ທ່ຽວຖ້ຳຈອມອອງ ອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ຕ້ອງໄປຫຼັງຈາກນິ້

1173

ຖ້າເວົ້າເລື່ອງການທ່ອງທ່ຽວ ລາວເຮົາແມ່ນມີຫຼາຍທັງປະຫວັດສາດ, ວັດທະນະທຳ ແລະທຳມະຊາດ ແຕ່ຊ່ວງນີ້ສຳລັບການທ່ອງທ່ຽວວັດທະນະທຳແມ່ນບໍທັນເໝາະປານໃດ ຈິ່ງເຫັນວ່າຄວນໄປທ່ຽວທຳມະຊາດດີທີ່ສຸດ ເປັນການປົດປ່ອຍຄວາມອັດອັ້ນຕັນໃຈມາຕະຫຼອດເວລາ 2 ປີ, ຕ້ອງໄປພັກຜ່ອນໃຫ້ເຕັມທີ່ໃນຂະນະທີ່ຫຼາຍຫ້ອງການຍັງໃຫ້ປ່ຽນກັນເຂົ້າປະຈຳການຈິ່ງເປັນໂອກາດດີໃຫ້ທຸກຄົນໄດ້ອອກທ່ອງທ່ຽວກ່ອນຈະກັບມາໃຊ້ຊີວິດຕາມປົກກະຕິຫຼັງຈາກເປີດປະເທດ.

ເພື່ອເປັນການຮອງຮັບແຂກນັກທ່ອງທ່ຽວໃນອະນາຄົດ ໃນລະຫວ່າງວັນທີ 23-24 ພະຈິກ ຜ່ານມານີ້ ພະແນກ ຖວທ ແຂວງອຸດົມໄຊ ຮ່ວມກັບ ບໍລິສັດ ກຣີນດີສໂຄເວີລີລາວ ໄດ້ປຶກສາຫາລືການບໍລິການເຊື່ອມໂຍງທ່ອງທ່ຽວໃນຕໍ່ໜ້າ ແລະ ເຂົ້າສຳຫຼວດເກັບກຳຂໍ້ມູນສ້າງລາຍການທ່ອງ ທ່ຽວພາຍໃນຖ້ຳຈອມອອງ ເມືອງໄຊ ແຂວງອຸດົມໄຊ ໂດຍມີ ທ່ານ ບຸນກວມ ມິດເມືອງໄຊ ຮອງຫົວໜ້າພະແນກ ຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ(ຖວທ) ແຂວງອຸດົມໄຊ, ມີທ່ານ ອິນທີ ເດືອນສະຫວັນ ຜູ້ອຳນວຍການ ບໍລິສັດ ອິນທິຣາກຣຸບ ພ້ອມດ້ວຍພະນັກງານວິຊາການ ທ່ອງທ່ຽວ ແລະ ພະນັກງານນຳພາທາງຂັ້ນບ້ານເຂົ້າຮ່ວມ.

ການລົງສຳຫຼວດຂອງພະແນກ ຖວທ ຮ່ວມກັບ ບໍລິສັດຄັ້ງນີ້ ແມ່ນໄດ້ປຶກສາຄວາມເປັນໄປໄດ້ໃນການຮ່ວມມືເຊື່ອມໂຍງການທ່ອງທ່ຽວໃນແຂວງອຸດົມໄຊ ກັບບັນດາແຂວງທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນການທ່ອງທ່ຽວຖໍ້າຈອມອອງ ທີ່ມີຄວາມໂດດເດັ່ນ ແລະ ເປັນທີ່ສົນໃຈຂອງນັກທ່ອງທ່ຽວຈຳນວນຫຼາຍ, ດັ່ງນັ້ນ ບໍລິສັດຈຶ່ງໄດ້ລົງສຳຫຼວດເກັບກຳຂໍ້ມູນຖ້ຳໂຕຈິງ ໂດຍໄດ້ເລີ່ມຍ່າງຈາກທາງເຂົ້າປາກຖ້ຳຕາມເສັ້ນທາງທີ່ໄດ້ຮັບການພັດທະນາ ມີສິ່ງອຳນວຍຄວາມສະດວກ ມີໄຟເຍືອງທາງ ໄລຍະທາງ 800 ແມັດ.

ຈາກນັ້ນ ທີມງານກໍໄດ້ຍ່າງສຳຫຼວດເຂົ້າໄປຕໍ່ທາງໃນຕື່ມອີກ ປະມານ 7 ກິໂລແມັດ ໂດຍມີພະນັກງານນຳທ່ຽວນຳພາທາງຈົນຮອດປາກຖໍ້າອີກຟາກໜຶ່ງຂອງຖໍ້າຈອມອອງ, ທ່ານ ອິນທີ ເດືອນສະຫວັນ ໄດ້ໃຫ້ສຳພາດວ່າ: ການລົງສຳຫຼວດເກັບກຳຂໍ້ມູນພາຍໃນຖໍ້າຈອມອອງຄັ້ງນີ້ ກໍເພື່ອສ້າງລາຍການທ່ອງທ່ຽວຢູ່ພາຍໃນຖ້ຳ ຕໍ່ເຕີມກັບສິ່ງທີ່ມີຢູ່ແລ້ວໃຫ້ມີຄວາມຫຼາກຫຼາຍ ມີກິດຈະກຳຫຼາຍຢ່າງໄວ້ໃຫ້ນັກທ່ອງທ່ຽວເລືອກໃຊ້ບໍລິການ.

ການລົງສຳຫຼວດແມ່ນໄດ້ສຳຫຼວດແບບລະອຽດ ໂດຍການຍ່າງຊອດອອກອີກຟາກຂອງຖໍ້າຈອມອອງ, ຕະຫຼອດໄລຍະການເດີນທາງແມ່ນໄດ້ສ້າງຄວາມປະທັບໃຈຫຼາຍສຳລັບຕົນເອງ ເພາະວ່າບັນດາຫີນຍ້ອຍ ຫີນນົມຜາ ແມ່ນມີຄວາມອຸດົມສົມບູນຫຼາຍ ຍັງຄົງໄວ້ແບບທຳມະຊາດ ເໝາະສຳລັບນັກປະຈົນໄພທີ່ມັກທາງດ້ານນີ້ ບໍວ່າຈະເປັນປີນໜ້າຜາ ລອຍນ້ຳ ແລະ ອື່ນໆທີ່ມີຄວາມທ້າທ້າຍ ນອກນີ້ຍັງມີອີກຫຼາຍໆຢ່າງທີ່ສາມາດພັດທະນາໄດ້ ບໍ່ວ່າຈະເປັນການຍ່າງປ່າຊົມທຳມະຊາດ ການພັດທະນາຖ້ຳທີ່ຢູ່ໃກ້ຄຽງ ຊຶ່ງມີອີກຫຼາຍໆຖ້ຳ.

ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງເຖິງນັກທ່ອງທ່ຽວ ແລະ ນັກລົງທຶນທີ່ສົນໃຈຢາກເຂົ້າມາທ່ອງທ່ຽວ ຫຼື ລົງທຶນເຂົ້າໃນກິດຈະກຳການທ່ອງທ່ຽວບາງກິດຈະກຳໃນຖ້ຳຈອງອອມແມ່ນສາມາດມາໄດ້, ການຍ່າງສຳຫຼວດຖ້ຳໃຊ້ເວລາຍ່າງໃນຖ້ຳ 8 ຊົ່ວໂມງ, ລວມໄລຍະທາງ 6 ກິໂລແມັດ ແລະ ຍັງເປັນກຸ່ມນັກເດີນສຳຫຼວດຄົນລາວທີ່ສາມາດຍ່າງຊອດອອກປາກຖໍ້າອີກຟາກໜຶ່ງຂອງຖ້ຳຈອມອອງ.

ສໍາລັບຖ້້ໍາຈອມອອງແມ່ນໄດ້ຮັບທຶນສະໜັບສະໜູນຈາກໂຄງການພັດທະນາໂຄ່ງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ແມ່ນໄດ້ສຳເລັດການກໍ່ສ້າງສິ່ງອຳນວຍຄວາມສະດວກຕ່າງໆ ເປັນຕົ້ນແມ່ນສະຖານທີ່ຈອດລົດ, ຫ້ອງຂາຍປີ້, ຫ້ອງນ້ຳ, ເສັ້ນທາງ ຂົວອູ່ ແລະ ໄຟເຍືອງພາຍໃນຖ້ຳ ແລະ ອື່ນໆ ເພື່ອອຳນວຍຄວາມສະດວກສະບາຍໃຫ້ແກ່ນັກທ່ອງທ່ຽວ.