ເສຍໃຈນໍາ ເສຍຊີວິດເພີ່ມ 5 ກໍລະນີ, ມີແມ່ມານຖືພາ 5 ເດືອນ ອາຍຸພຽງ 27 ປີ R.I.P

967

ທ່ານຫມໍ ພອນປະເສີດ ໄຊຍະມຸງຄຸນ ລາຍງານກ່ຽວກັບສະພາບການພະຍາດ COVID-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ COVID-19 ປະຈໍາວັນ ວັນທີ 28 ພະຈິກ 2021 ກວດພົບຜູ້ຕິດເຊື້ອໃຫມ່ 1.195 ຄົນ, ເສຍຊີວິດ 5 ຄົນ
ລາຍລະອຽດດັ່ງນີ້


1 ເພດຊາຍ, ອາຍຸ 68 ປີ, ບ້ານຫ້ວຍສະເຫງົ້າ, ເມືອງວັງວຽງ, ແຂວງວຽງຈັນ ພະຍາດປະຈໍາຕົວ ເປັນ Laryngeal cancer ໄດ້ 8 ເດືອນ ໄດ້ສັກຢາວັກຊີນ ຄົບ ວັນທີ 25 ພະຈິກ 2021 ເຂົ້າໄປນອນປິ່ນປົວຢູ່ໂຮງຫມໍ 108 ດ້ວຍອາການໄອ ແລະ ຫາຍໃຈຝືດ ພ້ອມທັງເກັບ ຕົວຢ່າງມາກວດເພື່ອຊອກຫາພະຍາດໂຄວິດ-19 ແລະ ໃຫ້ຜົນ ບວກ, ຫຼັງຈາກນັ້ນໂຮງຫມໍ 108 ໄດ້ນໍາສົ່ງຄົນເຈັບເຂົ້າສູນປິ່ນປົວ ໂຄວິດ-19 ວັງວຽງ ວັນທີ 26/11/2021 ເວລາ 12:00ນາທີ ມາຮອດເວລາ 08:00 ໂມງຂອງວັນທີ 27 ພະຈິກ 2021: ຄົນ ເຈັບບໍ່ໄດ້ສະຕິ, ບໍ່ຕອບສະຫນອງຕໍ່ການເຊີດຊແລະ ໄດ້ເສຍຊີວິດ ໃນເວລາຕໍ່ມາ


2 ເພດຍິງ, ອາຍຸ 81 ປີ, ບ້ານນ້ໍາຮອນ, ເມືອງຫມື່ນ, ແຂວງວຽງຈັນ – ພະຍາດປະຈໍາຕົວ: ເປັນ ແຜກະເພາະຊໍາເຮື້ອ, ປະດົງ ແລະຄວາມດັນເລືອດສູງ ບໍ່ໄດ້ສັກຢາວັກຊີນຄົບເຈັບມີອາການໄອ, ເມື່ອຍ, ຈືດມ້ານ ມາໄດ້ 3 ອາທິດ ຈຶ່ງໄດ.
ເຂົ້າໄປກວດ ແລະ ນອນປິ່ນປົວຢູ່ໂຮງຫມໍແຂວງວຽງຈັນ ວັນທີ 15 ພະຈິກ 2021 ພ້ອມທັງເກັບຕົວຢ່າງມາກວດເພື່ອຊອກຫາພະຍາດ ໂຄວິດ-19 ແລະ ໃຫ້ຜົນບວກ


ວັນທີ 17 ພະຈິກ 2021 ຄອບຄົວຂໍເອົາມາບ້ານ ຕິດຕາມຢູ່ ເຮືອນ (ບ້ານນ້ໍາຮອນ, ເມືອງຫມື່ນ, ແຂວງວຽງຈັນ) ພາຍໃຕ້ ເງື່ອນໄຂ ແລະ ບົດບັນທຶກຕາມມາດຕະການສະເພາະກິດ ລະຫວ່າງ ຫນ່ວຍສະເພາະກິດແຂວງວຽງຈັນ ແລະ ຄອບຄົວຜູ້ຕິດເຊື້ອພະຍາດ ໂຄວິດ-19 ທີ່ເປັນເອກະພາບກັນໃນວັນທີ 16 ພະຈິກ 2021.

ແຕ່ວັນທີ 17-26 ພະຈິກ 2021 ຄົນເຈັບກັກໂຕຢູ່ເຮືອນ ແລະ ຕິດຕາມອາການໃນແຕ່ລະມື້ (ເມື່ອຍ, ວິນຫົວ,ຈືດມ້ານ, ກິນດື່ມ ໄດ້ນ້ອຍ ແລະ ນອນກັບຕຽງ-ຍ່າງບໍ່ໄດ້) ມາຮອດວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ ຢູ່ເຮືອນ


3 ເພດຊາຍ, ອາຍຸ 30 ປີ, ບ້ານຢູ່ປະຈຸບັນ: ບ້ານນາເລົ່າ, ນະຄອນ
ໄກສອນ, ແຂວງສະຫັວນນະເຂດ ພະຍາດປະຈໍາຕົວ: ເປັນປະດົງ, ໄຂ່ຫລັງຊາດໂຊມ ໄດ້ສັກຢາວັກຊີນ ຄົບ ເວລ 11:00 ໂມງ ຂອງວັນທີ 26 ພະຈິກ 2021: ຄົນເຈັບໄດ້ເຂົ້າ ມາກວດວດຢູ່ໂຮງຫມໍແຂວງສະຫັວນນະເຂດ ຍ້ອນມີອາການ ອິດເມື່ອຍ, ຫຼາຍໃຈຝືດ ແລະ ແຫນ້ນຫນ້າເອິກ,

ມາຮອດໂຮງຫມໍພາກສະຫນາມຫຼັກ 9 ເວລາ 17:00 ໂມງ ສະຕິງ້ວງຊຶມ, ກະວົນກະວາຍ, ຫາຍໃຈໄວ ແລະ ຈືດມ້ານ ເວລາ 08:00 ໂມງ ຂອງວັນທີ 27 ພະຈິກ 2021 ຄົນເຈັບ ອາການບໍ່ດີຂື້ນ, ບໍ່ຕອບສະຫນອງຕໍ່ການຊັກຖາມ, ແຂນຂາອອ່ນ ແຮງ. ເວລາ 13:00 ໂມງ: ຄົນເຈັບ ຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ ໄດ້ເຊີດຊ ເຮັດ CPR, ຄົນເຈັບບໍ່ຕອບສະຫນອງຕໍ່ຢາ ແລະ ເສຍ ຊີວິດໃນເວລາ 13:30 ນາທີ ຂອງວັນທີ 27 ພະຈິກ 2021.


4 ເພດຍິງ, ອາຍຸ 74 ປີ, ບ້ານໂພນແກ້ວ, ເມືອງສີໂຄດຕະບອງ, ນະຄອນຫລວງໄດ້ສັກຢາວັກຊີນຄົບ ໄລຍະ 06 ມື້ຜ່ານມາ ໄດ້ໄປຢາມລູກທີ່ມີອາການໄຂ້ ຢູ່ບ້ານທົ່ງປົ່ງ,
ເມືອງສີໂຄດຕະບອງ ໃນຕອນເຊົ້າ ແລະ ກັບບ້ານຕອນແລງ ຜູ້ກ່ຽວມີອາການ ໄຂ້ ແລະ ໄອເລັກນ້ອຍ ເວລາ 07:00 ໂມງເຊົ້າ ຂອງວັນທີ 06 ພະຈິກ 2021: ໄປກວດ ຢູ່ໂຮງຫມໍ 103 ແລະ ກຽມເຄື່ອງໄປນອນ ຍ້ອນວ່າມີອາການ ຫາຍໃຈຝືດ ພ້ອມທັງເກັບຕົວຢ່າງມາກວດເພື່ອຊອກຫາພະຍາດໂຄ ວິດ-19 ກວດດ້ວຍ Ag RDT ໃຫ້ຜົນບວກ ແລະ ແພດໄດ້ແນະ ນໍາໃຫ້ຕິດຕາມ ອາການຢູ່ບ້ານ ແລະ ໃຫ້ຢາຈໍານວນນື່ງມາກິນ ມາຮອດຕອນເຊົ້າ ຂອງວັນທີ 27 ພະຈິກ 2021: ຜູ້ກ່ຽວ ມີ ອາການຫນັກຂື້ນ ແລະ ໄດ້ປະສານງານລົດ ເພື່ອຮັບເຂົ້າປິ່ນປົວ.

.

ເມື່ອລົດໄປຮອດ, ຜູ້ກ່ຽວໄດ້ເສຍຊີວິດ ຢູ່ບ້ານ ໃນເວລາ 8:00 ໂມງເຊົ້າ ຂອງມື້ດຽວກັນ
5 ເພດຍິງ, ອາຍຸ 27 ປີ, ອາຊີບ: ຄ້າຂາຍ, ບ້ານຫນອງວຽງ, ເມືອງໄຊ ທານີ, ນະຄອນຫລວງຖືພາ 05 ເດືອນ ບໍ່ໄດ້ຮັບການສັກຢາວັກຊີນ ວັນທີ 17 ພະຈິກ 2021 ໄດ້ໄປກວດຢູ່ໂຮງຫມໍມະໂຫສົດ ແລະ ນອນ 01 ຄືນ ເວລາ 16:58 ນາທີ ຂອງວັນທີ 18 ພະຈິກ 2021 ສົ່ງຄົນເຈັບ ມາໂຮງຫມໍເສດຖາທິລາດ ດ້ວຍອາການໄອ ແລະ ຫາຍໃຈຝືດ, ຜົນກວດພົບເຊື້ອພະຍາດໂຄວິດ-19 ໄລຍະເວລານອນປິ່ນປົວ ຢູ່ໂຮງຫມໍດັ່ງກ່າວ ແຕ່ 18-27 ພະຈິກ 2021, ເປັນເວລາ 10 ວັນ ມາຮອດເວລາ 6:00 ໂມງຂອງວັນທີ 27 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ