ເຈນນີ້ ຕົ້ນຄໍາ ໂພສ ບໍ່ມີໃຜແທນທີ່ໄດ້ ດີໃຈທີ່ເກີດມາເປັນລູກແມ່ ເຖິງແມ່ຈະຈົບພຽງປໍ 5 ແລະ ເປັນແມ່ຄ້າຕະຫຼາດ

637

ຖ້າບໍ່ໂພສໃຫ້ເຫັນ ບາງຄົນກໍຄົງບໍ່ຮູ້ເລີຍ ທາງດ້ານຄອບຄົວຂອງສາວງາມ ທີ່ຫຼາກຫຼາຍຄວາມສາມາດ ຜູ້ທີ່ຢູ່ໃນວົງການບັນເທີງມາຕະຫຼອດຢ່າງ ສາວ ເຈ່ນນີ້ ຕົ້ນຄໍາ ພົນຈັນເຮືອງ

ນາງງາມສອງມຸງກຸດ ທີ່ເປັນ Miss World Laos 2017 ແລະ ເປັນ Miss Universe Laos 2021

ໂດຍ ຫຼ້າສຸດ ເຈນນີ້ ຕົ້ນຄໍາ Miss Universe Laos 2021 ໂພສ ສອງມືອຸ່ນໆຂອງແມ່ຄ້າຕະຫລາດ ທີ່ລ້ຽງລູກດ້ວຍຄວາມຮັກ ແລະ ຄວາມອົບອຸ່ນ ກິນເຂົ້າກັບປາທູ່ ຖ້າເຮົາໄດ້ກິນນຳກັນ

ອາຫານຫລູ່ຢູ່ໃສກະແທນບໍ່ໄດ້ ແມ່ ທີ່ເປັນແມ່ຄ້າຮຽນຈົບປໍ 5 ອ່ານຫນັງສືບໍ່ອອກ ສອນ ແລະ ລ້ຽງ ລູກ ດ້ວຍຈິດໃຈທີ່ເຂັ້ມແຂງ ແຂງແຮງ ເປັນຄົນເກັ່ງ

ຢາກບອກວ່າຮັກ ແລະ ຊື່ນຊົມແມ່ລ້ຽງດຽວຄົນນີ້ສຸດຫົວໃຈ ແລະ ດີໃຈທີ່ເກີດມາເປັນລູກແມ່ຄ້າຄົນນີ້

ຖືວ່າເປັນແມ່ທີ່ດີອີກໜຶ່ງຄູົນ ແລະ ເຂັ້ມແຂງສຸດໆ ນີ້ລະຄໍາວ່າແມ່ຍິ່ງໃຫຍ່ບໍ່ພໍ ແຕ່ຍັງເປັນຜູ້ຢູ່ເບື້ອງຫຼັງຄວາມສໍາເລັດຂອງລູກໆສະເໝີ