ເປີດຂະບວນສັກວັກຊິນໃຫ້ນັກຮຽນຊັ້ນມັດທະຍົມ ທົ່ວນະຄອນຫລວງວຽງຈັນ 12-17ປີ

684

ເຊື້ອພະຍາດໂຄວິດ19 ທີ່ກຳລັງລະບາດໜັກໃນປັດຈຸບັນ ເຊື່ອວ່າທຸກຄົນກໍ່ຄົງຈະເຫັນເຖິງຄວາມຮ້າຍຂອງມັນ, ດັ່ງນັ້ນ ວິທີທີ່ດີທີ່ສຸດໃນຕອນນີ້ ທີ່ຈະເຮັດໃຫ້ເຮົາປອດໄພຈາກເຮື້ອພະຍາດຮ້າຍນີ້ແມ່ນການສັກວັກຊິນ ເພື່ອສ້າງພູມຄຸ້ມກັນໃຫ້ຮ່າງກາຍ ໂດຍສະເພາະກັບກຸ່ມເປົ້າໝາຍ ທີ່ທາງຂັ້ນເທິງໄດ້ລະບຸໄວ້ຢ່າງຊັດເຈນແມ່ນຕ້ອງໄດ້ສັກຕາມກຳນົດ ແລະ ທັນການ ໂດຍສະເພາະລູກຫຼານທີ່ຕ້ອງ.

ພິທີເປີດຂະບວນການສັກວັກຊິນກັນພະຍາດໂຄວິດ19 ໃຫ້ນັກຮຽນຊັ້ນມັດທະຍົມ ທົ່ວນະຄອນຫລວງວຽງຈັນ ອາຍຸແຕ່12 ຫາ 17ປີ ຈັດຂຶ້ນຕອນເຊົ້າວັນທິ 26 ພະຈິກ 2021, ຢູ່ທີ່ໂຮງຮຽນມັດທະຍົມ ສົມບຸນ ສົມປັນຍາ, ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສະໜອງ ທອງສະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ , ທ່ານພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ດຣ ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ, ພ້ອມດ້ວຍຫົວໜ້າຫ້ອງການສືກສາ ແລະກິລາ ແລະ ຫ້ອງການສາທາ ລະນະສຸກ 9 ເມືອງ, ຄູອາຈານ ແລະນັກຮຽນໂຮງຮຽນມັດທະຍົມສົມບູນສົມປັນຍາ.

ທ່ານພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ກ່າວໃນພິທີວ່າ: ຂະບວນການສັກວັກຊີນ ໃຫ້ນັກຮຽນມັດທະຍົມ ອາຍຸ 12-17 ປີ ໃນຄັ້່ງນີ້, ເຫັນວ່າ ມີຄວາມໝາຍ ສໍາຄັນຫຼາຍ, ເນື່ອງຈາກປິດໂຮງຮຽນມາເກືອບ 2 ປີ ແລ້ວ ເຮັດໃຫ້ຜູ້ປົກຄອງ ແລະ ນ້ອງ ນັກຮຽນ ຄອງຄອຍ ໃຫ້ເປີດການຮຽນການສອນ , ແຕ່ເນື່ອງຈາກສະພາບການລະບາດ ຂອງພະຍາດ ໂຄວິດ-19 ຍັງມີການລະບາດ ເປັນວົງກວ້າງ ໃນຂອບເຂດທົ່ວປະເທດ, ໂດຍສະເພາະໃນນະຄອນຫຼວງ ແມ່ນຕົວເລກ 3 ຫຼັກໃນແຕ່ລະວັນ, ສົ່ງຜົນໃຫ້ຄະນະສະເພາະກິດນະຄອນຫຼວງ ຍັງບໍ່ທັນອະນຸຍາດ ໃຫ້ເປີດ ການຮຽນການສອນໄດ້ເທື່ອ

ແຕ່ເຖິງຢ່າງໃດກໍ່ຕາມ ເພື່ອປະຕິບັດຕາມຄໍາສັ່ງຂອງທ່ານນາຍົກສະບັບເລກທີ 24/ນຍ, ລົງວັນທີ10 ພະຈິກ 2021 ແລະ ແຈ້ງການຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກ ເລກທີ 1295/ສທ, ລົງວັນທີ 14 ພະຈິກ 2021 ກ່ຽວກັບການໃຫ້ສັກວັກຊີນກັນພະຍາດໂຄວິດ-19 ໃນກຸ່ມອາຍຸ 12-17 ປີ ໃນເດືອນພະຈິກ 2021 ນີ້, ເຊິ່ງເປົ້າໝາຍທັງໝົດແມ່ນ ນອນຢູ່ ໃນໂຮງຮຽນ ມັດທະຍົມ ມ1-ມ7.

ສະນັ້ນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຊີ້ນໍາກອງເລຂາຄະນະຮັບຜິດຊອບວັກຊີນ ນະຄອນຫຼວງວຽງຈັນ ໃຫ້ ປະສານງານກັບສາຍສຶກສາ ເພື່ອຮ່ວມກັນກະກຽມຄວາມພ້ອມ ແລະ ຈັດຕັ້ງການໃຫ້ວັກຊີນ ໃຫ້ສໍາເລັດພາຍ ໃນເດືອນ ທັນວາ ປີ 2021 ນີ້, ເພື່ອກະກຽມຄວາມພ້ອມ ໃຫ້ແກ່ການເປີດການຮຽນການສອນໃນຕົ້ນປີ 2022 ຢູ່ນະຄອນຫຼວງວຽງຈັນ ແລະ ກ້າວໄປສູ່ການເປີດປະເທດ ຂອງລັດຖະບານ.

ສຳລັບການສັກວັກຊິນນີ້ ໂດຍໃຫ້ນັກຮຽນລົງທະບຽນ ແລະ ຂຽນໃບບິນຍອມຮັບ, ໃຫ້ຜູ້ປົກຢັ້ງຢືນ, ໂດຍແມ່ນຫ້ອງການສຶກສາທີການ ແລະ ກິລາເມືອງ ເປັນຜູ້ອໍານວຍຊ່ວຍເຫຼືອ ຊີ້ນໍາບັນຊາ ຢູ່ໃນແຕ່ລະໂຮງຮຽນໃຫ້ຈັດສັນ ຄູອາຈານ ຊ່ວຍຄຸ້ມຄອງນັກຮຽນຈັດສັກແຕ່ລະຫ້ອງ ກໍາກັບ ຊ່ວຍແພດໝໍ, ສໍາຄັນຕ້ອງໄດ້ປະຕິບັດມາດຕະການປ້ອງກັນໃຫ້ດີ ທຸກຄົນຈະຕ້ອງໃສ່ ຜ້າອັດປາກດັງ,ລ້າງມື,ຮັກສາໄລຍະຫ່າງ ບໍໍ່ໃຫ້ແອອັດ ແລະ ໃຫ້ສໍາເລັດຕາມລະດັບຄາດໝາຍ 100% ຂອງເປົ້າໝາຍໃນໂຮງຮຽນມັດທະຍົມ.

ມາຮອດປະຈຸບັນ ທົ່ວນະຄອນຫລວງວຽງຈັນ ສາມາດສັກວັກຊິນໃຫ້ປະຊາກອນກຸ່ມເປົ້າໝາຍອາຍຸ 18ປີຂຶ້ນໄປ ກວມໄດ້ 71%, ແລະ ສາມາດປົກຄຸມໄດ້ 98% ຂອງກຸ່ມເປົ້າໝາຍທັງໝົດ, ສໍາລັບກຸ່ມເປົ້າໝາຍອາຍຸແຕ່ 12-17ປີ ທົ່ວນະຄອນຫລວງວຽງຈັນ ມີທັງໝົດ 83.000ຄົນ, ໃນນັ້ນເຂັມທີໜຶ່ງ ໃຫ້ເລີ່ມແຕ່ວັນທີ 29 ພະຈິກ 2021 ຫາວັນທີ 5 ທັນວາ 2021 ແລະເຂັມທີສອງເລີ່ມແຕ່ວັນທີ 20- 26 ທັນວາ 2021 ໃຫ້ສໍາເລັດ 100%.