ເສົ້າທີ່ສຸດ ມື້ນີ້ສູນເສຍແມ່ໄປ 4 ຄົນໃນເວລາພຽງຂ້າມຄືນຍ້ອນໂຄວິດ

531

ມາຮອດວັນທີ 25 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 68.832 ຄົນ, ເສຍຊີວິດສະສົມ 148 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 761 ຄົນ ແລະ ກໍາລັງປິ່ນປົວ 10.981
ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້

1 ເພດຍິງ, ອາຍຸ 64 ປີ, ອາຊີບ: ແມ່ເຮືອນ, ບ້ານນາຂ່າ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ. ມີພະຍາດປະຈຳຕົວຄວາມດັນເລືອດສູງ
ເລີ່ມວັນທີ 25 ພະຈິກ 2021 ມີອາການຖອກທ້ອງ, ອິດເມື່ອຍ ແລະ ໝົດສະຕິ ໄປໂຮງໝໍເມືອງນາຊາຍທອງ ເກັບຕົວຢ່າງກວດເພື່ອຊອກພະຍາດໂຄວິດ-19 ພົບເຊື້ອ
ໄດ້ຖືກນຳສົ່ງໄປໂຮງໝໍມິດຕະພາບເພື່ອປີ່ນປົວ ແຕ່ຄົນເຈັບໄດ້ເສຍສະຕິ ແພດໄດ້ແຍ່ທໍ່ຊ່ວຍຫາຍໃຈ ເພື່ອເຊີດຊູຄົນເຈັບ
ຮອດວັນທີ 25 ພະຈິກ 2021ເວລາ 10:30 ຂອງ: ຄົນເຈັບ ໄດ້ເສຍຊີວິດ


2 ເພດຍິງ, ອາຍຸ 72 ປີ, ບ້ານຄໍາຮຸ່ງ, ເມືອງໄຊທານີ, ນະຄອນຫລວງ ວຽງຈັນ ມີພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ, ນໍ້າຖ້ວມປອດ ແລະ ມີອາການຕິດເຊື້ອ.
ສັກຢາວັກຊີນຄົບ ວັນທີ 20 ພະຈິກ 2021 ມີອາການໄອ, ອິດເມື່ອຍ, ຫາຍໃຈຝືດ ແລະ ນອນພຽງບໍ່ໄດ້
ວັນທີ 23 ພະຈິກ 2021: ມາຮອດສຸກເສີນຂອງໂຮງໝໍມິດຕະພາບ ເກັບຕົວຢ່າງກວດເພື່ອຊອກພະຍາດໂຄວິດ-19 ຜົນກວດ ແມ່ນພົບເຊື້ອ ແລະ ໄດ້ເຂົ້ານອນຕິດຕາມ
ວັນທີ 23-25 ພະຈິກ 2021, ເປັນເວລາ 03 ວັນ ແລະ ວັນທີ 25 ພະຈິກ 2021ມາຮອດເວລາ 19:14 ນາທີ ຄົນເຈັບ ໄດ້ເສຍຊີວິດ


3 ເພດຍິງ, ອາຍຸ 44 ປີ, ບ້ານຫ້ວຍກໍ້, ເມືອງຈອມເພັດ, ແຂວງຫຼວງພະບາງ ບໍ່ມີພະຍາດປະຈຳຕົວ ແລະ ບໍ່ໄດ້ສັກວັກຊີນ
ວັນທີ 08 ພະຈິກ 2021 ຜົນກວດພົບເຊື້ອ ແລ້ວເຂົ້ານອນຕິດຕາມ ຢູສູນເຂື່ອນນ້ຳຂອງ ເມືອງຈອມເພັດ ແຂວງຫຼວງພະບາງ
ວັນທີ 15 ພະຈິກ 2021 ໄດ້ນໍາສົ່ງຄົນເຈັບຈາກສູນເຂື່ອນນ້ຳຂອງ ເມືອງຈອມເພັດ ມາໂຮງໝໍແຂວງດ້ວຍອາການອິດເມື່ອຍ, ມີອາການບວມຕາມແຂ່ງຂາ ແລະ ໃບໜ້າ.
ເວລາ 8:10 ນາທີ ຂອງວັນທີ 21 ພະຈິກ 2021: ຄົນເຈັບມີອາການອິດເມື່ອຍ ຕໍ່ມາຄົນເຈັບມີອາການໜັກຂື້ນ ຈຶ່ງນຳສົ່ງເຂົ້າຫ້ອງ ICU ແລະ ເສຍຊີວິດໃນເວລາຕໍ່ມາ


4 ເພດຍິງ, ອາຍຸ 51 ປີ, ບ້ານຫ້ວຍຫ້ອມ, ເມືອງສີໂຄດຕະບອງ, ນະຄອນຫລວງ ພະຍາດປະຈຳໂຕ ເບົາຫວານ ໄດ້ສັກວັກຊີນສອງເຂັມຄົບ ເວລາ 23:30ໂມງຂອງວັນທີ 24 ພະຈິກ 2021: ມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ
ມາຮອດເວລາ 21:05 ນາທີ ຂອງວັນທີ 25 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.