5 ເຫດບອກລາງດີ ວ່າທ່ານກຳລັງຈະໄດ້ໂຊກກ້ອນໃຫຍ່

627

ເວົ້າເລື່ອງຄວາມເຊື່ອ ຖ້າເຊື່ອຫຼາຍເກີນໄປກໍ່ເປັນວ່າງົມງວາຍ ແຕ່ຈະບໍ່ເຊື່ອກໍ່ບໍ່ຄວນລົບລູ່ເພາະວ່າບາງຢ່າງກໍ່ເຄັດແທ້ເກີນອະທິບາຍ, ແນວໃດກໍ່ດີສຳລັບເລື່ອງໂຊກລາບຕ້ອງເຊື່ອໄວ້ກ່ອນບໍ່ມີເສຍຫາຍເຖິງບໍໄດ້ຫຼາຍໄດ້ໜ້ອຍກໍຍັງດີນໍວ່າບໍລະ!ແລະ 5 ສິ່ງນີ້ຄືລາງບອກໂຊກ

1 ຮູ້ສຶກຄັນໄມ້ຄັນມືຄ້າຍໆກັບວ່າມືໄປຖືກຫຍັງມາຕ້ອງຢາກເກົາເປັນບາດໆ ໂດບສະເພາະບໍລິເວນຂ້າງມືຊ້າຍ ບູຮານບອກວ່າທ່ານກຳລັງຈະມີໂຊກລາບເຂົ້າມາແລ້ວ

2 ຫາກທ່ານຮູ້ສຶກຕາກະຕຸກ ຄີ້ວກະຕຸກ ຖ້າກະຕຸກຕາຂວາທີ່ຫາງຄີ້ວນັ້ນແປວ່າທ່ານກຳລັງຈະມີໂຊກລາບກ້ອນໃຫຍ່ບໍທາງໃດກໍ່ທາງໜຶ່ງທີ່ທ່ານກຳລັງລໍຄອຍຢູ

3 ພົບງູແລ່ນຕັດໜ້າເຮົາບໍ່ວ່າກຳລັງຍ່າງ ຫຼື ຂັບລົດຢູ່ ໃຫ້ທ່ານຢຸດປ່ອຍງູໄປກ່ອນ ແລ້ວອະທິຖານໃຫ້ພົບແຕ່ສິ່ງດີໆ ມີໂຊກມີລາບໃນບໍ່ຊ້າທ່ານກໍ່ຈະສົມຫວັງ

4 ເກີດເຫດກ່ອນມີສິ່ງດີໆເຂົ້າມາ ຄົນບູຮານບອກວ່າເມື່ອໃດກໍ່ຕາມທີ່ທ່ານພົບເລື່ອງບໍ່ດີໃຫ້ຖືວ່າເປັນການຟາດເຄາະແລ້ວຈະມີເລື່ອງດີໆມີໂຊກລາບເຂົ້າມາ

5 ພົບຫຼຽນຕົກຕາມຖະໜົນຫົນທາງໃຫ້ເກັບຂຶ້ນມາເພາະມັນເປັນຫຼຽນນຳໂຊກ ກໍລະນີເຮົາພົບແຕ່ບໍເກັບແລ້ວຜ່ານມັນໄປໝາຍຄວາມວ່າເຮົາໝິ່ນເງິນນ້ອຍຈະບໍຮັ່ງມີໄດ້ ຈິ່ງໃຫ້ເກັບຂຶ້ນມາແລ້ວເວົ້າກັບຫຼຽນນັ້ນວ່າຂໍໃຫ້ທະວີຄູນຂຶ້ນເປັນ 100 ເປັນ 1.000 ເທົ່າເດີ້ເທົ່ານີ້ກໍ່ຈະນຳເອົາຄວາມໂຊກດີມາໃຫ້ຜູ້ພົບນັ້ນເອງ.