ມາເບິ່ງຂົວພິເສດໂພນທອງ! ໜຶ່ງໜ້າວຽກທີ່ຫຍຸ້ງຍາກແຕ່ສາມາດຜ່ານຜ່າມາໄດ້

889

ການສ້າງເສັ້ນທາງລົດໄຟ ລາວ-ຈີນ ກວ່າຈະສຳເລັດ ແລະ ສວຍງາມດັ່ງທີ່ເຮົາເຫັນແມ່ນມັນບໍ່ງ່າຍເລີຍ ນອກຈາກເສັ້ນທາງລົດໄຟລາວ-ຈີນ ແຕ່ບ້ານໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນ ຫາສະຖານີບໍ່ເຕັນ ແຂວງຫລວງນໍ້າທາແລ້ວ ຍັງມີໂຄງການສ້າງທາງລົດໄຟ ສຸກເສີນ ອີກໜຶ່ງໂຄງການ ຄືໂຄງການສ້າງທາງລົດໄຟຕໍ່ຈາກສະຖານີນະຄອນຫລວງວຽງຈັນ ໄປຫາວຽງຈັນໃຕ້ ຫລືທ່ານາແລ້ງ ເຊິ່ງມີຄວາມຍາວ 17 ກິໂລແມັດ, ລວມມີຂົວລອຍຟ້າຍາວ 7 ກິໂລແມັດກວ່າ.

ທ່ານ ໂຈ່ຊຽວເຊ່ຍ ຫົວໜ້າອໍານວຍການ ບໍລິສັດກໍ່ສ້າງທາງລົດໄຟຈີນ ເລກ 5 ໄລຍະນະຄອນຫລວງວຽງຈັນ ຫາວຽງຈັນໃຕ້ ໃຫ້ສຳພາດ ໃນວັນທີ 21 ພະຈິກ 2021 ນີ້ວ່າ: ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄລຍະນະຄອນຫລວງວຽງຈັນ ຫາ ວຽງຈັນໃຕ້ ແມ່ນໂຄງການສຸກເສີນ ທີ່ຮັບເໝົາກໍ່ສ້າງໂດຍ ບໍລິສັດກໍ່ສ້າງທາງລົດໄຟຈີນ ເລກ 5 ເຊິ່ງໜ້າວຽກຕົ້ນຕໍປະກອບມີ: ຂົວໃຫຍ່ພິເສດໂພນທອງ ເຊິ່ງເປັນຂົວຍາວທີ່ສຸດໃນຕະຫລອດແລວເສັ້ນທາງລົດໄຟລາວ-ຈີນ, ມີຄວາມຍາວ 7,268 ແມັດ, ເລີ່ມກໍ່ສ້າງ ມາແຕ່ເດືອນກໍລະກົດ ປີ 2020 ເພື່ອໃຫ້ທັນເປີດນໍາໃຊ້ ພ້ອມກັບເສັ້ນທາງລົດໄຟ ລາວ-ຈີນ.

ຕະຫລອດໄລຍະການກໍ່ສ້າງ ແມ່ນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ມີໄລຍະເວລາກໍ່ສ້າງສັ້ນຫລາຍ, ນອກຈາກນັ້ນການຈັດຕັ້ງບຸກຄະລາກອນ ແລະ ການນຳເຂົ້າວັດຖຸອຸປະກອນຈາກ ສປ ຈີນ ກໍມີຄວາມຫຍຸ້ງຍາກຫລາຍ, ຍ້ອນຜ່ານເຂດຊຸມຊົນ ມີຫລາຍບ້ານ ລວມທັງການກໍ່ສ້າງ, ການເວນຄືນທີ່ດິນ ແລະ ຍົກຍ້າຍສິ່ງກີດຂວາງກໍ່ມີຄວາມຫຍຸ້ງຍາກຫລາຍ. ເຊິ່ງຕັດກັບເສັ້ນທາງ 450ປີ.

ໃນຂະນະດຽວກັນ, ວຽກງານປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ມີຄວາມກົດດັນສູງຫລາຍເຊັ່ນກັນ, ຄະນະຮັບຜິດຊອບຈຶ່ງໄດ້ດໍາເນີນໂຄງການແບບປິດ, ຄືໃຫ້ກິນຢູ່ພັກເຊົາຢູ່ໃນເຂດກໍານົດຢ່າງເຄັ່ງຄັດ, ບໍ່ໃຫ້ພົວພັນກັບບຸກຄົນພາຍນອກ, ພະນັກງານທັງໝົດແມ່ນໄດ້ຮັບວັກຊີນຄົບຖ້ວນ ແລະກວດຫາເຊື້ອພະຍາດໂຄວິດ-19 ເປັນປະຈໍາ.

ທ່ານ ໂຈ່ຊຽວເຊ່ຍ ຍັງໃຫ້ຮູ້ຕື່ມວ່າ: ເຊິ່ງຕະຫລອດໄລຍະການກໍ່ສ້າງໄດ້ນໍາໃຊ້ ວິຊາການ, ກໍາມະກອນຂອງສອງຊາດລາວ-ຈີນ ຈໍານວນ 2.000 ກວ່າຄົນ ເລັ່ງການກໍ່ສ້າງ ແລະ ການຜະລິດ, ໂດຍຖືເອົາການກໍ່ສ້າງຂົວໃຫຍ່ເປັນຫລັກສໍາຄັນ ດ້ວຍວິທີການວາງແຜນແບບລ່ວງໜ້າ, ຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງແບບພິເສດ, ເພື່ອສົ່ງເສີມການກໍ່ສ້າງໂຄງການໃຫ້ມີຄຸນນະພາບ ແລະ ມີປະສິດທິພາບສູງ, ໂດຍໃຊ້ເວລາພຽງ 1 ເດືອນ ກໍ່ສໍາເລັດການກໍ່ສ້າງສະໜາມຜະລິດຫລໍ່ຂາງຂົວ ແລະ ຜະລິດຫລໍ່ຂາງແຜ່ນທໍາອິດ, ເຊິ່ງໄດ້ບັນລຸເປົ້າໝາຍການປະດິດສ້າງສອດຄ່ອງກັບຄໍາທີ່ວ່າ: “ຄວາມໄວ ວຽງຈັນໃຕ້ ”

ໃນວັນທີ 1 ເດືອນມິຖຸນາ 2021 ໄດ້ສໍາເລັດການກໍ່ສ້າງພື້ນຖານໂຄງລ່າງຂົວໃຫຍ່ພິເສດໂພນທອງ, ຮອດໃນວັນທີ 5 ກໍລະກົດ ໄດ້ສໍາເລັດຢ່າງສົມບູນແບບທາງດ້ານວຽກງານກໍ່ສ້າງຂົວໃຫຍ່ພິເສດໂພນທອງ ແລະ ມາເຖິງ ວັນທີ 18 ກັນຍາ 2021 ໄດ້ສໍາເລັດການກວດກາຮັບຮອງມາດຕະຖານການກໍ່ສ້າງດ້ວຍຮູບແບບຄົງທີ່.

ຈາກ: Lao National Radio.