ອາຫານທີ່ຢຸດລະບົບເຜົາຜານໄຂມັນທັນທີ ເຖິງຈະກິນພຽງແຕ່ຄຳດຽວ

591

ນອກຈາກຮູບຮ່າງຜອມພຽວສຸຂະພາບດີບໍ່ຕຸ້ຍແລ້ວ ການມີລະບົບເຜົາຜານໄຂມັນໃນຮ່າງກາຍທີ່ດີ ຍັງຊ່ວຍຫຼຸດຄວາມສ່ຽງພະຍາດອັນຕະລາຍອື່ນໆ ຫຼາກຫຼາຍ ເຊັ່ນ: ພະຍາດຫຼອດເລືອດ ຫຼື ພະຍາດໄຂມັນເກາະຕັບ ແຕ່ຫາກກິນອາຫານທີ່ບໍ່ເໝາະສົມ ກໍອາດເຮັດໃຫ້ລະບົບເຜົາຜານໄຂມັນເຮັດວຽກດ້ອຍປະສິດທິພາບລົງໄດ້ເຊັ່ນກັນ ແລະ ນີ້ຄືອາຫານທີ່ໝໍແນະນຳວ່າ ກິນປຸ໊ບ ລະບົບເຜົາຜານໄຂມັນໃນຮ່າງກາຍຈະຢຸດເຮັດວຽກທັນທີ ເຖິງວ່າຈະກິນພຽງແຕ່ຄຳດຽວກໍຕາມ.

ອາຫານທີ່ຈະຢຸດລະບົບເຜົາຜານໄຂມັນທັນທີ ເຖິງຈະກິນພຽງແຕ່ຄຳດຽວ

ຊານົມໄຂ່ມຸກ ແລະ ເຄື່ອງດື່ມລົດຫວານທັງໝົດ

ສ່ວນປະກອບຂອງຊານົມໄຂ່ມຸກ ມີຊາຢູ່ໃນປະລິມານບໍ່ຫຼາຍ ນອກນັ້ນເປັນນົມ ທີ່ອາດມາຈາກນົມສົດ ຫຼື ປະສົມຄຣີມທຽມ ເຊິ່ງອາດມີນ້ຳຕານສູງ ເມື່ອໃດກໍຕາມທີ່ຮ່າງກາຍໄດ້ຮັບຄາໂບໄຮເດຣດທີ່ກິນຫຼາຍໆ ອາດບໍ່ດີຕໍ່ຮ່າງກາຍ ເຊັ່ນ: ນ້ຳຕານຊາຍຂາວ ຫຼື ແປ້ງທີ່ຜ່ານຂະບວນການຕ່າງໆ ເພາະເມື່ອໃດກໍຕາມທີ່ຮ່າງກາຍໄດ້ຮັບຄາໂບໄຮເດຣດແປ້ງ ແລະ ນ້ຳຕານສູງ ຈະເຮັດໃຫ້ຮ່າງກາຍມີອິນຊູລິນທີ່ຂຶ້ນສູງ.

ເຮັດໃຫ້ລະບົບເຜົາຜານຢຸດການເຮັດວຽກ ຮ່າງກາຍຈະພະຍາຍາມເຜົາຜານແຕ່ນ້ຳຕານທີ່ກກິນເຂົ້າໄປຈຳນວນຫຼາຍ ໂດຍບໍ່ໄດ້ເຜົາຜານໄຂມັນ ແລະ ເມື່ອຮ່າງກາຍເຜົາຜານພະລັງງານຈາກນ້ຳຕານໄດ້ບໍ່ໝົດ ກໍຈະກັບໄປສະສົມໃນຮູບແບບຂອງໄຂມັນສ່ວນເກີນຕາມອະໄວຍະວະຕ່າງໆ ນັ້ນເອງ.

ນ້ຳໝາກໄມ້

ເຖິງວ່າຈະເປັນນ້ຳໝາກໄມ້  (ຫຼືໜ້ອຍກວ່າ) ກໍມີປະລິມານນ້ຳຕານສູງເຊັ່ນດຽວກັນ ໂດຍນ້ຳໝາກໄມ້ 1 ຈອກ ມີນ້ຳຕານໃກ້ຄຽງກັນກັບນ້ຳຫວານ 1 ຈອກກັນເລີຍ (ນ້ຳຕານປະມານ 5-6 ບ່ວງຊາ) ແນະນຳໃຫ້ກິນຫຼາຍເກີນໄປເຊັ່ນດຽວກັນ.

ອາຫານເຫຼົ່ານີ້ ບໍ່ແມ່ນວ່າຈະຫ້າມບໍ່ໃຫ້ກິນເລີຍ ແຕ່ຄວນດົນໆ ກິນເທື່ອໜຶ່ງ ແລະ ກິນໃນປະລິມານທີ່ບໍ່ຫຼາຍເກີນໄປ ລວມເຖິງອອກກຳລັງກາຍຫຼາຍກວ່າ 30 ນາທີ 3-5 ມື້ຕໍ່ອາທິດ ຈະຊ່ວຍໃຫ້ລະບົບເຜົາຜານພະລັງງານຍັງເຮັດວຽກເປັນປົກກະຕິ.