວັດທະນະທໍາ ທີ່ປະສົມປະສານລະຫວ່າງເອກະລັກຂອງຫຼວງພະບາງ ເມືອງມໍລະດົກໂລກ ແລະ ສປ ຈີນ ທັງຍັງເປັນເຄື່ອງໝາຍ ໃນການສໍາເລັດອາຄານສະຖານີ 10 ແຫ່ງ ຂອງເສັ້ນທາງລົດໄຟລາວຈີນ ແຕ່ຊາຍແດນບໍ່ເຕັນ ຫາ ນະຄອນຫຼວງວຽງຈັນ ແລະໄດ້ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການເປີດນຳໃຊ້ທາງລົດໄຟ ລາວ-ຈີນທີ່ມີຄຸນນະພາບສູງ.

ອາຄານສະຖານີ ຕັ້ງຢູ່ບ້ານຊຽງລ້ອມ ນະຄອນ ຫຼວງພະບາງ ເປັນເມືອງຂອງມໍລະດົກໂລກ ທີ່ມີຊື່ສຽງທາງດ້ານວັດທະນະທໍາ ແລະສະຖານທີ່ທ່ອງທ່ຽວ, ສະຖານີນີ້ມີເນື້ອທີ່ກໍ່ສ້າງທັງໝົດ 7.970 ຕາແມັດ ແລະມີຂະໜາດໃຫຍ່ຮອງລົງມາຈາກສະຖານີນະຄອນຫຼວງວຽງຈັນ ໃນນັ້ນ ໄດ້ຕິດຕັ້ງເປັນ 2 ບ່ອນຂຶ້ນລົງລົດ ແລະ 4 ເສັ້ນທາງລົດໄຟ ເຊິ່ງຈະເປີດເປັນບ່ອນຂົນສົ່ງໂດຍສານ ແລະຂົນສົ່ງສິນຄ້າ, ໃຊ້ເວລາກໍ່ສ້າງ 161 ວັນ ປັດຈຸບັນ ໄດ້ສໍາເລັດການກໍ່ສ້າງ ແລະຜ່ານການກວດກາ-ຮັບຮອງເປັນທີ່ຮຽບຮ້ອຍ ເຊິ່ງຈະເປີດການນໍາໃຊ້ໃນເດືອນທັນວາຂອງປີນີ້.

ໂອກາດການຢ້ຽມຢາມຄັ້ງນີ້ ທ່ານເຈົ້າແຂວງຫຼວງພະບາງ ໄດ້ຢ້ຽມຢາມແຕ່ລະຈຸດພາຍໃນອາຄານຜູ້ໂດຍສານ ແລະຕົວລົດໄຟຂະບວນລ້ານຊ້າງ, ພ້ອມທັງໄດ້ສອບຖາມເຖີງຄວາມພ້ອມຂອງການບໍລິການ ເພື່ອໃຫ້ພາຍໃນສະຖານີຫຼວງພະບາງ ໄດ້ຮັບຄວາມພໍໃຈຈາກຜູ້ມາໃຊ້ບໍລິການ ພາຍຫຼັງເປີດການນຳໃຊ້ຢ່າງເປັນທາງການ.