ເປີດສະຖິຕິ ທີມຊາດລາວ ກັບ 4 ຊາດໃນ SUZUKI CUP, ນັບແຕ່ປີ 2004 ຊະນະໄດ້ພຽງ ກໍາປູເຈຍ

898

ການແຂ່ງຂັນບານເຕະຊີງແຊັມແຫ່ງຊາດອາຊຽນລາຍການ AFF SUZUKI CUP 2020 ກຽມລະເບີດຄວາມມັນລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022 ທີ່ປະເທດສິງກະໂປ ແນ່ນອນສິ່ງທີ່ໜ້າຈັບຕາສໍາລັບຊາວລາວ ກໍຄື ລາຍການແຂ່ງຂັນທັງ 4 ນັດຂອງກຸ່ມ B ຖືວ່າລຸ້ນເມື່ອຍ.

ທີມຊາດລາວ ຖືກຈັບໃຫ້ຢູ່ກຸ່ມ B ຮ່ວມກັບ ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ ແລະ ກໍາປູເຈຍ ໂດຍຕາຕະລາງແຂ່ງຂັນທັງ 4 ນັດຖືວ່າພົບງານໜັກທີ່ສຸດ ຈົນເຖິງເບົາທີ່ສຸດຂອງກຸ່ມໄປເລີຍ ເຊິ່ງສະຖິຕິການພົບກັນໃນລາຍການນີ້ທີ່ຜ່ານມາ ທີມຊາດລາວ ກໍເປັນຮອງ ດັ່ງນີ້:

+ວັນທີ 6 ທັນວາ 2021 ເວລາ 19:30 ໂມງ ພົບ ຫວຽດນາມ ໂດຍສະຖິຕິພົບກັນນັບແຕ່ປີ 2004 ເປັນຕົ້ນມາມີຄື: (ເບິ່ງໃນຮູບ)

+ວັນທີ 9 ທັນວາ 2021 ເວລາ 16:30 ໂມງ ພົບ ມາເລເຊຍ ໂດຍສະຖິຕິພົບກັນນັບແຕ່ປີ 2004 ເປັນຕົ້ນມາມີຄື: (ເບິ່ງໃນຮູບ)

+ວັນທີ 12 ທັນວາ 2021 ເວລາ 16:30 ໂມງ ພົບ ອິນໂດເນເຊຍ ໂດຍສະຖິຕິພົບກັນນັບແຕ່ປີ 2004 ເປັນຕົ້ນມາມີຄື:

+ວັນທີ 15 ທັນວາ 2021 ເວລາ 16:30 ໂມງ ພົບ ກຳປູເຈຍ ໂດຍສະຖິຕິພົບກັນນັບແຕ່ປີ 2004 ເປັນຕົ້ນມາມີຄື:

ສ່ວນກຸ່ມ A ໃນ AFF SUZUKI CUP 2020 ປະກອບມີ: ໄທ, ສິງກະໂປ, ຟິລິບປິນ, ມຽນມາ ແລະ ຕີມໍ ເລັສເຕ

ຂ່າວ: ຫຼ້າ MKP