ເຈົ້າແຂວງບໍລິຄຳໄຊ ມອບເຄື່ອງຊ່ວຍເຫລືອ ປະຊາຊົນ 5 ຄອບຄົວທຸກຍາກ ຢູ່ເມືອງປາກຊັນ

575

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະລົງມອບເຄື່ອງຊ່ວຍເຫລືອບັນເທົາທຸກ ໃນໄລຍະການກໍ່ສ້າງເຮືອນ ໃຫ້ປະຊາຊົນ 5 ຄອບຄົວ ທີ່ທຸກຍາກຢູ່ເມືອງປາກຊັນ, ເຊິ່ງປະກອບມີເຂົ້າສານໜຽວ, ໜີ່ສຳເລັດຮູບ, ນໍ້າດື່ມ ແລະ ປອງປາໂດຍມີ ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງ ປາກຊັນ ແລະ ຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.


ເມືອງປາກຊັນ ມີຄອບຄົວທຸກຍາກທັງໝົດ 15 ຄອບຄົວ ໂດຍອໍານາດການປົກ ຄອງເມືອງ ໄດ້ປຸກລະດົມທຸກພາກສ່ວນເຂົ້າຮ່ວມໃນຂະບວນການ ແກ້ໄຂຄວາມທຸກຍາກ ໃຫ້ 15 ຄອບຄົວດັ່ງກ່າວ, ປັດຈຸບັນ ມີອົງການຈັດຕັ້ງພາຄີ, ພາກລັດ, ຜູ້ປະກອບການ, ນັກທຸລະກິດ, ນິຕິບຸກຄົນ ໄດ້ປະກອບສ່ວນທຶນຮອນສ່ວນຕົວ ເຂົ້າໃນການກໍ່ສ້າງເຮືອນຢູ່ອາໄສໃຫ້ມີຄວາມແໜ້ນໜາຖາວອນ ໂດຍສະໜອງວັດຖຸ-ອຸປະກອນເຂົ້າໃນການກໍ່ສ້າງ, ສ່ວນແຮງງານແມ່ນປະຊາຊົນພາຍໃນບ້ານ ຮ່ວມແຮງຮ່ວມໃຈກໍ່ສ້າງຈົນກວ່າຈະສຳເລັດ.

ມາຮອດປັດຈຸບັນ, ການກໍ່ສ້າງເຮືອນໃຫ້ຄອບຄົມທຸກຍາກດັ່ງກ່າວ ແມ່ນສຳເລັດແລ້ວ 9 ຫລັງ, ກໍາລັງກໍ່ສ້າງ 5 ຫລັງ, ຄາດວ່າຈະສໍາເລັດໃນທ້າຍເດືອນທັນວາ 2021 ນີ້ ແລະ ອີກ 1 ຫລັງ ຈະເລີ່ມລົງມືກໍ່ສ້າງໃນຕົ້ນປີ 2022 ທີ່ຈະມາເຖິງ.

ໃນໂອກາດດຽວກັນ, ທ່ານເຈົ້າແຂວງບໍລິຄຳໄຊ ຍັງໄດ້ລົງຊຸກຍູ້ອຳນາດການປົກ ຄອງບ້ານນາຂາມ ໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເນື່ອງຈາກວ່າ ບ້ານນາຂາມ ມີຜູ້ຕິດເຊື້ອພາຍໃນ 32 ຄົນ, ເຫັນວ່າອັດຕາການເພີ່ມຂຶ້ນຢ່າງໄວວາ. ຕໍ່ກັບສພາບການດັ່ງກ່າວ, ຄະນະສະເພາະກິດ, ຂັ້ນແຂວງ,ເຈົ້າແຂວງບໍລິຄຳໄຊ ໄດ້ເນັ້ນໃຫ້ຄະນະສະເພາະກິດຂັ້ນເມືອງ ສົມທົບກັບອຳນາດການປົກຄອງຂັ້ນບ້ານ ຈົ່ງເພີ່ມທະວີເຂັ້ມງວດໃນການປ້ອງກັນ ໂດຍມີການປ້ອງກັນ, ຕິດຕາມ,ກວດກາ, ເຝົ້າລະວັງ ຕໍ່ກັບກຸ່ມສ່ຽງທີ່ສຳຜັດກັບຜູ້ຕິດເຊື້ອ ໂດຍການຈໍາກັດບໍລິເວນຢູ່ໂຮງຮຽນ ເພື່ອຕິດຕາມອາການ, ພ້ອມນັ້ນ ອຳນາດການປົກຄອງບ້ານຈະຕ້ອງໄດ້ໂຄສະນາປະຊາສຳພັນເຖິງຜົນຮ້າຍຂອງພະຍາດໂຄວິດ-19 ຜ່ານໂທລະໂຄ່ງ ບ້ານເປັນປະຈໍາ ເພື່ອເຮັດໃຫ້ການແຜ່ເຊື້ອພະຍາດຫລຸດໜ້ອຍຖອຍລົງ.

ຂ່າວ-ພາບ: ສາຍສະໝອນ