ພົບຜູ້ຕິດເຊື້ອໂຄວິດໃໝ່ 1.491 ຄົນ, ເສຍຊີວິດ 7 ຄົນ

460

ສະຖານະການໂຄວິດ 19 ຢູ່ ສ ປປ ລາວ ວັນທີ 27 ພະຈິກ 2021 ພົບຜູ້ຕິດເຊື້ອໃໝ່ 1.491 ຄົນ, ພາຍໃນ 1.491 ຄົນ, ໃນນັ້ນ ນະຄອນຫຼວງວຽງຈັນ 481 ຄົນ ແລະ ແຂວງວຽງຈັນ 219 ຄົນ


ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ວັນທີ 26 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 11.171 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.491 ຄົນ (ຕິດເຊື້ອພາຍໃນ 1.491 ຄົນ ແລະ ກໍລະນີນຳເຂົ້າ 0 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.491ຄົນ ຈາກ 18 ແຂວງ ເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດ ດັ່ງນີ້

ນະຄອນຫຼວງ 481 ຄົນ ໃນ 155 ບ້ານ ແລະ 9 ເມືອງ, ແຂວງວຽງຈັນ ມີ 219 ຄົນ ໃນ 42 ບ້ານ ແລະ 9 ເມືອງ, ຈຳປາສັກ ມີ 121 ຄົນ ໃນ 63 ບ້ານ ແລະ 9 ເມືອງ, ຫຼວງພະບາງ ມີ 107 ຄົນ ໃນ 52 ບ້ານ ແລະ 10 ເມືອງ, ໄຊຍະບູລີ ມີ 99 ຄົນ ໃນ 19 ບ້ານ ແລະ 2 ເມືອງ

ບໍ່ແກ້ວ ມີ 76 ຄົນ ໃນ 22 ບ້ານ ແລະ 2 ເມືອງ, ອຸດົມໄຊ ມີ 71 ຄົນ ໃນ 13 ບ້ານ ແລະ 1 ເມືອງ, ສະຫວັນນະເຂດ ມີ 66 ຄົນ ໃນ 31 ບ້ານ ແລະ 7 ເມືອງ, ອັດຕະປື 52 ຄົນ ໃນ 21 ບ້ານ ແລະ 3 ເມືອງ, ຜົ້ງສາລີ ມີ 51 ຄົນ ໃນ 8 ບ້ານ ແລະ 3 ເມືອງ, ບໍລິຄຳໄຊ ມີ 39 ຄົນ ໃນ 9 ບ້ານ ແລະ 5 ເມືອງ

ຊຽງຂວາງ ມີ 29 ຄົນ ໃນ 12 ບ້ານ ແລະ 2 ເມືອງ, ຄຳມ່ວນ ມີ 24 ຄົນ ໃນ 5 ບ້ານ ແລະ 3 ເມືອງ, ສາລະວັນ ມີ 15 ຄົນ ໃນ 6 ບ້ານ ແລະ 3 ເມືອງ, ຫົວພັນ ມີ 15 ຄົນ ໃນ 8 ບ້ານ ແລະ 4 ເມືອງ
ຫຼວງນ້ຳທາ ມີ 15 ຄົນ, ໃນ 8 ບ້ານ ແລະ 2 ເມືອງ, ເຊກອງ ມີ 9 ຄົນ ໃນ 4 ບ້ານ ແລະ 2 ເມືອງ ແລະ ໄຊສົມບູນ ມີ 2 ຄົນ ໃນ 2ບ້ານ ແລະ 1 ເມືອງ

ມາຮອດວັນທີ 26 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 70.323 ຄົນ, ເສຍຊີວິດສະສົມ 154 ຄົນ (ໃໝ່ 07), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 607ຄົນ ແລະ ກໍາລັງປິ່ນປົວ 11.378