ກະຊວງ ອຄ ຫາລືກ່ຽວກັບລາຄານ້ຳມັນເຊື້ອໄຟ ໃນສະພາບທີ່ລາຄານ້ຳມັນໂລກເໜັງຕີງແຮງ

1165

ລາຄານໍ້າມັນໃນຕະຫຼາດໂລກໄດ້ເພີ່ມຂຶ້ນຕໍ່ເນື່ອງໃນຫຼາຍເດືອນຜ່ານມາ ເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟພາຍໃນນະຄອນຫຼວງວຽງຈັນ ປັດຈຸບັນແອັດຊັງພິເສດ 15.010 ກີບຕໍ່ລິດ, ແອັດຊັງທໍາມະດາ 13.030 ກີບຕໍ່ລິດ ແລະ ກາຊວນ 10.880 ກີບຕໍ່ລິດ ອັນໄດ້ສົ່ງຜົນກະທົບຕໍ່ສະພາບການດຳລົງຊີວິດປະຈຳວັນຂອງສັງຄົມ, ການຂົນສົ່ງສິນຄ້າ, ອັດຕາເງິນເຟີ້, ຄ່າຄອງຊີບ, ການເພີ່ມຂຶ້ນລາຄາສິນຄ້າ ແລະ ການບໍລິການ.

ເພື່ອເປັນການຫາວິທີທາງແກ້ໄຂໃນໄລຍະເບື້ອງຕົ້ນ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມປືກສາຫາລືກັບພາກສ່ວນກ່ຽວຂ້ອງ ໃນການປັບລາຄານ້ຳມັນເຊື້ອໄຟ ໃນສະພາບທີ່ລາຄານ້ຳມັນໃນຕະຫຼາດໂລກມີການເໜັງຕີງຂຶ້ນ-ລົງ ໂດຍການເປັນປະທານຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ໂດຍມີຜູ້ຕ່າງໜ້າຈາກກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ທະນາຄານ ແຫ່ງ ສປປ ລາວ, ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດ ແລະ ບັນດາ ບໍລິສັດ ນໍາເຂົ້າ ແລະ ສົ່ງອອກ ນ້ຳມັນເຊື້ອໄຟ.

ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ກອງປະຊຸມປືກສາຫາລືໃນຄັ້ງນີ້ ເພື່ອພ້ອມກັນຄົ້ນຄວ້າວິທີການແກ້ໄຂ ໃນກໍລະນີລາຄານ້ຳມັນຍັງມີການເໜັງຕີງຂຶ້ນ-ລົງແຮງ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ສະພາບເສດຖະກິດໂດຍລວມຂອງຊາດ, ການດຳລົງຊີວິດປະຈຳວັນຂອງສັງຄົມ, ການຂົນສົ່ງສິນຄ້າ, ອັດຕາເງິນເຝີ້, ຄ່າຄອງຊີບ, ການເພີ່ມຂຶ້ນລາຄາສິນຄ້າ ແລະ ການບໍລິການ.

ນັບແຕ່ຕົ້ນປີ 2021 ຫຼາຍປະເທດສາມາດຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ໄດ້, ເລີ່ມຜ່ອນຄາຍມາດຕະການຕ່າງໆ, ເສດຖະກິດເລີ່ມເປັນປົກກະຕິ, ສາມາດເດີນທາງໄປມາສະດວກຂຶ້ນ ເຮັດໃຫ້ຄວາມຕ້ອງການຊົມໃຊ້ນໍ້າມັນເຊື້ອໄຟເຂົ້າໃນການຜະລິດ ແລະ ຊົມໃຊ້ທົ່ວໄປ ເພີ່ມຂຶ້ນ ທຽບໃສ່ປີ 2019 – 2020, ແຕ່ບັນດາປະເທດຜູ້ຜະລິດຍັງຮັກສາກໍາລັງການຜະລິດເທົ່າເກົ່າ ໃນສະພາບຄວາມຕ້ອງການເພີ່ມຂຶ້ນ ເຮັດໃຫ້ລາຄານໍ້າມັນເຊື້ອໄຟ ໃນຕະຫຼາດໂລກ ປັບເພີ່ມຂຶ້ນ ທຽບໃສ່ລາຄາປີກາຍ (ສົມທຽບໄລຍະເດືອນມັງກອນ – ເດືອນຕຸລາ) ແມ່ນເພີ່ມຂຶ້ນໜຶ່ງເທົ່າຕົວ ເຊັ່ນ: ລາຄານໍ້າມັນແອັດຊັງພິເສດ ເພີ່ມຂຶ້ນ ຈາກ 44,22 ເປັນ 78,50 $/ບາເຣວ (ເພີ່ມຂຶ້ນ 32,55$/ບາເຣວ ຫຼື ຄິດເປັນ 91,81%); ລາຄານໍ້າມັນແອັດຊັງທໍາມະດາ ເພີ່ມຂຶ້ນ ຈາກ 48,97 ເປັນ 76,59 $/ບາເຣວ (ເພີ່ມຂຶ້ນ 32,37 $/ບາເຣວ ຫຼື ຄິດເປັນ 95,55 %) ແລະ ລາຄານໍ້າມັນກາຊວນ ເພີ່ມຂຶ້ນ ຈາກ 48,97 ເປັນ 75,77 $/ບາເຣວ (ເພີ່ມຂຶ້ນ 26,81 $/ບາເຣວ ຫຼື ຄິດເປັນ 65,87%).

ພ້ອມດຽວກັນນີ້, ໄລຍະສອງອາທິດຜ່ານມາ, ລາຄານໍ້າມັນເຊື້ອໄຟສໍາເລັດຮູບ ໃນຕະຫຼາດໂລກ ປັບຂຶ້ນສູງ ໂດຍນໍ້າມັນແອັດຊັງພິເສດປັບຂຶ້ນ 103,13 $/ບາເຣວ, ນໍ້າມັນແອັດຊັງທໍາມະດາປັບຂຶ້ນ99,53 $/ບາເຣວ ແລະ ນໍ້າມັນກາຊວນ ປັບຂຶ້ນ 97,02 $/ບາເຣວ ເຊິ່ງສົ່ງຜົນເຮັດໃຫ້ລາຄາຂາຍຍ່ອຍພາຍໃນປະເທດປັບຂຶ້ນຄື: ແອັດຊັງພິເສດ ປັບຂຶ້ນ 15.010 ກີບ/ລິດ, ແອັດຊັງທໍາມະດາ 13.030 ກີບ/ລິດ ແລະ ກາຊວນ 10.880 ກີບ/ລິດ.

ເມື່ອເປັນແນວນັ້ນ, ໂດຍອີງໃສ່ປັດໄຈຕ່າງໆ ບວກກັບລາຄາຕົ້ນທຶນນໍາເຂົ້າຕົວຈິງສູງກວ່າລາຄາໂຄງສ້າງ (ບໍລິສັດນໍາເຂົ້າຈໍານວນໜຶ່ງ ຈຶ່ງຫຼຸດຜ່ອນການນໍາເຂົ້າ ເພື່ອຫຼຸດຜ່ອນພາວະຂາດທຶນ ຫຼື ຄ່າໃຊ້ຈ່າຍຂອງຕົນ), ການປັບລາຄານໍ້າມັນເຊື້ອໄຟ ພາຍໃນປະເທດບໍ່ສອດຄ່ອງຕົ້ນທຶນນໍາເຂົ້າຕົວຈິງ ຈຶ່ງເຮັດໃຫ້ສະພາບນໍ້າມັນເຊື້ອໄຟ ພາຍໃນປະເທດ ໂດຍສະເພາະແອັດຊັງທໍາມະດາ ຫລາຍປໍ້າບໍ່ພໍຈຳໜ່າຍ.

ໂດຍອີງໃສ່ຂໍ້ມູນຕ່າງໆ ແລະ ການຕິດຕາມລາຄານໍ້າມັນເຊື້ອໄຟ ໃນຕະຫຼາດໂລກ ເຫັນວ່າ ລາຄານໍ້າມັນເຊື້ອໄຟ ຍັງຈະສືບຕໍ່ສູງຢູ່ ເພາະສະນັ້ນຈະມີຄວາມຫຍຸ້ງຍາກ ແລະ ສົ່ງຜົນກະທົບຕໍ່ລາຄານໍ້າມັນຂາຍຍ່ອຍຢູ່ປະເທດເຮົາ ຊຶ່ງບັນຫາປັດຈຸບັນນີ້ ທີ່ພວກເຮົາໄດ້ພົບບັນຫາໃຫຍ່ທີ່ສຸດມີຢູ່ ເຊັ່ນ: ບັນຫາການແລກປ່ຽນ, ອັດຕາແລກປ່ຽນ, ຂອດຂັ້ນໃນການນໍາເຂົ້າ ແລະ ຄວາມຫຍຸ້ງຍາກໃນການດຳເນີນການຂົນສົ່ງ-ເຄື່ອນຍ້າຍສິນຄ້າ.

ວິທີການແກ້ໄຂໃນຕໍ່ໜ້າ, ກອງປະຊຸມໄດ້ແຈ້ງວ່າ ໂດຍອີງໃສ່ການຕິດຕາມສະພາບລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ ເຫັນວ່າ ກຸ່ມປະເທດຜະລິດນ້ຳມັນ ໂດຍສະເພາະ ກຸ່ມ OPEC ແລະ 4 ປະເທດໃຫຍ່ ຜະລິດນໍ້າມັນຈຳນວນຫຼາຍ ຍັງມີການແຂ່ງຂັນກັນຢູ່. ສະນັ້ນ, ເຫັນວ່າຄວາມເປັນໄປໄດ້ ຫຼື ທ່າອ່ຽງລາຄານໍ້າມັນໃນຕະຫລາດໂລກ ໃນຕໍ່ໜ້າຍັງຈະສືບຕໍ່ປ່ຽນແປງຂຶ້ນ-ລົງ ໃນອັດຕາທີ່ສູງ ຊຶ່ງບໍ່ສາມາດຄາດຄະເນໄດ້.

ສະນັ້ນ, ກະຊວງ ອຄ ຈະໄດ້ສົມທົບກັບຂະແໜງການກ່ຽວຂ້ອງ ໂດຍສະເພາະ ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ທະນາຄານ ແຫ່ງ ສປປ ລາວສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດ ແລະ ບັນດາ ບໍລິສັດ ນໍາເຂົ້າ ແລະ ສົ່ງອອກ ນ້ຳມັນເຊື້ອໄຟ ເພື່ອພ້ອມກັນຄົ້ນຄວ້າວິທີການແກ້ໄຂ ໃນກໍລະນີລາຄານ້ຳມັນຍັງມີການເໜັງຕີງຂຶ້ນ-ລົງແຮງ, ທັງນີ້ ກໍເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ສະພາບເສດຖະກິດໂດຍລວມຂອງຊາດ, ການດຳລົງຊີວິດປະຈຳວັນຂອງສັງຄົມ, ການຂົນສົ່ງສິນຄ້າ, ອັດຕາເງິນເຟີ້, ຄ່າຄອງຊີບ, ການເພີ່ມຂຶ້ນລາຄາສິນຄ້າ ແລະ ການບໍລິການ. ພ້ອມທັງຈະສະເໜີມາດຕະການອື່ນໆຕໍ່ລັດຖະບານ ມີທິດຊີ້ນຳໃນການແກ້ໄຂໃນໄລຍະຍາວ.