ເປີດໃຈໝົດເປືອກຂອງ ບິລລີ ຕໍ່ການມາຮັບໃຊ້ທີມຊາດລາວຫຼິ້ນຈາກໃຈຈິງ-ຄວາມມັກ-ຊ່ວຍຮຸ່ນນ້ອງ

894

ພາຍຫຼັງທີ່ ບິລລີ ເກດແກ້ວພົມພອນ ( Billy Ketkeophomphone ) ກາຍເປັນນັກເຕະຕ່າງປະເທດເຊື້ອສາຍລາວ ມາຮັບໃຊ້ທີມຊາດລາວ ລຸຍການແຂ່ງຂັນ AFF SUZUKI CUP 2020 ລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022 ຢ່າງເປັນທາງການ ພາຍຫຼັງສະຫະພັນບານເຕະແຫ່ງຊາດລາວ ປະກາດຢ່າງເປັນທາງການໃນມື້ນີ້ວັນທີ 24 ພະຈິກ 2021.

ຫຼ້າສຸດ ສະຫະພັນບານເຕະແຫ່ງຊາດລາວ (​ ສຕລ ) ໄດ້ເປີດເຜີຍບົດສໍາພາດຂອງ ບິລລີ ເຖິງການມາຮັບໃຊ້ທີມຊາດລາວວ່າ: ຂ້ອຍຕັ້ງຄວາມຫວັງວ່າຈະຊ່ວຍໃຫ້ທີມຊາດເຕີຍໂຕໄດ້ກ່ອນ, ຈະພະຍາຍາມນໍາເອົາປະສົບການທັງໝົດໃນເອີຣົບ ມາແບ່ງປັນໃຫ້ກັບນັກເຕະຮຸ່ນໃໝ່ໃນລາວ ແລະ ຂ້ອຍຫວັງວ່າຈະເຮັດທຸກໆຄົນມີຄວາມຫວັງ ເພື່ອວ່າມື້ໃດມື້ໜຶ່ງພວກເຂົາຈະສາມາດໄປຫຼິ້ນໃນລີກເອີຣົບໄດ້ ແນ່ນອນໃນ AFF SUZUKI CUP 2020 ທີມຊາດລາວ ເປັນຮອງທຸກທີມ ເຊັ່ນດຽວກັບຂ້ອຍເຄີຍຫຼິ້ນໃຫ້ກັບ ANGERS ໃນລີກ 1 ຂອງຝຣັ່ງ ທີ່ແຂ່ງຂັນກັບທີມທີ່ເໜືອກວ່າ ມັນເປັນການຍາກຫຼາຍທີ່ຈະອອກໄປຮ່ວມຫຼິ້ນບານເຕະຢູ່ນອກປະເທດ, ແຕ່ບໍ່ຕ້ອງຖາມຕົວເອງຫຼາຍເກີນໄປ ພຽງເຮັດແຕ່ຫຼິ້ນຢ່າງທໍາມະດາ, ຫຼິ້ນຈາກໃຈຈິງ ແລະ ດ້ວຍຄວາມໝັກ. ເບິ່ງບົດສໍາພາດຂອງ ບິລລີ ເພີ່ມຕື່ມໃນຮູບນີ້

ສໍາລັບ ບິລລລີ ປັດຈຸບັນອາຍຸ 31 ປີ ແລະ ລວງສູງ 180 ຊັງຕີແມັດມີຜູ້ເປັນແມ່ເປັນຊາວລາວ ແລະ ພໍ່ເປັນຊາວຝຣັ່ງ ຖືເປັນນັກເຕະເຊື້ອສາຍລາວ ທີ່ປະສົບຜົນສໍາເລັດຫຼາຍທີ່ສຸດ ໂດຍສະເພາະໃນລີກຝຣັ່ງ ແລະ ຫຼິ້ນຕໍາແໜ່ງກອງໜ້າ ເຊິ່ງປີທີ່ຍິ່ງໃຫຍ່ທີ່ສຸດຂອງ ວິລລີ ຄືໄດ້ຫຼິ້ນໃຫ້ກັບ ອອງເຊ (Angers) ທີ່ເລື່ອນຂຶ້ນໄປຫຼິ້ນໃນລີກສູງສຸດຂອງປະເທດຝຣັ່ງ ຄັ້ງທໍາອິດໃນຮອບ 21 ປີ ເຮັດໃຫ້ ວິລລີ ກາຍເປັນນັກເຕະເຊື້ອສາຍລາວ ຄົນທໍາອິດທີ່ໄດ້ຫຼິ້ນໃນລີກສູງສຸດຂອງພາກພືນເອີຣົບ ເຊິ່ງໄດ້ຮັບໂອກາດລົງແຂ່ງຂັນ 53 ນັດຍິງໄປ 6 ປະຕູໃຫ້ກັບສະໂມສອນດັ່ງກ່າວໃນລະຫວ່າງປີ 2015-2018 ແລະ ປັດຈຸບັນຫຼິ້ນໃຫ້ກັບ USL Dunkerque ສະໂມສອນໃນລີກ 2 ຂອງປະເທດຝຣັ່ງ.