ມື້ນີ້ພົບຜູ້ຕິດເຊື້ອໂຄວິດໃໝ່ 1.195, ເສຍຊີວິດ 5 ຄົນ

457

ທ່ານຫມໍ ພອນປະເສີດ ໄຊຍະມຸງຄຸນ ລາຍງານກ່ຽວກັບສະພາບການພະຍາດ COVID-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ COVID-19 ປະຈໍາວັນ ວັນທີ 28 ພະຈິກ 2021 ສະພາບພະຍາດໂຄວີດວິດ-19 ຢູ່ ສປປ ລາວຍັງສືບຕໍ່ມີການລາຍງານຕົວເລກເພີ່ມຂຶ້ນໃນແຕລະມື້ ເຊິ່ງໃນມື້ວານນີ້ທົ່ວປະເທດໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID 19 ທັງຫມົດ 7.123 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 1.195 ຄົນ (ຈໍານວນທີ່ໃຫ້ຜົນບວກທຽບໃສ່ຈໍານວນ ຕົວຢ່າງທີ່ກວດ ມີ 16.7 %) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ


ພະຍາດໂຄວິດ-19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 71.518 ຄົນ, ( ພາຍໃນ 57.390 ຄົນ, ຕ່າງປະເທດ 14.128 ຄົນ, ເສຍຊີວິດສະສົມ 159 ຄົນ (ໃຫມ່ 05), ປິ່ນປົວຫາຍດີໃນມື້ວານນີ້ 713 ຄົນ ຮອດມື້ນີ້ຈໍານວນຜູ້ທີ່ຍັງຕິດຕາມ ປິ່ນປົວ ແມ່ນ 11,513 ຄົນ (ນັ້ນກໍ່ຫມາຍຄວາມວ່າ ໃນຈໍານວນຕິດເຊື້ອສະສົມ 71.518 ຄົນນັ້ນແມ່ນໄດ້ຖືກປິ່ນປົວຫາຍດີແລ້ວ 59.846 ຄົນ)


ນະຄອນຫຼວງ 528 ຄົນ ມາຈາກ 189 ບ້ານ, ໃນ 8 ເມືອງ ຈາກເມືອງຈັນທະບູລີ ມີ 18 ບ້ານ (58 ຄົນ), ເມືອງສີໂຄດຕະບອງ ມີ 36 ບ້ານ (93 ຄົນ) ເມືອງໄຊເສດຖາ ມີ 37 ບ້ານ (91 ຄົນ), ເມືອງສີສັດຕະນາກມີ 20 ບ້ານ (58 ຄົນ),ເມືອງ ນາຊາຍທອງ ມີ 20 ບ້ານ (32 ຄົນ), ເມືອງໄຊທານີ ມີ 36 ບ້ານ (145 ຄົນ),ເມືອງຫາດຊາຍຟອງ ມີ 20 ບ້ານ (29 ຄົນ), ເມືອງ ສັງທອງ ມີ 01 ບ້ານ (01 ຄົນ) ແລະ ຕ່າງແຂວງ ມີ 04 ຄົນ ຍັງສືບຕໍ່ເອົາຂໍ້ມູນ 17 ຄົນ


ຫຼວງພະບາງ ມີ 121 ຄົນ ໃນ 37 ບ້ານ ແລະ 7 ເມືອງ, ຈໍາປາສັກ ມີ 45 ຄົນ ໃນ 31 ບ້ານ ແລະ 9 ເມືອງ, ໄຊຍະບູລີ ມີ 21 ຄົນ ໃນ 18 ບ້ານ ແລະ 2 ເມືອງ, ອຸດົມໄຊ ມີ 43 ຄົນ ໃນ 13 ບ້ານ ແລະ 2 ເມືອງ, ຫຼວງນ້ໍາທາ ມີ 21 ຄົນ ໃນ 11 ບ້ານ ແລະ 2 ເມືອງ, ວຽງຈັນ ມີ 82 ຄົນ ໃນ 40 ບ້ານ ແລະ 7 ເມືອງ, ບໍ່ແກ້ວ ມີ 93 ຄົນ ໃນ 3 ເມືອງ