ໜ້າຫ່ວງອີກແລ້ວ ມື້ນີ້ ພົບຜູ້ຕິດເຊື້ອໂຄວິດ 1.510 ຄົນ, ເສຍຊີວິດ 4 ຄົນ

845

ສະຖານະການໂຄວິດ 19 ຢູ່ ສ ປປ ລາວ ວັນທີ 26 ພະຈິກ 2021 ພົບຜູ້ຕິດເຊື້ອໃໝ່ 1.510 ຄົນ, ພາຍໃນ 1.509 ຄົນ, ນໍາເຂົ້າ 1 ຄົນ ຈາກ ບໍລິຄໍາໄຊ ນະຄອນຫຼວງວຽງຈັນ 856 ຄົນ ແລະ ຫຼວງພະບາງ 134 ຄົນ


ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານໃຫ້ບັນທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ວ່າ ມາຮອດວັນທີ 25 ພະຈິກ 2021 ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5.627 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.510 ຄົນ (ຕິດເຊື້ອພາຍໃນ 1.509 ຄົນ ແລະ ກໍລະນີນຳເຂົ້າ 1 ຄົນ).


ໃນນັ້ນ ນະຄອນຫຼວງ 856 ຄົນ ໃນ 204 ບ້ານ ແລະ 9 ເມືອງ
, ຫຼວງພະບາງ ມີ 134 ຄົນ ໃນ 43 ບ້ານ ແລະ 8 ເມືອງ, ແຂວງວຽງຈັນ ມີ 107 ຄົນ ໃນ 31 ບ້ານ ແລະ 9 ເມືອງ, ໄຊຍະບູລີ ມີ 74 ຄົນ ໃນ 12 ບ້ານ ແລະ 2 ເມືອງ

ບໍ່ແກ້ວ ມີ 70 ຄົນ ໃນ 27 ບ້ານ ແລະ 4 ເມືອງ, ສະຫວັນນະເຂດ ມີ 63 ຄົນ ໃນ 28 ບ້ານ ແລະ 5 ເມືອງ, ຈຳປາສັກ ມີ 48 ຄົນ ໃນ 25 ບ້ານ ແລະ 3 ເມືອງ, ອຸດົມໄຊ ມີ 42 ຄົນ ໃນ 13 ບ້ານ ແລະ 2 ເມືອງ, ບໍລິຄຳໄຊ ມີ 36 ຄົນ ໃນ 4 ບ້ານ ແລະ 2 ເມືອງ, ຫົວພັນ ມີ 21 ຄົນ ໃນ 6 ບ້ານ ແລະ 2 ເມືອງ


ເຊກອງ ມີ 13 ຄົນ ໃນ 1 ບ້ານ ແລະ 1 ເມືອງ, ສາລະວັນ ມີ 12 ຄົນ ໃນ 7 ບ້ານ ແລະ 3 ເມືອງ, ຫຼວງນ້ຳທາ ມີ 11 ຄົນ, ໃນ 3 ບ້ານ ແລະ 1 ເມືອງ, ຜົ້ງສາລີ ມີ 6 ຄົນ ໃນ 4 ບ້ານ ແລະ 4 ເມືອງ
ຄຳມ່ວນ ມີ 5 ຄົນ ໃນ 14 ບ້ານ ແລະ 3 ເມືອງ, ຊຽງຂວາງ ມີ 5 ຄົນ ໃນ 3 ບ້ານ ແລະ 1 ເມືອງ, ໄຊສົມບູນ ມີ 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ ແລະ ອັດຕະປື 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ


ມາຮອດວັນທີ 25 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 68.832 ຄົນ, ເສຍຊີວິດສະສົມ 148 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 761 ຄົນ ແລະ ກໍາລັງປິ່ນປົວ 10.981