ສຳເລັດໄປດ້ວຍດີ ການເສັງ ມຊ ແບບອອນລາຍຄັ້ງປະຫວັດສາດ

887

ດັ່ງທີ່ຮູ້ກັນດີວ່າ ທຸກໆປີ ມຊ ຈະມີການເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ແລະ ເປັນຄວາມຫວັງຂອງນ້ອງໆນັກຮຽນທົ່ວປະເທດ ທີ່ຕ້ອງການເຂົ້າສຶກສາທີ່ສະຖາບັນດັ່ງກ່າວ. ແຕ່ເນື່ອງຈາກປີນີ້ພົບຄວາມຫຍຸ້ງຍາກຫຼາຍຢ່າງ ໂດຍສະເພາະການລະບາດໂຄວິດ19 ເຮັດໃຫ້ມີການເລື່ອນມື້ການສອບເສັງ ຈົນໃນທີ່ສຸດທາງ ມຊ ໄດ້ຕົກລົງສອບເສັງແບບອອນລາຍ.

ການສອບເສັງຄັດເລືອກເອົານັກສຶກສາ ປະຈຳສົກສຶກສາ 2021-2022 ຂອງ ມຊ ແບບອອນລາຍ ຈັດຂຶ້ນໃນວັນທີ 25 ພະຈິກ 2021, ໂດຍມີຈຸດສູນລວມຄະນະກຳມະການຕັ້ງຢູ່ທີ່ສະໂມສອນຂອງສະຖາບັນຂົງຈື ມ.ຊ ໂດຍການໃຫ້ກຽດລົງຕິດຕາມການສອບເສັງຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີ ມ.ຊ, ມີບັນດາທ່ານຮອງອະທິການບໍດີ, ບັນດາຄະນະກຳມະການຮັບຜິດຊອບການສອບເສັງຜ່ານທາງລະບົບອອນລາຍ ພ້ອມດ້ວຍບັນດາຄະນະກຳມະການທັງ 12 ຈຸດເຂົ້າຮ່ວມ.

ໃນສົກສຶກສາ 2021-2022 ນີ້ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ-19 ທາງ ມຊ ຈຶ່ງໄດ້ຫັນປ່ຽນຈາກການສອບເສັງແບບເຊິ່ງໜ້າ ມາເປັນການສອບເສັງແບບອອນລາຍ ໂດຍນຳໃຊ້ Google Platform (Gmail, Classroom, Meet and Chrome). ໃນການສອບເສັງຄັ້ງນີ້, ມຊ ກໍໄດ້ວາງແຜນ ແລະ ກຽມຄວາມພ້ອມໃນທຸກໆດ້ານ ເປັນຕົ້ນແມ່ນການພັດທະນາໂປຣແກມເພື່ອຮັບຮອງໃຫ້ການສອບເສັງມີປະສິດຕິພາບ, ການແຕ່ງຕັ້ງອະນຸກຳມະການ, ຈັດຝຶກອົບຮົມດ້ານເຕັກນິກໄອທີໃຫ້ແຕ່ລະອະນຸກຳມະການ ຊຶ່ງໄດ້ຈັດການສອບເສັງທົດລອງເຖິງ 2 ຄັ້ງເພື່ອໃຫ້ນັກສອບເສັງມີຄວາມພ້ອມ ແລະ ເຂົ້າໃຈລະບົບການສອບເສັງແບບທາງໄກ.

ການສອບເສັງຄັດເລືອກເອົານັກສຶກສາໃນສົກສຶກສາ 2021-2022 ໄດ້ແບ່ງອອກເປັນ 12 ຈຸດສອບເສັງ, ມີ 91 ຈຸ, ມີ 458 ຫ້ອງສອບເສັງ, ມີກຳມະການຍາມຫ້ອງສອບເສັງຈໍານວນ 458 ທ່ານ, ຫ້ອງ 1 ບັນຈຸນັກສອບເສັງຈຳນວນ 20 ຄົນ. ມີນັກຮຽນທີ່ມີໜ້າສອບເສັງຕົວຈິງຈຳນວນ 6.625 ຄົນ, ການສອບເສັງໄດ້ແບ່ງອອກເປັນ 2 ກຸ່ມຄື ກຸ່ມ A ແລະ ກຸ່ມ B

ທ່ານ ພຸດ ສິມມາລາວົງ ໄດ້ມີຄຳເຫັນຕໍ່ການສອບເສັງແບບທາງໄກຂອງ ມຊ ບາງຕອນວ່າ: ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບໃນຫຼາຍດ້ານ ໂດຍສະເພາະໃນຂົງເຂດວຽກງານການສຶກສາ, ຕາມທຳມະດາແລ້ວການສອບເສັງເຂົ້າ ມຊ ແມ່ນຈະຈັດຂຶ້ນໃນໄລຍະເດືອນ ກໍລະກົດ ຫາ ເດືອນ ສິງຫາ ຂອງທຸກໆປີ ແຕ່ມາໃນສົກສຶກສານີ້ ຈຳເປັນຕ້ອງໄດ້ປັບປ່ຽນຮູບແບບການສອບເສັງຈາກການສອບເສັງແບບເຊິ່ງໜ້າ ມາເປັນການສອບເສັງແບບທາງໄກ (online) ຖືເປັນຄັ້ງທຳອິດຂອງມະຫາວິທະຍາໄລແຫ່ງຊາດ.

ເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກ ແຕ່ຄະນະນໍາ ແລະ ພະນັກງານ, ຄູ-ອາຈານຂອງ ມຊ ກໍໄດ້ສຸມທຸກກຳລັງແຮງເພື່ອຈັດການສອບເສັງຄັ້ງນີ້ໃຫ້ໄດ້ຮັບຜົນສຳເລັດ ທັງໃຫ້ມີຄວາມໂປ່ງໃສ ແລະ ໄດ້ຄຸນນະພາບ, ສຳລັບຜົນການສອບເສັງ ຄາດວ່າ ຈະປະກາດຜົນໃຫ້ຊາບພາຍໃນ 2 ອາທິດ ຫຼັງຈາກການສອບເສັງ.