WHO ຊີ້ ວັກແຊັງສາມາດປ້ອງກັນການແຜ່ເຊື້ອຂອງສາຍພັນເດວຕ້າພຽງໄດ້ 40%

427

ສຳ​ນັກ​ຂ່າວ​ຣອຍ​ເຕີ​ລາຍ​ງານ​ໃນ​ວັນ​ທີ 25 ພະ​ຈິກ​ຜ່ານ​ມາ​ວ່າ ທ່ານ ດ​ຣ. ທີ​ໂດ​ຣ​ສ ອັກ​ຮາ​ນອມ ກິບ​ຣີ​ເຢ​ຊູ​ສ ຜູ້​ອຳ​ນວຍ​ການ​ໃຫຍ່ ອົງ​ການ​ອະ​ນາ​ໄມ​ໂລກ (WHO) ກ່າວ​ວ່າ: ທະ​ວີບ​ເອີ​ຣົບ​ກຳ​ລັງ​ກາຍ​ເປັນ​ສູນ​ກາງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ອີກ​ຄັ້ງ ພ້ອມ​ເຕືອນ​ວ່າ ບໍ່​ມີ​ປະ​ເທດ​ໃດ​ໃນ​ໂລກ​ທີ່ຫຼຸດ​ພົ້ນ​ຈາກວົງ​ຈອນ​ການ​ລະ​ບາດ ໂດຍ​ສະ​ເພາະ​ສາຍ​ພັນ​ເດວ​ຕ້າ ເຮັດ​ໃຫ້​ວັກ​ແຊັງ​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ປ້ອງ​ກັນຫຼຸດ​ລົງ, ກ່ອນ​ໜ້າ​ນີ້​ວັກ​ແຊັງ​ສາ​ມາດ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ໄດ້ 60% ແຕ່​ພໍ​ເຊື້ອ​ເດວ​ຕ້າ​ລະ​ບາດ​ໄປ​ທົ່ວ​ໂລກ ແລະ ກາຍ​ເປັນ​ສາຍ​ພັນຫຼັກ​ໃນ​ການ​ແຜ່​ລະ​ບາດ​ໃນ​ຂະ​ນະ​ນີ້ ເຮັດ​ໃຫ້​ວກ​ແຊັງ​ສາ​ມາດ​ປ້ອງ​ກັນ​ການ​ລະ​ບາດ​ໄດ້​ພຽງ 40%.

ທີ່​ໜ້າ​ກັງ​ວົນ​ຍິ່ງກວ່າ​ນັ້ນ​ກໍ​ຄື ຄົນ​ສ່ວນ​ໃຫຍ່​ມັກ​ເຂົ້າ​ໃຈ​​ວ່າ ຖ້າ​ສັກ​ວັກ​ແຊັງ​ຄົບ​ໂດ​ສ​ແລ້ວ ບໍ່​ຈຳ​ເປັນ​ຕ້ອງລະ​ມັດ​ລະ​ວັງ​ອີກ​ຕໍ່​ໄປ ເຊິ່ງ​ເປັນ​ຄວາມ​ເຂົ້າ​ໃຈ​ທີ່​ຜິດ​ພາດ​ຢ່າງ​ໜັກ ເຊິ່ງ​ໃນ​ຄວາມ​ເປັນ​ຈິງ​ແລ້ວ, ວັກ​ແຊັງ​ພຽງ​ແຕ່​ປ້ອງ​ກັນ​ບໍ່​ໃຫ້​ຜູ້​ຕິດ​ເຊື້ອ​ມີ​ອາ​ການ​ຮຸນ​ແຮງ ແລະ ເສຍ​ຊີ​ວິດ​ເທົ່າ​ນ​ນັ້ນ ແຕ່​ຍັງ​ບໍ່​ສາ​ມາດ​ປ້ອງ​ກັນ​ການ​ຕິ​ເຊື້ອ​ໄດ້, ດັ່ງ​ນັ້ນ​ຜູ້​ທີ່​ສັກ​ວັກ​ແຊັງ​ຄົບ​ໂດ​ສ​ແລ້ວ ກໍ​ຈຳ​ເປັນ​ຕ້ອງ​ປະ​ຕິ​ບັດ​ມາດ​ຕະ​ການປ້ອງ​ກັນ​ຕົນ​ເອງ​ອີກ​ຕໍ່​ໄປ.

WHO ໄດ້​ເປີດ​ເຜີຍ​ຂໍ້​ມູນ​ພັນ​ທຸ​ກຳ​ຂອງ​ເຊື້ອ​ໄວ​ຣັ​ສ GISAID ສູນ​ກາງ​ເກັບ​ລວບ​ລວມ​ພັນ​ທຸ​ກຳ​ຂອງ​ໄວ​ຣັ​ສ​ໂຄວິດ ວ່າ ຕົວ​ຢ່າງ​ເຊື້ອ​ທີ່​ເກັບ​ລວບ​ລວມ​ໄດ້ໃນຊ່ວງ 60 ວັນ​ຜ່ານ​ມາ 99,8% ເປັນ​ເຊື້ອ​ເດວ​ຕ້າ ເຊິ່ງ​ຕົວ​ເຊື້ອ​ເອງ​ກຳ​ລັງ​ຢູ່​ໃນ​ລະ​ຫວ່າງວິ​ວັດ​ທະ​ນາ​ການ​ອີກ​ດ້ວຍ.