ເຈົ້າແຂວງສະຫັວນະເຂດ ລົງຊຸກຍູ້ການຜະລິດລະດູແລ້ງຢູ່ເມືອງຈຳພອນ

335

ໃນວັນທີ 25 ພະຈິກ 2021 ນີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫັວນະເຂດ ພ້ອມພະແນກການຕ່າງໆຂອງແຂວງ ໄດ້ລົງເຄື່ອນໄຫວຊຸກຍູ້ການຜະລິດລະດູແລ້ງຢູ່ເມືອງຈໍາພອນ ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ຄໍາລຸຍ ຍາດຕິວົງ ເຈົ້າເມືອງຈໍາພອນ ມີຫົວໜ້າຫ້ອງການອ້ອມຂ້ອງເມືອງເຂົ້າຮ່ວມ.

.


ໃນໂອກາດດັ່ງກ່າວນີ້ ທ່ານ ຄໍາລຸຍ ຍາດຕິວົງ ກໍ່ໄດ້ລາຍງານສະພາບລວມຂອງເມືອງ ເຊິ່ງເມືອງຈໍາພອນ ມີ 100 ບ້ານ, ມີ 20.351 ຫຼັງຄາເຮືອນ, ມີ 21.542 ຄອບຄົວມີ ຜົນລະເມືອງທັງໝົດ 119.248 ຄົນ ຍິງ 60.364 ຄົນ. ທົ່ວເມືອງ ສາມາດຜະລິດເຂົ້າເປືອກໄດ້ທັງໝົດ 126.545 ໂຕນ ຖ້າທຽບໃສ່ປີຜ່ານມາ ແມ່ນສາມາດຜະລິດເຂົ້າເປືອກເພິ່ມຂື້ນຈໍານວນ16.107 ໂຕນ ສະເລ່ຍໃສ່ຫົວຄົນໄດ້ 1.061 ກິໂລຕໍ່ຄົນຕໍ່ປີ. ສໍາລັບການຜະລິດລະດູແລ້ງປີ 2022 ຄາດໝາຍຜະລິດເຂົ້ານາແຊງໃຫ້ໄດ້ 13.000 ເຮັກຕາ,ໃຊ້ແນວພັນ 780 ໂຕນ.

.

ຈາກນັ້ນ ທ່ານ ເຈົ້າແຂວງ ກໍ່ຍັງໄດ້ລົງຕິດຕາມເບິ່ງການສ້ອມແປງຄອງຊົນລະປະທານຢູ່ບ້ານສະຄືນ ແລະ ບ້ານໂນນສີທັນ,ການກໍ່ສ້າງຄອງເໝືອງ ບ້ານສະຄືນ ມີຄວາມຍາວ 169 ແມັດ.ມີມູນຄ່າ 120 ລ້ານກີບສໍາເລັດແລ້ວ 85%,ສ່ວນຊົນລະປະທານໂນນສີທັນ ມີຄວາມຍາວ 200 ແມັດ ມີມູນຄ່າ 89 ລ້ານກີບສໍາເລັດ100% ແລະ ຕິດຕາມເບີ່ງຄວາມຄືມໜ້າຂອງໂຄງການຊົນລະກະເສດ ແລະ ພັດທະນາຊົນນະບົດຢູ່ບ້ານໂພນມ່ວງ,

ຕິດຕາມເບິ່ງໂຄງການປູກເຂົ້ານາໄຮ່ໃຫ່ຍ ຢູ່ບ້ານ ໂພນຄໍ້,ນາໄຮ່ໃຫ່ຍ ມີເນື້ອທີ່ທັງໝົດ 43 ເຮັກຕາ ແລະ ຈະມີການຂະຫຍາຍຕື່ມອີກ 10 ເຮັກຕາ ລວມທັງໝົດ ແມ່ນ 53 ເຮັກຕາ,ຈະມີປະຊາຊົນເຂົ້າຮ່ວມໃນການການຜະລິດ ແມ່ນ 26 ຄອບຄົວ ພ້ອມນີ້ທ່ານສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ກໍ່ຍັງໄດ້ແນະນຳໃຫ້ປະຊາຊົນເອົາໃຈໃສ່ໃນການຜະລິດໃຫ້ຫຼາຍຂຶ້ນ ເພື່ອໃຫ້ປະຊາຊົນມີຢູ່ມີກິນ ແລະ ຜະລິດໃຫ້ການເປັນສິນຄ້າເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ.