ເມືອງນອງ ເຮັດບົດບັນທຶກຊື້-ຂາຍມັນຕົ້ນໃນຂອບເຂດທົ່ວເມືອງ

500

ຕອນເຊົ້າຂອງວັນທີ 25 ພະຈິກ 2021 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງນອງ ແຂວງສະຫວັນນະເຂດ ໄດ້ຈັດພິທີເຊັນບົດບັນທຶກການຊື້-ຂາຍມັນຕົ້ນ ລະຫວ່າງການນຳຂອງເມືອງ ແລະໂຮງງານປຸງແຕ່ງມັນຕົ້ນເຊໂປນ ແລະໂຮງງານຖ່ານຂາວເມືອງນອງ ໂດຍການເຂົ້າຮ່ວມໃນພິທີຂອງທ່ານ ແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງໆນອງ ທັງເປັນຜູ້ຊີ້ນຳວຽກງານເສດຖະກິດ, ມີຄະນະຫ້ອງການກະສິກຳ ແລະປ່າໄມ້ເມືອງ, ຫ້ອງການອຸດສາຫະກຳ ແລະການຄ້າເມືອງ, ຕາງໜ້າໃຫ້ຈຸດສຸມ, ເຂດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ກອງປະຊຸມ ໄດ້ສ້າງຂໍ້ຜູກມັດ ລະຫວ່າງຜູ້ຊື້ ແລະຜູ້ຂາຍ ວ່າດ້ວຍຊະນິດມັນຕົ້ນ, ລາຄາຕ່ຳສຸດ ແລະມູນຄ່າສັນຍາ, ເງື່ອນໄຂໃນການຊື້-ຂາຍມັນຕົ້ນ, ສິດໜ້າທີ່ ແລະພັນທະຂອງຜູ້ຊື້ ແລະຜູ້ຂາຍມັນຕົ້ນ ໃນນີ້ ສຳລັບມັນຕົ້ນດິບ ຈະຕ້ອງເປັນມັນຕົ້ນກົ່ນບໍ່ໃຫ້ກາຍ 3 ວັນຂຶ້ນໄປ, ບໍ່ໃຫ້ບວມ, ເນົ່າ ຫຼື ຕິດຂີ້ດິນຫຼາຍຈົນເກີນໄປ ແລະຕ້ອງໄດ້ຕັດເຫງົ້າອອກໃຫ້ສົມບູນ, ສ່ວນມັນຕົ້ນແຫ້ງ ຕ້ອງໄດ້ຕາກແດດ 7 ວັນຂຶ້ນໄປ ຖ້າຫາກວ່າລາຄາໃນທ້ອງຕະຫຼາດທັງພາຍໃນ ແລະຕ່າງປະເທດມີການປ່ຽນແປງ ລາຄາກໍ່ຈະເພີ່ມຂຶ້ນ ຫຼື ຫຼຸດລົງຕາມການສັນຍາຄື: ລາຄາມັນຕົ້ນດິບ 1 ໂຕນ 6 ແສນກີບ ແລະມັນຕົ້ນແຫ້ງ 1 ໂຕນລາຄາ 1.550.000 ກີບ, ແຕ່ມາໃນປະຈຸບັນ ມັນຕົ້ນແຫ້ງຂາຍຕາມທ້ອງຕະຫຼາດ ກິໂລລະ 1.700 ກີບ, ເຊິິ່ງທາງໂຮງງານ ຕ້ອງໄດ້ຊື້ສູງຂຶ້ນຕາມທ້ອງຕະຫຼາດ, ໂດຍລາຄາດັ່ງກ່າວ ບໍ່ໃຫ້ມີການຄິດໄລ່ອັດຕາສ່ວນທາດແປ້ງ, ສຳລັບການຄິດໄລ່ສິ່ງເຈືອປົນແມ່ນບໍ່ໃຫ້ເກີນ 5% ຂອງນ້ຳໜັກທັງໝົດ ແລະມັນ ຕົ້ນແຫ້ງ ບໍ່ໃຫ້ເກີນ3% ຂອງນ້ຳໜັກທັງໝົດ.

ຈາກນັ້ນ, ໃນພິທີ ກໍ່ໄດ້ມີການລົງນາມໃນບົດບັນທຶກການຊື້-ຂາຍມັນຕົ້ນຢ່າງເປັນທາງການ ລະຫວ່າງການນຳຂອງເມືອງ ຊຶ່ງຕາງໜ້າໂດຍທ່ານ ແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງ ແລະທ່ານ ດົງວັນລັບ ຜູ້ອຳນວຍ ການໂຮງງານປຸງແຕ່ງມັນຕົ້ນເຊໂປນ ແລະທ່ານ ສິ ຕາງໜ້າໂຮງງານຖ່ານຂາວປະຈຳເມືອງນອງ ຜູ້ຮັບຊື້ມັນຕົ້ນ ໂດຍຊ້ອງໜ້າພາກສ່ວນກ່ຽວຂ້ອງທີ່ເຂົ້າຮ່ວມເປັນສັກຂີພະຍານ.