ອັງກິດ-ຝຣັ່ງ ຮ່ວມກັນສະກັດຊາວຜູ້ອົບພະຍົກ

397

ສຳ​ນັກ​ຂ່າວ​ BBC ລາຍ​ງານ​ວ່າ ອັງ​ກິດ ກັບ ຝ​ຣັ່ງ​ຈະ​ຮ່ວມ​ມື​ກັນ ເພື່ອ​ຫາ​ຊ່ອງ​ທາງ​ຢຸດ​ຕິ​ຊາວ​ອົບ​ພະ​ຍົກ​ທີ່​ເດີນ​ທາງ​ຜ່ານ​ຊ່ອງ​ແຄບ​ອັງ​ກິດ ຫຼັງ​ເກີດ​ເຫດ​ເຮືອ​ຊາວ​ອົບ​ພະ​ຍົກຫຼົ້ມ​ເມື່ອ​ວັນ​ທີ 24 ພະ​ຈິກ​ຜ່ານ​ມາ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 27 ຄົນ ກາຍ​ເປັນ​ໂສກ​ນາດ​ຕະ​ກຳ​ຄັ້ງ​ໃຫຍ່​ທີ່​ເກີດ​ຂຶ້ນ​ໃນ​ຊ່ອງ​ແຄບ​ອັງ​ກິດ.

ລາ​ຍ​ງານ​ລະ​ບຸ​ວ່າ: ທ່ານ ​ບໍ​ຣິ​ສ ຈອນ​ສັນ​ຂອງ​ອັງ​ກິດ ແລະ ປະ​ທາ​ນາ​ທິ​ບໍ​ດີ ​ເອັມ​ມາ​ນູ​ເອວ ມາ​ຄຣົງ ຂອງ​ຝ​ຣັ່ງ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ​ວ່າ ຂະ​ບວນ​ການ​ຄ້າ​ມະ​ນຸດ​ເຮັດ​ໃຫ້​ຊີ​ວິດ​ຂອງ​ຊາວ​ອົບ​ພະ​ຍົກ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ ຫຼັງ​ຈາກ​ທີ່​ເກີດ​ໂສກ​ນາດ​ຕະ​ກຳ​ຂຶ້ນ ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ລະ​ບຸ​ວ່າ ລາວ​ຮູ້​ສຶກ​ເສຍ​ໃຈ​ເປັນ​ຢ່າງ​ຍິ່ງ​ຕໍ່​ເຫດ​ການ​ທີ່​ເກີດ​ຂຶ້ນ ແລະ ຈະ​ພະ​ຍາ​ຍາມ​ຢ່າງ​ສຸດ​ຄວາມ​ສາ​ມາດ ເພື່ອ​ຢັບ​ຢັ້ງ​ຂະ​ບວນ​ການ​ຄ້າ​ມະ​ນຸດ ແຕ່​ກໍ​ຍອມ​ຮັບ​ວ່າ ເປັນ​ເລື່ອງ​ຍາກ​ທີ່​ຈະ​ໂນ້ມ​ນ້າວ​ໃຫ້​ຝ​ຣັ່ງ​ເຮັດ​ຕາມ​ທີ່​ອັງ​ກິດ​ເຫັນ​ວ່າ​ເໝາະ​ສົມ​ຕໍ່​ສະ​ຖາ​ນະ​ການ ແລະ ຄິດ​ວ່າ ການ​ທີ່​ລັດ​ຖະ​ບານ​ຝ​ຣັ່ງ​ສັ່ງ​ຫ້າມ​ເຮືອ​ຜູ້​ອົບ​ພະ​ຍົກ​ອອກ​ຈາກ​ຝັ່ງ​ນັ້ນ ຍັງ​ບໍ່​ພຽງ​ພໍ ໂດຍ​ຫວັງ​ວ່າ ຝ​ຣັ່ງ​ຈະ​ມີ​ຂໍ້​ສະ​ເໜີ​ໃໝ່​ທີ່​ເຮັດ​ໃຫ້​ເກີດ​ການ​ລາດ​ຕະ​ເວນ​ຮ່ວມ​ກັນ​ໃນ​ນ່ານ​ນ້ຳ​ຝ​ຣັ່ງ.

ລາຍ​ງານ​ລະ​ບຸ​ວ່າ: ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ໄດ້​ໃຫ້​ສັນ​ຍາ​ກັບ​ນາ​ຍົກ​ອັງ​ກິດ​ວ່າ ຝ​ຣັ່ງ​ຈະ​ໃຫ້​ການ​ຮ່ວມ​ມື​ກັບ​ອັງ​ກິດ​ຢ່າງ​ເຕັມ​ທີ່ ແລະ ຈະ​ບໍ່​ໂຍງ​ສະ​ຖາ​ນະ​ການ​ດັ່ງ​ກ່າວ​ໃຫ້​ເປັນ​ປະ​ເດັນ​ທາງ​ການ​ເມືອງ.

ກ່ອນ​ໜ້າ​ນີ້ ອັງ​ກິດ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ສະ​ໜັບ​ສະ​ໜູນ​ເງິນ​ຈຳ​ນວນ 62,7 ລ້ານ​ປອນ​ໃຫ້​ແກ່​ຝ​ຣັ່ງ ເພື່ອ​ເຊ່ວຍ​ເຫຼືອ​ໜ່ວຍ​ງານ​ລາດ​ຕະ​ເວນ​ຕາມ​ແຄມ​ຝັ່ງ, ການ​ເຝົ້າ​ລະ​ວັງ​ທາງ​ອາ​ກາດ ແລະ ໂຄງ​ສ້າງ​ພື້ນ​ຖານ​ດ້ານ​ຄວາມ​ປອດ​ໄພ​ທີ່​ທ່າ​ເຮືອ.