ເຝົ້າລະວັງ ການປ່ຽນແປງພັນທຸກຳຂອງ ໂຄວິດ 19 ຕິດເຊື້ອໄດ້ໄວ ແລະ ງ່າຍຂື້ນກ່ວາເກົ່າ

527

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວວ່າ
ຕໍ່ສະພາບຂອງການລະບາດຮອບໃໝ່ທີ່ບັນດາປະເທດໃນຍູໂຣບກຳລັງປະເຊີນໜ້ານັ້ນ, ໄດ້ມີລາຍງານຂອງການປ່ຽນແປງພັນທຸກຳຂອງເຊື້ອຈຸລາໂລກ ໂຄວິດ 19 ຊຶ່ງເພີ່ນໃສ່ລະຫັດ B.1.1.5.29 ຊຶ່ງກາຍພັນກ່ວາ ສາຍພັນແດນຕາ.

ສາຍພັນໃໝ່ແມ່ນກຳລັງລະບາດໃນຂົງເຂດອາຟຣິກາໃຕ້ ແລະ ເປັນທີ່ຕາຈັບຕາຂອງບັນດາຜູ້ຊ່ຽວຊານທົ່ວໂລກ ເພາະການປ່ຽນແປງພັນທຸກຳແມ່ນເກີດຂື້ນໂດຍສະເພາະໃນຂົງເຂດທີ່ເປັນໜາມຂອງເຊື້ອໂຄວິດ(spike protein) ຊື່ງເຮັດໃຫ້ການຕິດເຊື້ອໄດ້ໄວ ແລະ ງ່າຍຂື້ນກ່ວາເກົ່າ

ນອກຈາກນັ້ນຍັງເຮັດໃຫ້ສາຍພັນໃໝ່ນີ້ສາມາດລົບຫຼີກລະບົບພຸມປ້ອງກັນຂອງຮ່າງກາຍຄົນເຮົາໄດ້. ແຕ່ເຖີງຢ່າງໃດກໍ່ຍັງຕ້ອງມີການຕິດຕາມສຶກສາຢ່າງໄກ້ສິດກ່ອນຈະສາມາດສະຫຼຸບໄດ້ເປັນທີ່ແນ່ນອນ.

ສະພາບການລະບາດໃນທົ່ວປະເທດທ່າອ່ຽງຍັງສູງຂື້ນ ແລະ ຍັງບໍ່ຮູ້ເມື່ອໃດຈະຫຼຸດລົງ! ສະນັ້ນ, ພວກເຮົາທຸກຄົນແມ່ນຈະຕ້ອງເພີ້ມທະວີມາດຕະການປ້ອງກັນຕົນເອງໃຫ້ເຄັ່ງຂື້ນກ່ວາເກົ່າ ແລະ ເລັ່ງການສັກຢາກຸ່ມເປົ້າໝາຍໃຫ້ຄົບໂດຍໄວ, ເພາະເປັນວິທີການທີ່ ສາມາດເຮັດເອງໄດ້ເພື່ອຫຼຸດຜ່ອນອັດຕາການເຈັບໜັກ ແລະ ເສັຍຊີວິດໃຫ້ຫຼຸດລົງ