ສຳນັກຂ່າວຕ່າງປະເທດລາຍງານວ່າ ໂຄວິດ-19 ກາຍພັນຊະນິດໃໝ່ທີ່ເອີ້ນວ່າ “B1.1.1529” ໂດຍອົງການອະນາໄມໂລກລະບຸວ່າ ຫຼັງຈາກທີ່ໄດ້ຟັງການທິບາຍຂອງນັກວິທະຍາສາດແລ້ວ ໄວຣັສກາຍພັນຊະນິດນີ້ ຂ້ອນຂ້າງເປັນຫ່ວງ.
ສາດສະດາຈານ ທູລີໂດ ເດີ ໂອລີເວຍຣາ ຜູ້ອຳນວຍການຕອບສະໜອງ ແລະ ພະຍາດລະບາດອາຟຣິກກາໃຕ້ ກ່າວວ່າ: ໄວຣັສຊະນິດນີ້ ມີການກາຍພັນຜິດປົກະຕິ ແຕກຕ່າງຈາກໄວຣັສກາຍພັນຊະນິດອື່ນໆ ຖືວ່າເປັນກາຍກາຍພັນແບບກ້າວກະໂດດຈົນໜ້າຕົກໃຈ.
ສຈ. ໂອລີເວຍຣາ ກ່າວອີກວ່າ: ໃນພາບລວມແລ້ວ ພົບການກາຍພັນຫຼາຍຈຸດ ລວມທັງການກາຍພັນໃນໂປຣຕິນໜາມ (spike protein) ທີ່ເປັນເປົ້າໝາຍຂອງການປ້ອງກັນດ້ວຍວັກແຊັງ ເພາະໂປຣຕິນໜາມ ເປັນໂຄງສ້າງຊັ້ນນອກຂອງໄວຣັສທີ່ເຂົ້າໄປຈັບກັບຮ່າງກາຍມະນຸດ ປຽບເໝືອນເປັນປະຕູເພື່ອເຂົ້າສູ່ຮ່າງກາຍຂອງມະນຸດນັ້ນເອງ.
ເມື່ອທຽບກັບສາຍພັນເດວຕ້າທີ່ກຳລັງລະບາດໄປທົ່ວໂລກໃນຂະນະນີ້ ມີການກາຍພັນພຽງ 2 ຈຸດເທົ່ານັ້ນ ແຕ່ໄວຣັສ B.1.1.529 ມີການກາຍພັນເຖິງ 10 ຈຸດ ເຊິ່ງມີຄວາມແຕກຕ່າງຢ່າງຫຼວງຫຼາຍ ເມື່ອທຽບກັບໂຄວິດ-19 ສາຍພັນດັ້ງເດີມ ເຊິ່ງວັກແຊັງທີ່ພັດທະນາຂຶ້ນມາ ແລະ ກຳລັງໃຊ້ກັນຢູ່ໃນຂະນະນີ້ ໜ້າຈະບໍ່ສາມາດປ້ອງກັນໄດ້.
ແນວໃດກໍຕາມໄວຣັສຊະນິດນີ້ ຫາກໍ່ແຜ່ລະບາດ ໂດຍຂະນະນີ້ ພົບໃນແຂວງຶ່ງຂອງອາຟຣິກກາໃຕ້ເທົ່ານັ້ນ ແລະ ຍັງບໍ່ຮູ້ວ່າ ໄວຣັສຊະນິດນີ້ ຈະສາມາດແຜ່ກະຈາຍໄດ້ໄວກວ່າເຊື້ອເດວຕ້າຫຼືບໍ່? ລວມທັງການຫຼົບຫຼີກວັກແຊັງປ້ອງກັນໂຄວິດທີ່ກຳລັງໃຊ້ຢູ່ໃນຂະນະນີ້ ຈະສາມາດຈັດການກັບມັນໄດ້ຫຼືບໍ່?.